ຍອດຜູ້ເສຍຊີວິດສະສົມຮອດ 86 ຄົນແລ້ວ, ຈາກໄປໃໝ່ອີກ 4 ຄົນ ລາຍລະອຽດຕາມນີ້

2119

ວັນທີ 8 ພະຈິກ ລາວ ກວດພົບຜູ້ຕິດເຊື້ອ 786 ຄົນ, ໃນນັ້ນ ເປັນຜູ້ຕິດເຊື້ອພາຍໃນ 783 ຄົນ ເປັນກໍລະນີນຳເຂົ້າ 3 ຄົນ, ເຊິ່ງຜູ້ຕິດເຊື້ອພາຍໃນຍັງແມ່ນ ນະຄອນຫຼວງວຽງຈັນ ມີຈໍານວນ 314 ຄົນ, ແຂວງຫຼວງພະບາງ 138 ຄົນ, ແຂວງວຽງຈັນ 71 ຄົນ ແລະ ມີຜູ້ເສຍຊີວິດເພີ່ມ 4 ຄົົນ.


ລາຍລະອຽດຜູ້ເສຍຊີວິດໃໝ່ 04 ຄົນ ມີດັ່ງນີ້:
1 ຜູ້ທີ 1 ເພດຊາຍ, ອາຍຸ 86 ປີ, ບ້ານນໍ້າສ້າງ, ເມືອງປາກກະດິງ, ແຂວງບໍລິຄຳໄຊ.
ໃນຄອບຄົວມີ 9 ຄົນ ແລະ ຕິດເຊື້ອທັງໝົດ, ພະຍາດປະຈໍາຕົວ: ຜູ້ກ່ຽວເປັນອໍາມະພາດນອນຕິດຕຽງ, ຜ່ານມາໄດ້ສັກຢາວັກຊີນກັນໂຄວິດ-19 ຄົບ, ວັນທີ 27 ຕຸລາ 2021 ໄດ້ເກັບຕົວຢ່າງຊອກຫາພະຍາດໂຄວິດ-19

ວັນທີ 30 ຕຸລາ 2021: ຜົນອອກພົບເຊື້້ອ ແລະ ເຂົ້າສູນປີ່ນປົວ, ໄລຍະທີ່ນອນປິ່ນປົວຢູ່ສູນດັ່ງກ່າວ ແຕ່ວັນທີ 27 ຕຸລາ – 06 ພະຈິກ 2021 ເປັນເວລາ 12 ມື້, ເວລາ 24:00 ໂມງຂອງວັນທີ 6 ພະຈິກ 2021: ຜູ້ກ່ຽວໄດ້ເສຍຊີວິດ


2 ຜູ້ທີ 2 ເພດຍິງ, ອາຍຸ 42 ປີ, ອາຊີບ ແມ່ເຮືອນ, ບ້ານສີບຸນເຮືອງທ່າ, ເມືອງສີໂຄດຕະບອງ, ນະຄອນຫລວງ
ພະຍາດປະຈຳຕົວ: ເບົາຫວານ, ຄວາມດັນເລືອດສູງ ແລະ ພະຍາດອ້ວນ, ຜ່ານມາບໍ່ໄດ້ສັກຢາວັກຊີນກັນໂຄວິດ-19
ວັນທີ 05 ພະຈິກ 2021 ເກັບຕົວຢ່າງກວດໂຄວິດຢູ່ມະໂຫສົດ ແລະ ໃຫ້ຜົນບວກ, ວັນທີ 06 ພະຈິກ 2021 ໄດ້ຍ້າຍມາ

ຕິດຕາມຢູ່ໂຮງໝໍມິດຕະພາບ ດ້ວຍອາການໄອຫຼາຍ, ມີຂີ້ສະເຫລດ, ອິດເມື່ອຍ, ຫາຍໃຈຫອບ, ເຈັບຫນ້າເອິກ, ນອນພຽງບໍ່ໄດ້ ແລະ ກະວົນກະວາຍ ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍ ແຕ່ວັນທີ 06-07 ພະຈິກ 2021 ເປັນເວລາ 02 ມື້, ຮອດເວລາ 05:45 ໂມງຂອງວັນທີ 07 ພະຈິກ 2021 ຜູ້ກ່ຽວໄດ້ເສຍຊີວິດ.


3 ຜູ້ທີ 3 ເພດຍິງ, ອາຍຸ 65 ປີ, ອາຊີບ ແມ່ເຮືອນ, ບ້ານຫນອງປາໄນ, ເມືອງສີໂຄດຕະບອງ, ນະຄອນຫລວງ
ພະຍາດປະຈຳໂຕ: ເບົາຫວານ ແລະ ຄວາມດັນເລືອດສູງ, ຜ່ານມາໄດ້ສັກຢາວັກຊີນກັນໂຄວິດ-19 ຄົບ, ວັນທີ 17 ຕຸລາ 2021 ໄດ້ເກັບຕົວຢ່າງກວດພະຍາດໂຄວິດ-19

ວັນທີ 18 ຕຸລາ 2021 ຜົນກວດອອກມາແມ່ນພົບເຊື້ອ ແລະ ໃນມື້ດຽວກັນໄດ້ຮັບເຂົ້າປິ່ນປົວຢູ່ໂຮງໝໍມິດຕະພາບ ດ້ວຍມີອາການໄອ, ຫາຍໃຈບໍ່ອີ່ມ, ຫນາວສັ່ນ ມີໄຂ້ ແລະ ວິນຫົວ.
ໄລຍະນອນປິ່ນປົວປົວຢູ່ມິດຕະພາບ ແຕ່ວັນທີ 18 ຕຸລາ 2021 – 07 ພະຈິກ 2021, ມາຮອດເວລາ 07:10 ໂມງ ຂອງວັນທີ 07 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ


4 ຜູ້ທີ 4 ເພດຍິງ, ອາຍຸ 84 ປີ, ບ້ານປ່າອ້ອຍ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ
ປະຫັວດພະຍາດປະຈໍາຕົວ ເບົາຫວານ, ໄຂ່ຫຼັງຊຸດໂຊມ, ຊ່ວຍເຫຼືອຕົນເອງບໍ່ໄດ້ຫຼາຍປີແລ້ວ ຜ່ານມາບໍ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19

ວັນທີ 27 ຕຸລາ 2021 ໄດ້ເອົາຜູ້ກ່ຽວເຂົ້ານອນຢູ່ສູນຂອງສະໂມສອນແຂວງ ຍ້ອນວ່າຄອບຄົວຕິດເຊື້ອໝົດທຸກຄົນ ແລະ ບໍ່ມີໃຜເບີ່ງແຍງຜູ້ກ່ຽວ ວັນທີ 30 ຕຸລາ 2021 ໄດ້ເກັບຕົວຢ່າງ ແລະ ຜົນກວດອອກມາພົບເຊື້ອ ຊື່ງຄົນເຈັບມີອາການ

ອິດເມື່ອຍ, ໄອ, ຫາຍໃຈຝຶດ, ຫາຍໃຈໄວ ແລະ ເວລາ 10:00 ໂມງ ຂອງມື້ດຽວກັນ ໄດ້ນໍາສົ່ງຄົນເຈັບມາປີ່ນປົວຢູ່ໂຮງໝໍແຂວງ
ໄລຍະນອນປິ່ນປົວປົວ ແຕ່ວັນທີ 27 ຕຸລາ 2021; 07 ພະຈິກ 2021, ເປັນເວລາ 12 ມື້ມາຮອດເວລາ 18:00 ໂມງ ຂອງວັນທີ 07 ພະຈິກ 2021 ຄົນເຈັບໄດ້ເສຍຊີວິດ