ລິເວີພູລ ເສຍນັດທໍາອິດຂອງລະດູການດ້ວຍນໍ້າມືຂອງ ເວສແຮມ ຢູໄນເຕັດ

508

ກ່ອນໜ້ານີ້ ລິເວີພູລ ກາຍເປັນສະໂມສອນດຽວທີ່ຍັງບໍ່ເສຍ ໃນພຣີເມຍລີກ ອັງກິດ, ແຕ່ຫຼ້າສຸດຖືກ ເວສແຮມ ຢູໄນເຕັດ ບຽດເອົາຊະນະ 3-2 ໃນການແຂ່ງຂັນພຣີເມຍລີກ ໃນນັດທີ 11 ເມື່ອວັນທີ 7 ພະຈິກ 2021 ເຮັດໃຫ້ ລິເວີພູລ ເສຍນັດທໍາອິດຂອງລະດູການ 2021-2022.

ຈັງຫວະທີ່ມີປະຕູຂອງນັດດັ່ງກ່າວເກີດຂຶ້ນນາທີໆ 5 ປາໂບລ ຟໍນັລ ໂໝ່ງໃຫ້ກັບ ເວສແຮມ ຢູໄນເຕັດ ຂຶ້ນນໍາ 1-1 ກ່ອນທີ່ ລິເວີພູລ ຈະຕີສະເໝີໄດ້ 1-1 ນາທີິໆ 40 ຈາກການຍິງຂອງ ເທຣນ ອະເລັກຊານເດີ ອາໂນລ, ສ່ວນເຄິ່ງເວລາທີ 2 ຟໍນັລ ມາຍິງປະຕູໃຫ້ກັບ ເວສແຮມ ຢູໄນເຕັດ ຂຶ້ນນໍາອີກຄັ້ງເປັນ 2-1 ນາທີໆ 66 ແລະ ເຄິດ ຊູມາ ໂໝ່ງເພີ່ມອີກໜຶ່ງປະຕູຊ່ວຍໃຫ້ ເວສແຮມ ໜີຫ່າງ 3-1 ນາທີໆ 74 ກ່ອນທີ່ ລິເວີພູລ ຈະໄລ່ມາເປັນ 2-3 ນາທີໆ 83 ຈາກການຍິງຂອງ ດິວອກ ໂອຣິກີ ຈົບເກມ ເວສແຮມ ຢູໄນເຕັດ ເອົາຊະນະໄປ 3-2.

ຈາກຜົນດັ່ງກ່າວ ເຮັດໃຫ້ ເວສແຮມ ຢູໄນເຕັດ ແຊງຂຶ້ນໄປຢູ່ອັນດັບ 3 ຂອງຕາຕະລາງຄະແນນລວມຈາກການມີ 23 ຄະແນນຈາກ 11 ນັດ, ສ່ວນ ລິເວີພູລ ຕົກລົງໄປຢູ່ອັນດັບທີ 4 ຂອງຕາຕະລາງຄະແນນລວມຈາກການມີ 22 ຄະແນນຕາມຫຼັງຜູ້ນໍາຢ່າງ ເຊລຊີິ ຢູ່ 4 ຄະແນນ.ນອກນັ້ນ ຍັງເຮັດໃຫ້ ລີເວີພູລ ເສຍເປັນນັດທໍາອິດຂອງລະດູການນີ້ຄືລົງແຂ່ງ 11 ນັດ ຊະນະ 8, ສະເໝີ 2 ນັດ ແລະ ເສຍ 1 ນັດ ເຮັດໃຫ້ທຸກທີມໃນພຣີເມຍລີກ ອັງກິດ ລະດູການນີ້ຕ່າງກໍເສຍໄປແລ້ວ.