ສຫລ ຈັດເວທີ ສົນທະນາ ກ່ຽວກັບເຄື່ອງຫັດຖະກຳລາວ ພ້ອມມອບເຄື່ອງຊ່ວຍເຫຼືອໃຫ້ ປກສ ນະຄອນຫຼວງ

526

ສະມາຄົມ ຫັດຖະກຳລາວ (ສຫລ) ໄດ້ຈັດ ເວທີການສົນທະນາ ພາຍໃຕ້ຫົວຂໍ້: “ສ້າງແຮງຈູງໃຈໃຫ້ຊາວໜຸ່ມເຫັນຄວາມສຳຄັນ ແລະ ຫັນມາໃຊ້ຜະລິດຕະພັນ ຫັດຖະກຳລາວ” ຂຶ້ນທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໃນວັນທີ 5 ພະຈິກ 2021.

.


ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ປ້າ ນາລີ ສີສຸລິດ ປະທານທີ່ປຶກສາ ສະມາຄົມຫັດຖະກຳລາວ (ສຫລ), ທ່ານ ປ້າ ຈັນເທົາ ປະຖັມມະວົງ ປະທານກິຕິມະສັກ ສຫລ, ທ່ານ ນາງ ສຸວິຕາ ປະເສີດ ປະທານ ສຫລ, ທ່ານ ນາງ ດາລີວັນ ສິດພະໄຊ ທີ່ປຶກສາອາວຸໂສ ສຫລ, ພ້ອມມີທ່ານ ພັນໂທ ອຸບົນ ຈູນລະມານີ ຮອງກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ພ້ອມມີພາກສ່ວນກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ.

.


ທ່ານ ນາງ ສຸວິຕາ ປະເສີດ ປະທານ ສຫລ ກ່າວວ່າ: ໃນນາມປະທານສະມາຄົມຫັດຖະກຳລາວ ແລະ ໃນນາມປະທານຄະນະກໍາມະການຈັດ ມະຫະກຳສີມືຫັດຖະກຳລາວຄັ້ງທີ 20 ປະຈຳປີ 2021, ຂໍທົບທວນຈຸດປະສົງຂອງການຈັດງານມະຫາກຳສີມືຫັດຖະກຳລາວ ອັນໜຶ່ງກໍແມ່ນ ເພື່ອປະກອບສ່ວນ ອະນຸລັກ ແລະ ສົ່ງເສີມວຽກງານຫັດຖະກຳໃນຂອບເຂດທົ່ວປະເທດ ພ້ອມທັງເປັນການຕໍ່ຍອດມູນເຊື້ອຫັດຖະກຳ ຂອງຮຸ່ນປູ່ຍ່າຕາຍາຍ ໃຫ້ມີຄວາມຍືນຍົງຢູ່ຄູ່ກັບຊາວລາວເຮົາ, ທັງເປັນການສືບສານມູນເຊື້ອວັດທະນະທຳອັນດີງາມ, ສົ່ງເສີມໃຫ້ຄົນຮຸ່ນຫລັງ ຫັນມານິຍົມຊົມຊອບ ເຄື່ອງຫັດຖະກໍາລາວ.

.


ດັ່ງນັ້ນ, ການຈັດໃຫ້ມີເວທີ ສົນທະນາໃນມື້ນີ້ ພາຍໃຕ້ຫົວຂໍ້: “ການສ້າງແຮງຈູງໃຈໃຫ້ຊາວໜຸ່ມ ເຫັນຄວາມສໍາຄັນ ແລະ ຫັນມາໃຊ້ຜະລິດຕະພັນຫັດຖະກໍາລາວ” ຈຶ່ງເປັນກິດຈະກໍາໜຶ່ງທີ່ນອນຢູ່ໃນແຜນການກິດຈະກຳ ທັງເປັນການຕອບສະໜອງຈຸດປະສົງຂອງການຈັດ ມະຫາະກຳສີມືຫັດຖະກຳລາວ ໃນຄັ້ງນີ້.


ເພື່ອໃຫ້ໄດ້ຂໍ້ມູນທີ່ຫຼາກຫຼາຍ ດັ່ງນັ້ນຜູ້ທີ່ມາຮ່ວມແລກປ່ຽນຄວາມຄິດເຫັນ ແມ່ນຄັ້ງນີ້ມີທັງສາມຮຸ່ນຄື: ໄວອາວຸໂສ, ໄວກາງຄົນ ແລະ ໄວໜຸ່ມ ໂດຍມີທ່ານ ປ້າ ນາລີ ສີສຸລິດ ປະທານທີ່ປຶກສາ ສະມາຄົມຫັດຖະກຳລາວ (ສຫລ) ພັນລະຍາພະນະທ່ານປະທານປະເທດ, ທ່ານ ນາງ ດາລີວັນ ສິດພະໄຊ ທີ່ປຶກສາອາວຸໂສ ສຫລ, ນັກທຸລະກິດ ທັງເປັນຮອງປະທານນັກທຸລະກິດຍິງ ແລະ ທ່ານ ດຣ. ນາງ ຈັນດາລີ ພະສິດໄຊ ໝໍວິຊາການ ກົມແຜນການ-ການເງິນ ກະຊວງສາທາລະນະສຸກ ແລະ ທ່ານ ກໍວິເສດ ພະໄຊສົມບັດ ນັກສະສົມຜ້າເກົ່າ ໄວໜຸ່ມ, ເຈົ້າຂອງຮ້ານປັນມູນ.


ໃນງານສະມາຄົມຫັດຖະກຳລາວ ຍັງມອບອຸປະກອນ ແລະ ປັດໄຈ ຊຸກຍູ້ກອງບັນຊາການ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ເພື່ອນຳໃຊ້ເຂົ້າໃນການປ້ອງກັນພະຍາດໂຄວິດ-19 ລວມມູນຄ່າ 25 ລ້ານກີບ.
ຕາງໜ້າມອບໂດຍທ່ານ ປ້າ ນາລີ ສີສຸລິດ ປະທານທີ່ປຶກສາ ສະມາຄົມຫັດຖະກຳລາວ (ສຫລ) ແລະ ຕາງໜ້າຮັບໂດຍທ່ານ ພັນໂທ ອຸບົນ ຈູນລະມານີ ຮອງກອງບັນຊາການ ປກສ ນະຄອນຫຼວງວຽງຈັນ.