ອັລວາເຣຊ ຊະນະນ໊ອກຄູ່ແຂ່ງ ຄວ້າສາຍແອວແຊັມ 4 ສະຖາບັນຮຸ່ນ ຊູເປີ ມິດເດິລເວດ ຄົນທໍາອິດ

371

ຊາອູລ ອັລວາເຣຊ ນັກມວຍຊາວແມັກຊິກ ກາຍເປັນແຊັມໂລກ 4 ສະຖາບັນຮຸ່ນ ຊູເປີ ມິດເດິລເວດ ຄົນທໍາອິດຂອງວົງການມວຍຫຼັງເອົາຊະນະນ໊ອກ ຄາເລັບ ແພລນ ຈາກສະຫະລັດອາເມຣິກາ ໃນຍົກທີ 11 ທີ່ລາສເວກັສ ສະຫະລັດອາເມຣິກາ ເມື່ອທ້າຍອາທິດ ທີ່ຜ່ານມາ.

ຈັງຫວະສໍາຄັນຂອງໄຟທ໌ດັ່ງກ່າວ ເກີດຂຶ້ນໃນຍົກທີ 11 ເມື່ອ ອັລວາເຣຊ ເລັ່ງເຄື່ອງໄລ່ຊົກ ແພລນ ທີ່ພະຍາຍາມເກັບອາການເມົາໝົດ ກ່ອນຈົບດ້ວຍໝັດຊາ 2 ໝັດ ຈົນລົ້ມລົງກັບພື້ນ ແລະ ຣັສເຊລ ມໍຣາ ກໍາມະການຕັດສິນສັ່ງຢຸດຕິດການຊົກ ໂດຍເຫຼືອເວໃນ 1 ນາທີ 5 ວິນາທີ.

ໄຊຊະນະໄຟທດັ່ງກ່າວ ເຮັດໃຫ້ ອັລວາເຣຊ ເພີ່ມສະຖິຕິຊະນະ 57 ໄຟທ໌ ( ຊະນະນ໊ອກ 39 ໄຟທ໌ ), ເສຍ 1 ແລະ ສະເໝີ 1 ໄຟທ໌ ພ້ອມທັງເປັນການມອບຄວາມປະລາໄຊໃຫ້ກັບ ແພລນ ຄັ້ງທໍາອິດຫຼັງຊະນະມາ 21 ໄຟທ໌ລວດ ລວມທັງຄວ້າສາຍແອວແຊັມ ສະຫະພັນມວຍນາໆຊາດ ( IBF ) ມາເພີ່ມ ຕໍ່ຈາກສາຍແອວແຊັມ 3 ສະຖາບັນກ່ອນໜ້ານີ້ໄດ້ແກ່ ສະພາມວຍໂລກ ( WBC ), ສະມາຄົມມວຍໂລກ ( WBA ) ແລະ ອົງກອນມວຍໂລກ ( WBO ).

ນອກນັ້ນ, ອັລວາເຣຊ ຍັງກາຍເປັນນັກມວຍຄົນທີ 6 ເສັ້ນ ນັບຕັ້ງແຕ່ສ້າງຕັ້ງ ອົງກອນມວຍໂລກ ( WBO ) ເມື່ອປີ 1988 ຕໍ່ຈາກ ເບີນາດ ຮ໊ອບກິນສ ຮຸ່ນມິດເດິລເວດ, ເຈີເມນ ເທເລີ ຮຸ່ນມິດເດິລເວດ, ເທີເຣນຊ໌ ຄຣໍຟອດ ຮຸ່ນເວລເຕີເວດ, ຈອຊ ເທເລີ ຮຸ່ນຈູເນຍ ເວລເຕີເວດ ແລະ ໂອເລັກຊານເດີ ຊູຊິກ ຮຸ່ນດຣຸຍເຊີເວດ.