ບໍ່ຄວນລັງກຽດກຸ່ມຄົນທີ່ຫາຍດີຈາກການປິ່ນປົວໂຄວິດ ເພາະເຂົາໄດ້ພົ້ນໄລຍະການແຜ່ເຊື້ອແລ້ວ

757

ທ່ານ ດຣ. ສີສະຫວາດ ສຸທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດລະບາດ, ກະຊວງສາທາລະນະສຸກ ລາຍງານວ່າ ສະພາບການເພີ່ມຂຶ້ນຂອງການແຜ່ລະບາດພະຍາດໂຄວິດ 19 ຢູ່ພາຍໃນຊຸມຊົນ ໂດຍສະເພາະຢູ່ໃນຄອບຄົວຕິດເຊື້ອສູງ ສະເລ່ຍ ຫຼາຍກວ່າ 800 ຄົນຕໍ່ວັນ, ພັກ-ລັດຖະບານ ມີຄວາມຈໍາເປັນຢ່າງຍິ່ງ ທີ່ຈະຕ້ອງພິຈາລະນາ ຈັດກຸ່ມຄົນຕິດເຊື້ອຄືນ ຕາມອາການສະແດງອອກ ວ່າເປັນປະເພດຕິດເຊື້ອ ທີ່ບໍ່ມີອາການ, ຫຼື ມີອາການເບົາບາງ, ຫຼື ມີອາການຮ້າຍແຮງຂັ້ນວິກິດ ເພື່ອຈະໄດ້ກໍານົດນະໂຍບາຍໃນການດູແລ ປິ່ນປົວທີ່ເໝາະສົມ ວ່າກຸ່ມໃດຄວນໄປປິ່ນປົວ ຢູ່ໂຮງໝໍ ໂດຍໃຫ້ຄວາມສໍາຄັນຕໍ່ຄົນເຈັບທຸກຄົນ.

ພັກ ແລະ ລັດຖະບານ ມີຄວາມພະຍາມໃນການຄວບຄຸມການຕິດເຊື້ອຢ່າງຈິງຈັງຕັ້ງແຕ່ເລີ່ມການຕິດເຊື້ອໃນຕົ້ນປີ 2020 ຈົນມາຮອດປະຈຸບັນ. ເຖິງວ່າຕົວເລກຕິດເຊື້ອ ຍັງບໍ່ຫຼາຍ ຖ້າທຽບໃສ່ປະເທດອື່ນ ແຕ່ກໍ່ຈັດວ່າ ປະເທດພວກເຮົາ ມີການລະບາດໃນວົງກວ້າງ ຫຼາຍຊຸມຊົນ.

ສະນັ້ນ ຂໍໃຫ້ທຸກຄົນມີສະຕິ ແລະ ມີການຕຽມການສໍາລັບຄອບຄົວຕົນເອງ. ສຳລັບແຂວງທີ່ມີລາຍງານການຕິດເຊື້ອສູງ ເຊັ່ນ ນະຄອນຫຼວງ, ແຂວງຫຼວງພະບາງ, ຫຼວງນໍ້າທາ, ແຂວງວຽງຈັນ, ແລະ ແຂວງອື່ນໆ.

ອີກເທື່ອໜຶ່ງ ຂໍຮຽກຮ້ອງມາຍັງບັນດາທ່ານ ສຳລັບ ຜູ້ຕິດເຊື້ອໂຄວິດ-19 ທີ່ປິ່ນປົວຫາຍດີ ແລ້ວກັບໄປຕິດຕາມອາການຕົນເອງຢູ່ເຮືອນຕໍ່ນັ້ນ ຂໍໃຫ້ຄອບຄົວ ແລະ ຄົນອ້ອມຂ້າງ ບໍ່ຄວນໄຈ້ແຍກລັງກຽດກຸ່ມຄົນດັ່ງກ່າວ ເນື່ອງຈາກວ່າ ຄົນທີ່ປິ່ນປົວຫາຍດີ ແມ່ນພົ້ນໄລຍະການແຜ່ເຊື້ອໃຫ້ບຸກຄົນອື່ນແລ້ວ, ກົງກັນຂ້າມ ພວກເຮົາ ຄວນໃຫ້ກຳລັງໃຈ ແລະ ມີເມດຕາກະລຸນາຕໍ່ຄົນທີ່ເຄີຍຕິດເຊື້ອ ເພາະເຂົາເຈົ້າຄວນໄດ້ກັບມາໃຊ້ຊິວິດປະຈຳວັນປົກກະຕິ ຄືກັບຄົນອື່ນໆ.