ຄວາມສ່ຽງການຕິດເຊື້ອໃນຄອບຄົວດຽວກັນແມ່ນສູງ ຮຽກຮ້ອງໃຫ້ທຸກຄອບຄົວ ເຂັ້ມງວດປະຕິບັດການປ້ອງກັນຕົນເອງ

715

ທ່ານ ດຣ. ນາງ ບົວຜັນ ຄຳພາພົງຜ່ານ ຮອງຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ, ກະຊວງສາທາລະນະສຸກ ກ່າວວ່າ ຕົວເລກລາຍງານການຕິດເຊື້ອຂອງວັນທີ 6 ພະຈິກ ມີເກີນພັນຄົນ ແຕ່ສໍາຄັນກວ່ານັ້ນ ອັດຕາການກວດພົບເຊື້ອສູງກວ່າທຸກວັນ ໝາຍຄວາມວ່າ ຈໍານວນກວດນ້ອຍ ແຕ່ພົບຄົນຕິດເຊື້ອຫຼາຍ ຊຶ່ງພົ້ນເດັ່ນ ແມ່ນຢູ່ແຂວງ ວຽງຈັນ, ນະຄອນຫຼວງວຽງຈັນ, ແລະ ແຂວງເຊກອງ.


ການກວດພົບຫຼາຍຄືແນວນີ້ ສາມາດຄາດຄະເນໄດ້ວ່າ ການແຜ່ເຊື້ອພາຍໃນຊຸມຊົນໃນບັນດາແຂວງເຫຼົ່ານີ້ ຍັງຈະສູງຕໍ່ໄປ ລວມທັງນະຄອນຫຼວງວຽງຈັນ. ການຕິດເຊື້ອພົບວ່າ ມາຈາກໂຮງຈັກໂຮງງານ ທີ່ມີກຸ່ມກໍາມະກອນເຮັດວຽກເປັນກຸ່ມໃຫຍ່ ແລະ ຄ້າຍຄຸມຂັງ. ພິເສດ ມີການລາຍງານກຸ່ມຄອບຄົວຕິດເຊື້ອ ທີ່ມີສະມາຊິກເກືອບທັງໝົດໃນຄອບຄົວຕິດເຊື້ອ ນັບມື້ນັບເພີ່ມຂື້ນ.


ສະນັ້ນ ຄວາມສ່ຽງໃນຄອບຄົວແມ່ນມີສູງແລ້ວ ຄະນະສະເພາະກິດ ອີກເທື່ອໜື່ງຮຽກຮ້ອງໃຫ້ທຸກຄອບຄົວ ຈົ່ງເຂັ້ມງວດປະຕິບັດການປ້ອງກັນຕົນເອງ ແລະ ປ້ອງກັນທຸກຄົນໃນຄອບຄົວ ໂດຍການທໍາຄວາມສະອາດຂ້າເຊື້ອໃນເຮືອນທຸກວັນ ໂດຍການໃຊ້ນໍ້າຢາຂ້າເຊື້ອເຊັດຖູ ໃນທຸກຈຸດທີ່ສະມາຊິກຄອບຄົວໄດ້ສໍາຜັດເລື້ອຍໆ.

.

ເດັດຂາດບໍ່ກິນເຂົ້າຮ່ວມກັນ ຖ້າຕ້ອງໄດ້ດູແລເດັກ ຫຼື ຜູ້ສູງອາຍຸ ຜູ້ດູແລຄວນໃສ່ຜ້າປິດ-ປາກດັງທຸກຄັັ້ງ ໂດຍໃສ່ ແລະ ຖີ້ມທໍາລາຍ ຢ່າງຖືກຕ້ອງ.