ເຊັນບົດບັນທຶກຄວາມເຂົ້າໃຈການຮ່ວມມື ວ່າດ້ວຍການພັດທະນາການຊໍາລະພາສີ-ອາກອນ, ຄ່າທຳນຽມ-ຄ່າບໍລິການ, ເບີກຈ່າຍງົບປະມານແຫ່ງລັດຜ່ານ ບໍລິການການເງິນດິຈິຕອນ M Money ແລະ ການນໍາໃຊ້ບໍລິການລະບົບພື້ນຖານໂຄງລ່າງໂທລະຄົມ

1143

ໃນຕອນແລງວັນທີ 5 ພະຈິກ 2021 ທີ່ກະຊວງການເງິນ ໄດ້ມີພິທີລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການພັດທະນາການຊໍາລະພາສີ-ອາກອນ, ຄ່າທຳນຽມ-ຄ່າບໍລິການ, ເບີກຈ່າຍງົບປະມານແຫ່ງລັດຜ່ານ ບໍລິການການເງິນດິຈິຕອນ M Money ແລະ ການນໍາໃຊ້ບໍລິການລະບົບພື້ນຖານໂຄງລ່າງໂທລະຄົມ ລະຫວ່າງ ກະຊວງການເງິນ ກັບ ກຸ່ມບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ.


ຕ່າງໜ້າລົງນາມໂດຍ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງລັດຖະມົນຕີກະຊວງການເງິນ ກັບ ທ່ານ ສຸພົນ ຈັນທະວີໄຊ ຜູ້ອໍານວຍການໃຫຍ່ ກຸ່ມບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ໂດຍການໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ, ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ມີຄະນະຜູ້ບໍລິຫານ ທັງສອງຝ່າຍ ແລະ ແຂກທີ່ມີກຽດເຂົ້າຮ່ວມ.


ທ່ານ ບຸນປະເສີດ ສີກຸນລະບຸດ ຫົວຫນ້າສະຖາບັນພັດທະນາຂໍ້ມູນຂ່າວສານການເງິນ ໄດ້ໃຫ້ກຽດມີຄໍາເຫັນຕໍ່ການດໍາເນີນໂຄງການຮ່ວມມືໃນຄັ້ງນີ້.

ຈາກນັ້ນ ທ່ານ ທັນສະໄໝ ຊາມຸນຕີ ຜູ້ຊີ້ນໍາວຽກງານ Commercial ລລທ ທັງເປັນ ຜູ້ອໍານວຍການ ບໍລິສັດ ລາວໂມບາຍມັນນີ ຈໍາກັດຜູ້ດຽວ ໄດ້ຂຶ້ນກ່າວມີຄຳເຫັນວ່າ: ພິທີເຊັນສັນຍາຮ່ວມມືໃນຄັ້ງນີ້ແມ່ນເພື່ອຈັດຕັ້ງປະຕິບັດການຮ່ວມມືໃນໂຄງການ “ ການນໍາໃຊ້ບໍລິການ ລະບົບພື້ນຖານໂຄງລ່າງເຄືອຂ່າຍໂທລະຄົມມະນາຄົມ ແລະ ລະບົບກະເປົາເງິນເທີງມືຖື M-Money ຂອງ ກຸ່ມບໍລິສັດ ລາວໂທລະຄົມມະນາຄົມມະຫາຊົນ ເຂົ້າໃນການເກັບລາຍຮັບພາສີອາກອນ ແລະ ລາຍຈ່າຍ ຂະແໜງການເງິນແຫ່ງລັດ ຂອງກະຊວງການເງິນ” ໃນຂົງເຂດການຮ່ວມມືທີ່ທັງສອງຝ່າຍກໍານົດໄວ້ ແລະ ທັງເປັນການຫັນແຜນວຽກຈຸດສຸມ ແລະ ແຜນດຳເນີນງານ ໄລຍະ 5 ປີ ( 2021-2025 ) ຂອງຂະແໜງການເງິນ ໃນການຫັນເຂົ້າສູ່ລະບົບຈັດເກັບ ແລະ ຊຳລະພັນທະທາງດີຈິຕອນ ຫຼື Fintech ຊຶ່ງເປັນຊ່ອງທາງ ແລະ ເຄື່ອງມືທາງດ້ານການເງິນອັນໜຶ່ງທີ່ຈະເພີ່ມທະວີຄວາມເຂັ້ມແຂງ ແລະ ຄວາມໂປ່ງໃສໃຫ້ແກ່ ລະບົບຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານແຫ່ງລັດ ເພື່ອຮັບປະກັນການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ຂອງຂະແໜງການເງິນ ທີ່ເປັນຜູ້ເກັບລາຍຮັບເຂົ້າງົບປະມານໃຫ້ບັນລຸຕາມແຜນການ. ລວມເຖິງການເບີກຈ່າຍງົບປະມານແຫ່ງລັດຕ່າໆ ໃຫ້ມີຄວາມວ່ອງໄວ, ທັນສະໄໝ ແລະ ກວດສອບໄດ້.


ໂຄງການດັ່ງກ່າວ ແມ່ນມີຄວາມໝາຍຄວາມສຳຄັນ ເພາະຈະເປັນອີກໂຄງການໜຶ່ງທີ່ສົ່ງເສີມ, ສະໜອງທາງເລືອກ, ອຳນວຍຄວາມສະດວກໃຫ້ແກ່ ຜູ້ຊົມໃຊ້, ຫົວໜ່ວຍທຸລະກິດ ໃນການເຂົ້າເຖິງການບໍລິການຂອງພາກລັດ ໃນການປະຕິບັດການຊຳລະພັນທະໃຫ້ແກ່ລັດ ແລະ ເບີກຈ່າຍງົບປະມານຕ່າງໆຢ່າງມີປະສິດພາບໃຫ້ເພີ່ມຂຶ້ນເລື້ອຍໆ.


ການຮ່ວມມືໃນຄັ້ງນີ້ ຖືເປັນອີກບາດກ້າວໜຶ່ງທີ່ສຳຄັນໃນການຫັນການຊຳລະພັນທະຂະແໜງການເງິນໃນຮູບແບບໃຫມ່ຜ່ານ M Money ກະເປົາເງິນເທິງມືຖື ເຂົ້າໃນຫົວໜ່ວຍວຽກງານຂອງລັດ ແລະ ມີຄວາມຈຳເປັນໃນການດຳລົງຊີວິດປະຈຳວັນຂອງຜູ້ຄົນໃນທົ່ວປະເທດ ເປັນສ່ວນໜຶ່ງໃນການສ້າງທ່າແຮງ, ຊຸກຍູ້, ເສີມສ້າງ ແລະ ຜັນຂະຫຍາຍເສດຖະກິດດິຈິຕອນ, ຫຼຸດຜ່ອນການນຳໃຊ້ເງິນສົດ ຕາມແຜນພັດທະນາເສດຖະກິດດິຈິຕອນ ຂອງພັກ-ລັດ ໃຫ້ປະກົດຜົນເປັນຈິງ ຕາມວິໄສທັດຂອງ ບໍລິສັດ ລາວໂມບາຍມັນນີ ຈຳກັດຜູ້ດຽວ ເປັນຜູ້ນຳດ້ານການບໍລິການການເງິນດິຈິຕອນ ໃນ ສປປ ລາວ ອີກດ້ວຍ.