ໃຫ້ອົງການປົກຄອງເມືອງ ເປັນເຈົ້າການປະຕິບັດ ດັ່ງນີ້ ເກັບກໍາບັນຊີ ແລະ ຕິດຕາມການນໍາເອົາຜູ້ຕິດເຊື້ອ ໃຫ້ຄົບຖ້ວນ ແລະ ທັນການ

199

ອີງຕາມແຈ້ງການໃໝ່ຂອງ ນະຄອນຫຼວງວຽງຈັນ ສະບັບເລກທີ 41/ຈນວ ລົງວັນທີ 5 ພະຈິກ 2021 ກ່ຽວກັບການຜັນຂະຫບາຍ ການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ພະຍາດລະບາດໂຄວິດ 19 ແລະ ອີງຕາມ ຄໍາສັ່ງ ຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021. ລະບຸວ່າ ອົງການປົກຄອງເມືອງ ເປັນເຈົ້າການປະຕິບັດ ດັ່ງນີ້

1 ຄົ້ນຄວ້າຜັນຂະຫຍາຍຄໍາສັ່ງ, ແຈ້ງການ ແລະ ຄໍາແນະນໍາຕ່າງໆ ໃນການຈັດຕັ້ງປະຕິບັດ ໃຫ້ເຫມາະສົມຕາມສະພາບ, ເງື່ອນໄຂ ແລະ ຈຸດພິເສດ ຢູ່ເມືອງຂອງຕົນ ໂດຍອອກເປັນນິຕິກໍາຕ່າງໆ ໃຫ້ຖືກຕ້ອງ, ສອດຄ່ອງຕາມລະບຽບການ.
2 ເກັບກໍາບັນຊີ ແລະ ຕິດຕາມການນໍາເອົາຜູ້ຕິດເຊື້ອ ໄປເຂົ້າສະຖານທີ່ປິ່ນປົວ ໃຫ້ຄົບຖ້ວນ ແລະ ທັນການ, ພ້ອມທັງ ຈັດຕັ້ງຫນ່ວຍງານລົງສີດຢາຂ້າເຊື້ອຢູ່ສະຖານທີ່ຕ່າງໆ.
3 ເກັບກໍາບັນຊີ, ຕິດຕາມ ແລະ ຄຸ້ມຄອງການຈໍາກັດບໍລິເວນ ຂອງຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ (CI, C2) ຢູ່ສູນຈໍາກັດບໍລິເວນຂອງເມືອງ ໃຫ້ຄົບ 14 ວັນ, ພ້ອມທັງໃຫ້ຄໍາແນະນໍາດ້ານການແພດ ແລະ ການປະຕິບັດມາດຕະການຕ່າງໆ ຢ່າງເຂັ້ມງວດ.
4 ກໍານົດ ແລະ ປະກາດພື້ນທີ່ ຈຸດ/ເຂດ/ບ້ານແດງ ແລະ ຈັດຕັ້ງຫນ່ວຍງານລົງໄປຕິດຕາມ, ຊີ້ນໍາ ໃນການຄວບຄຸມການປະຕິບັດມາດຕະການຕ່າງໆ ຢູ່ສະຖານທີ່ດັ່ງກ່າວ ຢ່າງເຂັ້ມງວດ.

5 ປັບປຸງກົນໄກການເກັບກໍາຂໍ້ມູນກຸ່ມເປົ້າຫມາຍ ທີ່ຍັງບໍ່ທັນໄດ້ຮັບວັກຊີນ ໂດຍແບ່ງເປັນເປົ້າຫມາຍ ຕາມເກນອາຍຸໃຫ້ລະອຽດ (12-17 ປີ ແລະ 18 ປີ ຂຶ້ນໄປ), ພ້ອມທັງ ໃຫ້ຄົ້ນຄວ້າອອກແບບຟອມເກັບກໍາຂໍ້ມູນ ໃຫ້ສັ້ນກະທັດຮັດ ແລະ ສະດວກໃນການເກັບກໍາຂໍ້ມູນ.
6 ກະກຽມສະຖານທີ່ ແລະ ຮັກສາຄວາມສະຫງົບເປັນລະບຽບຮຽບຮ້ອຍ ພ້ອມທັງໃຫ້ມີການແຕ່ງຕັ້ງຄະນະປະຈໍາການຕົວຈິງ ຢູ່ສະຖານທີ່ບໍລິການໃຫ້ວັກຊີນ, ສະຖານທີ່ກວດຫາເຊື້ອ, ສະຖານທີ່ຈໍາກັດບໍລິເວນຜູ້ຕິດເຊື້ອທີ່ ບໍ່ມີອາການສະແດງ ແລະ ສະຖານທີ່ຈໍາກັດບໍລິເວນ ສໍາລັບຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອຢູ່ເຮືອນ ຫຼື ຢູ່ສູນຂອງບ້ານ/ເມືອງ ຕາມເງື່ອນໄຂຕົວຈິງ.
7 ຕິດຕາມ, ກວດກາ ແລະ ຊຸກຍູ້ ຜູ້ຖືກແຕ່ງຕັ້ງໃຫ້ປະຈໍາການ ປະຕິບັດວຽກງານຕົວຈິງຢູ່ສູນຈໍາກັດບໍລິເວນແຕ່ລະຈຸດ ກໍ່ຄືການປະຕິບັດມາດຕະການທີ່ຄະນະສະເພາະກິດກໍານົດອອກ ໃຫ້ມີຄວາມເຂັ້ມງວດ, ມີການຜັດປ່ຽນກັນລົງປະຈໍາການຊຸດລະ 14 ວັນ ແລະ ຈໍາກັດບໍລິເວນຕົນເອງໃຫ້ຄົບ 14 ວັນ ກ່ອນໄປປະຈໍາການປົກກະຕິ.

8 ຈັດຕັ້ງກໍາລັງລາດຕະເວນ ປິດ ການສັນຈອນຂອງພາຫະນະ ແລະ ການເຄື່ອນໄຫວຂອງບຸກຄົນ ພາຍໃນບ້ານຂອງຕົນ ຕາມກໍານົດເວລາທີ່ຄະນະສະເພາະກິດກໍານົດອອກໃນແຕ່ລະໄລຍະ, ພ້ອມທັງ ເຮັດວຽກໂຄສະນາ ແລະ ຕິດຕາມກວດກາ ການປະຕິບັດມາດຕະການ ການຫ້າມ, ການປິດ ແລະ ການອະນຸຍາດ ບັນດາກິດຈະກໍາ, ກິດຈະການ ຫຼື ຮ້ານຄ້າຕ່າງໆ ທີ່ຄະນະສະເພາະກິດໄດ້ກໍານົດອອກ ໃນແຕ່ລະໄລຍະ ຢ່າງເຂັ້ມງວດ.
9 ສັ່ງປິດຊົ່ວຄາວ ບັນດາໂຮງງານອຸດສາຫະກໍາ ແລະ ບັນດາວິສາຫະກິດ ທີ່ມີການຕິດເຊື້ອ ເພື່ອລົງຄວບຄຸມພື້ນທີ່ ແລະ ປະເມີນຄວາມສ່ຽງ ຈົນກວ່າຈະໄດ້ຮັບການອະນຸຍາດເປີດຄືນ ຈາກຄະນະສະເພາະກິດ ນະຄອນຫຼວງ.

10 ສັ່ງປິດຊົ່ວຄາວ ສູນກິລາໃນຮົ່ມ, ກາງແຈ້ງທຸກປະເພດ ແລະ ຫ້າມ ການອອກກໍາລັງກາຍ ຕາມສວນສາທາລະນະຕ່າງໆ ພາຍໃນເມືອງຂອງຕົນ ຮ່ວມກັບພະແນກສຶກສາທິການ ແລະ ກິລາ, ຍົກເວັ້ນ ໄດ້ຮັບອະນຸຍາດ ຈາກຄະນະສະເພາະກິດ ນະຄອນຫຼວງ.
11 ສຶກສາຄວາມເປັນໄປໄດ້ ເພື່ອຄົ້ນຄວ້າກົນໄກ ແລະ ລະບຽບການ ເພື່ອກະກຽມຄວາມພ້ອມຮອບດ້ານ ໃນການ ເປີດ ການຮຽນການສອນແບບປົກກະຕິຄືນໃຫມ່ ໃນຂອບເຂດເມືອງຂອງຕົນ ຮ່ວມກັບພະແນກສຶກສາທິ ການ ແລະ ກິລາ, ພ້ອມທັງຊຸກຍູ້ ຕິດຕາມກວດກາ ແລະ ຖອດຖອນບົດຮຽນ ເພື່ອປັບປຸງຄຸນນະພາບການ ຮຽນການສອນ ຂອງການສຶກສາທຸກຊັ້ນທຸກສາຍ ຜ່ານລະບົບອີເລັກໂຕຣນິກ (ທາງໄກ).

12 ຈັດຕັ້ງກວດກາ ບັນດາໂຮງຈັກ, ໂຮງງານ ແລະ ຫົວຫນ່ວຍທຸລະກິດ ທີ່ໄດ້ຮັບອະນຸຍາດ ໃຫ້ນໍາໃຊ້ບໍລິການ “ ລາວສູ້ ສູ້ ” ຜ່ານແອັບ Lao KYC ຕາມທີ່ໄດ້ກໍານົດໄວ້ໃນແຈ້ງການ ເລກທີ 39/ຈນວ, ລົງວັນທີ 29 ຕຸລາ 2021 ຮ່ວມ ກັບຂະແຫນງການ ເຕັກໂນໂລຊີ ແລະ ການສື່ສານ, ອຸດສາຫະກໍາ ແລະ ການຄ້າ, ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ສຶກສາທິການ ແລະ ກິລາ, ສາທາລະນະສຸກ, ປກສ ແລະ ຂະແຫນງການທີ່ກ່ຽວຂ້ອງ.