ໄປບໍ່ລອດ ຖືກຈັບໄດ້ຫຼັງລົງມືຈູດກອງເຂົ້າ ເພາະສາເຫດນີ້…

4539

ຫຼາຍວັນຜ່ານມານີ້ ເກີດເຫດມີຄົນກໍ່ເຫດຈູດກອງເຂົ້າຂອງປະຊາຊົນຢູ່ບ້ານ ກົ້ວ ເມືອງສັງທອງ ນະຄອນຫຼວງວຽງຈັນ ອັນເຮັດໃຫ້ເປັນທີ່ສົນໃຈຂອງສັງຄົມຢ່າງກວ້າງຂວາງ ໂດຍສະເພາະໃນໂລກອອນລາຍ ແຕ່ທັງນີ້ທັງນັ້ນ ກໍ່ຍັງບໍ່ທັນຮູ້ເຖິງຕົ້ນປາຍສາເຫດທີ່ຊັດເຈນ ຫຼື ຂໍ້ມູນທີ່ລະອຽດກ່ຽວກັບເລື່ອງນີ້ ຈົນຫຼ້າສຸດ ທາງເຈົ້າໜ້າທີ່ສາມາດກັກຕົວຜູ້ກໍ່ເຫດໄດ້ແລ້ວ.

ໂດຍຂໍ້ມູນຈາກ ເພຈ ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນວັນທີ 3 ພະຈິກ 2021 ເຈົ້າໜ້າທີ່ພະແນກຕໍາຫຼວດ ປກສ ເມືອງສັງທອງ ສາມາດກັກຕົວຜູ້ກໍ່ເຫດຂໍ້ຫາທໍາລາຍຊັບຂອງພົນລະເມືອງ (ຈູດກອງເຂົ້າ) ສ້າງຜົນເສຍຫາຍຈໍານວນ 7 ລ້ານກີບ ໄດ້ແລ້ວ ຊື່ ທ້າວ ລັດດາ ອາຍຸ 23 ປີ ອາຊີບ ກໍາມະກອນ ຢູ່ບ້ານກົ້ວ ເມືອງສັງທອງ ນະຄອນຫຼວງວຽງຈັນ.

ດ້ານ ພັທ ສີວິໄລ ພູມນະໄຊ ຫົວໜ້າກອງບັນຊາການ ປກສ ເມືອງສັງທອງ ໃຫ້ຮູ້ວ່າ: ໃນວັນທີ 28 ຕຸລາ 2021 ເຈົ້າໜ້າທີ່ ປກສ ເມືອງສັງທອງ ໄດ້ຮັບລາຍງານ ຈາກອໍານາດການປົກຄອງບ້ານກົ້ວ ວ່າ: ມີຄົນລັກຈູດກອງເຂົ້າປະຊາຊົນ ທີ່ກອງໂຮມໄວ້ ຢູ່ບ້ານ ກົ້ວ ເມືອງສັງທອງ ນະຄອນຫຼວງວຽງຈັນ, ຈິ່ງໄດ້ຈັດຕັ້ງກໍາລັງ ພະແນກຕໍາຫຼວດ ປກສ ເມືອງ ສັງທອງ ລົງສົມທົບກັບ ປກສ ກຸ່ມ ແລະ ອໍານາດການປົກຄອງບ້ານ ລົງເກັບກໍາຂໍ້ມູນ ແລະ ກໍານົດໄດ້ເປົ້າໝາຍ

ຕົກມາຮອດ ວັນທີ 3 ພະຈິກ 2021 ຈິ່ງໄດ້ກັກຕົວ ທ້າວລັດດາ ມາສອບສວນ, ເຊິ່ງຜ່ານການສອບສວນ ຜູ້ກ່ຽວໄດ້ຮັບສາລະພາບວ່າ: ໄດ້ລົງມືກໍ່ເຫດໃນຄັ້ງນີ້ແທ້ ຍ້ອນມີຄວາມບໍ່ພໍໃຈ ທີ່ເຈົ້າຂອງກອງເຂົ້າບໍ່ຈ່າຍຄ່າແຮງງານ ທີ່ຕົນຮັບຈ້າງກູ້ເຂົ້າໃນມື້ນັ້ນ ເຊິ່ງເຈົ້າຂອງກອງເຂົ້າໄດ້ບອກຕົນເອງວ່າ ຫັກຄ່າທີ່ຕົນຢືມກ່ອນໜ້າໝົດ ຕົນຈິ່ງເກີດຄວາມບໍ່ພໍໃຈ ແລະ ໄດ້ລົງມືກໍ່ເຫດ.

ຮູບພາບປະກອບເທົ່ານັ້ນ