Miss Grand Laos ຄົນລ່າສຸດ ລຸ້ນສ້າງປະຫວັດສາດຫນ້າໃຫມ່ກັບ ດາວມີໄຊ ພະຈັນສິດທິ

1267

ເປີດຕົວມາດີ ລຸ້ນຈະຄວ້າມົງຂອງ Miss Grand International 2021ມາຄອງໄດ້ຫລືບໍ່ ແຕ່ທີ່ສໍາຄັນຄືແຟນໆເຊຍຫນັກແຮງ ສໍາລັບສາວງາມ ທີ່ໄດ້ຮັບຕໍາແຫນ່ງ Miss Grand Laos 2021 ມາໃຫມ່ໆຫມາດໆເລີຍ ແລະ ນ້ອງຄົນນີ້ແມ່ນມີຄວາມພ້ອມຫຼາຍຢ່າງ ບໍ່ວ່າຈະເປັນການຍ່າງ, ການຕອບຄໍາຖາມ ແລະ  ຄວາມຫມັ້ນໃຈ ມີຄວາມເປັນແກຣນທີ່ສຸດຄືມາເຕັມ ສໍາລັບຄົນນີ້  ດາວມີໄຊ ພະຈັນສິດທິ Miss Grand Laos 2021 ຄົນລ່າສຸດ ປັດຈຸບັນ ອາຍຸ 22ປີ ເຊິ່ງຈົບການສຶກສາລະດັບປະລິນຍາຕີ ຈາກຄະນະວິທະຍາສາດປ່າໄມ້, ມະຫາວິທະຍາໄລແຫ່ງຊາດ ເປັນສາວງາມຈາກແຂວງສະຫວັນນະເຂດຂອງເຮົານີ້ເອງ.

ສໍາລັບດາວມີໄຊ ຜ່ານມາເຄີຍປະກວດຢູ່ 2 ເວທີດ້ວຍກັນ ຄືເວທີທໍາອິດແມ່ນ ເວທີ Miss Laos  ແລະ ສອງແມ່ນ Miss World Laos ແລະ ທັງສອງເວທີນັ້ນນັ້ນ ນ້ອງກໍເຮັດຜົນງານໄດ້ຢ່າງດີເລີຍ ທີ່ສ້າງຄວາມປະທັບໃຈ ແລະ ເຮັດໃຫ້ມີແຟນໆລຸ້ນ,ເຊຍໃຫ້ໄປເວທີຕ່າງໆ.

ດາວມີໄຊ Miss Grand Laos ຄົນລ່າສຸດ ໄດ້ໃຫ້ສໍາພາດທີມຂ່າວບັນເທີງຂອງພວກເຮົາວ່າ: ຄວາມຮູ້ສຶກທໍາອິດທີ່ຮູ້ວ່າຕົນເອງຈະໄດ້ຖືກແຕ່ງຕັ້ງແມ່ນຮູ້ສຶກເປັນກຽດ ແລະ ດີໃຈຫລາຍ ບໍ່ເຄີຍຄິດວ່າຊີວິດຂອງຜູ້ຍິງທໍາມະດາຄົນຫນຶ່ງຈະມີໂອກາດມາຢືນຈຸດນີ້ ເຊິ່ງເປັນຈຸດທີ່ຊົງຄຸນຄ່າ ແລະ ເປັນຄວາມໃຝ່ຝັນຂອງຜູ້ຍິງຫລາຍໆຄົນ.

ສໍາລັບ ການກຽມຕົວຂອງດາວເອງກ່ອນຈະໄປເວທີໃຫຍ່ ແມ່ນໄດ້ມີການກຽມໂຕຫລາຍຢ່າງເລີຍຄື ໄດ້ມີການ ຮຽນຍ່າງ, ຮຽນແນະນໍາໂຕ, ຮຽນເວົ້າໃສ່ໄມ, ຮຽນເຕັ້ນ, ຮຽນບຸກຄະລິກກະພາບ ແລະ ອີກຫລາຍໆຢ່າງເພື່ອນໍາໄປປັບປ່ຽນໃຊ້ໃນເວທີໃຫ້ດີທີ່ສຸດ.

ຄວາມຄາດຫວັງຂອງນ້ອງໃນເວທີໃຫຍ່ Miss Grand International ຄືການໄດ້ເຂົ້າໄປຢືນຢູ່ Top5 finalists Miss Grand International 2021 ເພື່ອສ້າງປະຫວັດສາດຫນ້າໃຫມ່ໃຫ້ກັບວົງການນາງງາມ ແລະ ສ້າງຊື່ສຽງໃຫ້ກັບປະເທດລາວ.

ສິ່ງທີ່ຄິດວ່າເປັນຈຸດເດັ່ນຂອງນ້ອງຄື ເປັນຄົນທີ່ມີຄວາມພະຍາຍາມ, ມີຄວາມອົດທົນ ແລະ ເປັນຄົນທີ່ພ້ອມຈະຮຽນຮູ້ສິ່ງໃຫມ່ໆຢູ່ສະເຫມີ ແລະ ນ້ອງພ້ອມທີ່ຈະນໍາເອົາເອກະລັກຄວາມເປັນລາວຄື ທາງດ້ານວັດທະນະທໍາ ແລະ ຮີດຄອງປະເພນີອັນດີງາມໄປເຜີຍແຜ່ສູ່ລະດັບສາກົນໃຫ້ທົ່ວໂລກຮູ້ວ່າປະເທດລາວຫຼາຍຂຶ້ນ.

ສຸດທ້າຍນີ້ ຝາກເຊຍ ແລະ ຮ່ວມໃຫ້ກໍາລັງໃຈຕົວແທນສາຍສະພາຍລາວຄົນນີ້ແນ່ເດີ ນ້ອງຈະປະຕິບັດຫນ້າທີ່ອັນຊົງກຽດນີ້ໃຫ້ດີທີ່ສຸດ ຂອບໃຈ.

ສໍາລັບການເດີນທາງແມ່ນ ວັນທີ 7 ພະຈິກ 2021ນີ້ ແລະ ເກັບໂຕແມ່ນວັນທີ 16ພະຈິກ 2021ຢູທີພູເກັດປະເທດໄທ ສ່ວນມື້ພຣີລິມ ແລະ ມື້ແຂ່ງຂັນແມ່ນຢູ່ກຸງເທບ ພ້ອມນີ້, ທີມຂ່າວບັນເທີງຂອງພວກເຮົາກໍຕ້ອງຂໍຝາກແຟນໆນາງງາມທຸກຄົນ ຊ່ວຍເຊຍ ແລະ ສົ່ງກໍາລັງໃຫ້ສາວງາມຂອງປະເທດລາວ ທີ່ຈະເປັນຕົວແທນ ແລະ ເປັນໄປຫນ້າຂອງປະເທດນໍາເອົາວັດທະນະທໍາຮີດຄອງປະເພນີອັນດີງາມຂອງລາວເຮົາໄປເຜີຍແຜ່ທີ່ສາກົນດ້ວຍ.

ຊ່ອງທາງໃນການຕິດຕາມແມ່ນ ທາງເຟສບຸກສ່ວນຕົວ Daomixay Pcst ແລະ ທາງເພຈກອງປະກວດ MISS GRAND LAOS ມີສແກຣນລາວ.

ຮູບ: Daomixay Pcst