ບຣູໂນ ຍອມຮັບ ແມນຢູ ສູ້ກັບ ແມນຊິຕີ້ ບໍ່ໄດ້ແບບຄົນລະຊັ້ນກັນ

635

ບຣູໂນ ເຟນັນເດສ ກອງກາງຂອງ ແມນເຊັສເຕີ ຢູໄນເຕັດ ຍອດມຮັບວ່າ ຕອນນີ້ ແມນເຊັສເຕີ ຢູໄນເຕັດ ບໍ່ໄດ້ຢູ່ໃນລະດັບທີ່ຈະສາມາດຕໍ່ກອນກັບ ແມນເຊັສເຕີ ຊິຕີ້ ໄດ້ ຫຼັງຈາກທີ່ນັດຫຼ້າສຸດ ເສຍໃຫ້ກັບ ແມນເຊັສເຕີ ຊິຕີ້ 0-2 ຄາບ້ານໃນການແຂ່ງຂັນບານເຕະ ພຣີເມຍລີກ ອັງກິດ ເມື່ອວັນທີ 6 ພະຈິກ ທີ່ຜ່ານມາ.

ແມນເຊັສເຕີ ຊິຕີ້ ໄດ້ສອງປະຕູຕັ້ງແຕ່ເຄິ່ງເວລາທໍາອິດ ຈາກການສະກັດເຂົ້າປະຕູຕົວເອງຈາກການຍິງຂອງ ເອຣິກ ໄບຍີ່ ນາທີໆ 7 ແລະ ຈາກການຍິງຂອງ ແບນາໂດ ຊິລວາ ນາທີໆ 45, ສ່ວນເຄິ່ງເວລາທີ 2 ບໍ່ມີະຕູເກີດຂຶ້ນ ແນ່ນອນນັດດັ່ງກ່າວ ແມນເຊັສເຕີ ຢູໄນເຕັດ ເປັນຮອງພໍສົມຄວນ.

ຫຼັງຈົບການແຂ່ງຂັນ ບຣູໂນ ກ່າວວ່າ: “ ມັນອະທິບາຍຍາກ, ແຕ່ພວກເຮົາບໍ່ດີພໍທີ່ຈະສູ້ກັບ ແມນເຊັສເຕີ ຊິຕີ້ ແລະ ພວກເຮົາຈໍາເປັນຕ້ອງປ່ຽນແປງ ເຊິ່ງມັນເກີດຂຶ້ນຫຼາຍຄັ້ງແລ້ວ ແລະ ພວກເຮົາກໍຢູ່ໃນໄລຍະຕໍ່ລະດູການເທົ່ານັ້ນ ຈໍາເປັນຕ້ອງລົງມືເຮັດຫຼາຍຂຶ້ນ ”.

ປັດຈຸບັນ ແມນເຊັສເຕີ ຢູໄນເຕັດ ລົງແຂ່ງຂັນໄປແລ້ວ 11 ນັດມີ 17 ຄະແນນຢູ່ອັນດັບທີ 5 ຂອງຕາຕະລາງຄະແນນລວມ, ສ່ວນ ແມນເຊັສເຕີ ຊິຕີ້ ມີ 23 ຄະແນນ ເລື່ອນຂຶ້ນອັນດັບ 2 ຂອງຕາຕະລາງຄະແນນລວມຊົ່ວຄາວ.