ພົບຜູ້ຕິດເຊື້ອໂຄວິດໃໝ່ 786 ຄົນ, ເສຍຊີວິດເພີ່ມ 4 ກໍລະນີ

245

ວັນທີ 8 ພະຈິກ ລາວ ກວດພົບຜູ້ຕິດເຊື້ອ 786 ຄົນ, ໃນນັ້ນ ເປັນຜູ້ຕິດເຊື້ອພາຍໃນ 783 ຄົນ ເປັນກໍລະນີນຳເຂົ້າ 3 ຄົນ, ເຊິ່ງຜູ້ຕິດເຊື້ອພາຍໃນຍັງແມ່ນ ນະຄອນຫຼວງວຽງຈັນ ມີຈໍານວນ 314 ຄົນ, ແຂວງຫຼວງພະບາງ 138 ຄົນ, ແຂວງວຽງຈັນ 71 ຄົນ ແລະ ມີຜູ້ເສຍຊີວິດເພີ່ມ 4 ຄົົນ.

ທ່ານ ດຣ. ສີສະຫວາດ ສຸທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດລະບາດ, ກະຊວງສາທາລະນະສຸກ ລາຍງານວ່າ ໃນວັນທີ 7 ພະຈິກ 2021 ຜ່ານມາ ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ ໂຄວິດ-19 ທັງໝົດ 6.234 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 786 ຄົນ ໃນນັ້ນ ຕິດເຊື້ອພາຍໃນ ມີ 763 ຄົນ ແລະ ຕິດເຊື້ອນໍາເຂົ້າ 3 ຄົນ ຈາກສະຫວັນນະເຂດ 2 ຄົນ, ບໍ່ແກ້ວ 1 ຄົນ


ຕິດເຊືື້ອພາຍໃນໃໝ່ທັງໝົດ 783 ຄົນ ຈາກ 15 ແຂວງ ເຊິ່ງລາຍລະອຽດດັ່ງນີ້
1 ນະຄອນຫຼວງ 314 ຄົນ ມາຈາກ 130 ບ້ານ, ໃນ 9 ເມືອງຄື ເມືອງຈັນທະບູລີ ມີ 27ຄົນ 10 ບ້ານ, ເມືອງສີໂຄດ ມີ 38 ຄົນ 22 ບ້ານ, ເມືອງໄຊເສດຖາ ມີ 83 ຄົນ 25 ບ້ານ, ສີສັດຕະນາກ ມີ 23 ຄົນ 15 ບ້ານ, ເມືອງນາຊາຍທອງ ມີ 34 ຄົນ 8 ບ້ານ, ເມືອງໄຊາທານີ ມີ 77 ຄົນ 27 ບ້ານ, ເມືອງຫາດຊາຍຟອງ ມີ 26 ຄົນ 18 ບ້ານ, ເມືອງປາກງື່ມ ມີ 1 ຄົນ 1 ບ້ານ, ເມືອງສັງທອງ ມີ 5 ຄົນ 4 ບ້ານ


ຫຼວງພະບາງ, ມີ 138 ຄົນ ໃນ 30 ບ້ານ ແລະ 6 ເມືອງ, ແຂວງວຽງຈັນ ມີ 71 ຄົນ ໃນ 20 ບ້ານ ແລະ 5 ເມືອງ, ຫຼວງນ້ຳທາ ມີ 48 ຄົນ ໃນ 27 ບ້ານ ແລະ 3 ເມືອງຜົ້ງສາລີ ມີ 40 ຄົນ ໃນ 2 ເມືອງ, ໄຊຍະບູລີ ມີ 33 ຄົນ ໃນ 7 ບ້ານ ແລະ 1 ເມືອງຈຳປາສັກ ມີ 29 ຄົນ ໃນ 12 ບ້ານ ແລະ 3 ເມືອງ,

ອຸດົມໄຊ ມີ 26 ຄົນ, ເຊກອງ ມີ 19 ຄົນ ໃນ 10 ບ້ານ ແລະ 3 ເມືອງ
ບໍລິຄຳໄຊ ມີ 16 ຄົນ ໃນ 4 ບ້ານ ແລະ 1 ເມືອງ, ຄຳມ່ວນ ມີ 15 ຄົນ ໃນ 5 ບ້ານ ແລະ 3 ເມືອງ, ສະຫວັນນະເຂດ ມີ 13 ຄົນ ໃນ 7 ບ້ານ ແລະ 2 ເມືອງ, ບໍ່ແກ້ວ ມີ 12 ຄົນ ໃນ 4 ບ້ານ ແລະ 3 ເມືອງ, ສາລະວັນ ມີ 8 ຄົນ ໃນ 3 ບ້ານ ແລະ 2 ເມືອງ, ໄຊສົມບູນ ມີ 1 ຄົນ ໃນ 1 ບ້ານ ແລະ 1 ເມືອງ

ມາຮອດວັນທີ 8 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 47.842 ຄົນ, ເສຍຊີວິດສະສົມ 86 ຄົນ (ໃໝ່ 04), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 499 ຄົນ, ກໍາລັງປິ່ນປົວ 8.862 ຄົນ.