ແຈ້ງການໃໝ່ຫຼ້າສຸດ ນະຄອນຫຼວງວຽງຈັນ ສຸມໃສ່ຜັນຂະຫຍາຍບັນດາມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19

442

ອີງຕາມ ຄໍາສັ່ງ ຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021. ນະຄອນຫຼວງວຽງຈັນ ແຈ້ງມາຍັງບັນດາທ່ານ ເພື່ອສຸມໃສ່ຜັນຂະຫຍາຍບັນດາມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ທີ່ຄະນະສະເພາະກິດກໍານົດໄວ້ ອອກເປັນແຜນວຽກ ລະອຽດຂອງຕົນ ໃຫ້ສອດຄ່ອງຕາມສະພາບເງື່ອນໄຂ, ຈຸດພິເສດຂອງແຕ່ລະເມືອງ ແລະ ບັນດາບ້ານ ໃນການຈັດຕັ້ງ ປະຕິບັດໃນແຕ່ລະໄລຍະ ໃຫ້ມີປະສິດທິພາບ, ປະສິດທິຜົນສູງ ແລະ ຖືກຕ້ອງຕາມຫຼັກການ ແລະ ເຫດຜົນຂອງ ລັດຖະບານ ໃນການກໍານົດມາດຕະການຕ່າງໆ ຄື

.

ຍົກສູງຄວາມຮັບຜິດຊອບຂຶ້ນຕື່ມອີກ ເພື່ອເຮັດແນວໃດ ບໍ່ໃຫ້ພົນລະເມືອງລາວ ແລະ ຊາວຕ່າງປະເທດ ທີ່ອາ ໃສຢູ່ນະຄອນຫຼວງ ຕິດເຊື້ອພະຍາດ COVID-19, ຖ້າຕິດກໍ່ໃຫ້ຕິດຫນ້ອຍທີ່ສຸດ ແລະ ຖ້າເສຍຊີວິດ ກໍ່ໃຫ້ມີຫນ້ອຍທີ່ສຸດ;
ເພີ່ມຄວາມຮັບຜິດຊອບ ໃນການນໍາພາປະຊາຊົນບັນດາເຜົ່າຢູ່ນະຄອນຫຼວງ ໃຫ້ຫັນປ່ຽນແບບແຜນການດໍາລົງຊິວິດ ປົກກະຕິກ່ອນການລະບາດຂອງພະຍາດ COVID-19 ກ້າວສູ່ການດໍາລົງຊີວິດປົກກະຕິແບບໃຫມ່ໃນເງື່ອນໄຂ COVID-19;

.

ແນວທາງໃນການຈັດຕັ້ງປະຕິບັດ ການດໍາລົງຊີວິດປົກກະຕິແບບໃຫມ່ ໃນເງື່ອນໄຂ cOVID-19 ແມ່ນຕ້ອງ ສອດຄ່ອງກັບສະພາບ ແລະ ຈຸດພິເສດຂອງນະຄອນຫຼວງ ໂດຍມີການຮຽນຮູ້ບົດຮຽນຂອງພາຍໃນ ແລະ ຕ່າງປະເທດ, ທັງຮັບຟັງຄໍາເຫັນ ທີ່ສ້າງສັນຂອງປະຊາຊົນໃນແງ່ມຸມດ້ານຕ່າງໆ ບົນພື້ນຖານໃຫ້ມີການສົມດູນ ແລະ ກົມກຽວກັນ ໃນ 3 ມາດຕະການ (ດ້ານການແພດ, ດ້ານການບໍລິຫານ ແລະ ດ້ານເສດຖະກິດ) ໃນແຕ່ລະໄລຍະ.

.

.

ໃຫ້ອົງການປົກຄອງແຕ່ລະຂັ້ນ ແລະ ຂະແຫນງການຕ່າງໆ ຖືເອົາວຽກງານປ້ອງກັນ ແລະ ຄວບຄຸມພະຍາດ COVID-19 ເປັນບັ້ນສູ້ຊົນ, ທົດສອບ, ແຂ່ງຂັນ ໃນການຈັດຕັ້ງປະຕິບັດໃຫ້ສໍາເລັດຕາມຈຸດປະສົງ ແລະ ຄາດຫມາຍທີ່ໄດ້ ກໍານົດໄວ້.
ໃນນັ້ນ ໃຫ້ແຕ່ລະພາກສ່ວນ ເພີ່ມທະວີຄວາມຮັບຜິດຊອບ ແລະ ເອົາໃຈໃສ່ວຽກງານຈຸດສຸມບາງດ້ານ ອ່ານລາຍລະອຽດຕາມເນື້ອໃນແຈ້ງການ