ໂຄວິດ 19 ໜັກຂຶ້ນເລື້ອຍໆ ຈະເມີນເສີຍບໍ່ໄດ້ອີກແລ້ວ ສີ່ງທີ່ທຸກຄົນຄວນເຮັດຄືໃຫ້ປະຕິບັດຕາມນີ້

1635

ທ່ານ ດຣ. ນາງ ບົວຜັນ ຄຳພາພົງຜ່ານ ຮອງຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ, ກະຊວງສາທາລະນະສຸກ ກ່າວວ່າ ໃນໄລຍະເວລາພຽງສອງອາທິດຜ່ານມາ ບ້ານທີ່ຄົ້ນພົບວ່າມີຄົນຕິດເຊື້ອພະຍາດໂຄວິດທີ່ເອີ້ນວ່າບ້ານແດງນັ້ນ ໄດ້ເພີ່ມຈໍານວນຂື້ນ ຈາກ 444 ບ້ານ ໃນວັນທີ 23 ຕຸລາ ມາເປັນ 701 ບ້ານ ໃນວັນທີ 5 ພະຈິກ 2021.

ໝາຍຄວາມວ່າ ບ້ານແດງສະສົມ ເພີ່ມຂື້ນເຖິງ 257 ບ້ານ ພາຍໃນເວລາພຽງສອງອາທິດເທົ່ານັ້ນ. ສະແດງວ່າ ການແຜ່ເຊື້ອພະຍາດໂຄວິດລາມກວ້າງໄດ້ຢ່າງໄວວາໃນຂອບເຂດທົ່ວປະເທດ.
ເມື່ອເຊື້ອກະຈາຍຢູ່ທຸແແຫ່ງແລ້ວ ມາດຕະການປິດແຂວງ ຫຼື ປິດເມືອງ ໂດຍສະເພາະຕົວເມືອງໃຫຍ່ ທີ່ເປັນສູນກາງເສດຖະກິດ ການຄ້າ ການສຶກສາ ແມ່ນເຮັດໄດ້ຍາກ ຍົກເວັ້ນເມືອງທີ່ຍັງບໍ່ທັນມີການລະບາດ.

ໃນເວລານີ້ ສິ່ງທີ່ປະຕິບັດໄດ້ພຽງເປັນການປິດບ້ານທີ່ກໍາລັງມີການສົ່ງເຊື້ອ ທີ່ເອີ້ນວ່າເປັນບ້ານແດງເທົ່ານັ້ນ. ຕໍ່ສະຖານະການນີ້ ທຸກທ່ານຍັງຈະເມີນເສີຍ ບໍ່ໄດ້ອີກແລ້ວ ແຕ່ຄວນຕື່ນຕົວ ປະຕິບັດການປ້ອງກັນຕົນເອງ ແລະ ປ້ອງກັນຄອບຄົວຕົນເອງຢ່າງຈິງຈັງ ເພື່ອຢຸດການແຜ່ລາມ.
ສີ່ງທີ່ທຸກຄົນຄວນເຮັດໃນຕອນນີ້ ຄື ສ້າງສິ່ງແວດລ້ອມໃຫ້ມີຄວາມປອດໄພ ການທີ່ທ່ານໄປຢູ່ໃນຝູງຊົນ ຄົນຫຼາຍ ແອອັດນັ້ນເປັນການສ່ຽງສູງສຸດ ເທົ່າກັບການຢູ່ໃນຫ້ອງທີ່ບໍ່ໄດ້ເປີດປ່ອງຢ້ຽມປະຕູໃຫ້ອາກາດລ່ວງດີ.

ຕິດເຊື້ອເປັນສ່ວນໃຫຍ່ ໃນໄລຍະຜ່ານມາ ລ້ວນແຕ່ແມ່ນສະຖານທີ່ ທີ່ມີຄົນຫຼາຍເຊັ່ນ ໂຮງງານ, ສະຖາບັນການສຶກສາ, ຄ້າຍຄຸມຂັງ, ຕະຫຼາດ ແລະ ອື່ນໆ. ສວ່ນສະຖານທີ່ ທີ່ມີຄົນທີ່ລົມກັນແຮງ ເວົ້າດັງ ເຮຮາ ມ່ວນຊື່ນ ກິນດື່ມສັງສັນກັນ ກໍ່່ລ້ວນແຕ່ສ່ຽງສູງທັງນັ້ນ. ເພື່ອເຮັດໃຫ້ສິ່ງແວດລ້ອມອ້ອມຕົວທ່ານມີຄວາມຜອດໄພສູງ ຄວນປະຕິບັດດັ່ງນີ້:
ຫຼີກເວັ້ນການໄປ 3 ສະຖານທີ່ອັນຕະລາຍ ໄດ້ແກ່ ສະຖານທີ່ປິດ, ສະຖານທີ່ມີຄົນຫຼາຍ ຫຼື ສະຖານທີ່ແອອັດ ເດີນຍ່າງບຽດກັນ ພົບປະກັນຢູ່ກາງແຈ້ງ ກາງເດີ່ນ ແຕ່ບໍ່ແມ່ນຫ້ອງແອ ຫ້ອງປິດບໍ່ມີລົມລ່ວງ

ຖ້າບໍ່ສາມາດຫຼີກລ້ຽງການໄປໃນສະຖານທີ່ປິດນັ້ນໄດ້ ຂໍໃຫ້ທ່ານພະຍາຍາມໄປຢູ່ໃນຈຸດ ທີ່ໄກ້ປະຕູ ຫຼື ປ່ອງຢ້ຽມ ທີ່ອາກາດທາງນອກສາມາດຜ່ານເຂົ້າມາໄດ້ ແລະ ທ່ານຕ້ອງໃສ້ຜ້າອັດປາກ-ດັງຢ່າງຖືກຕ້ອງ ຕະຫຼອດເວລາທີ່ຢູ່ໃນສະຖານທີ່ນັ້ນ