ລາວ-ຈີນ ລົງນາມຮ່ວມມື ຍົກລະດັບອຸດສາຫະກຳປຸງແຕ່ງໄມ້ເພື່ອສົ່ງອອກໄປປະເທດຈີນ

700

ສະມາຄົມອຸດສາຫະກໍາປຸງແຕ່ງໄມ້ສໍາເລັດຮູບແຫ່ງຊາດລາວ ແລະ ສະມາຄົມອຸດສາຫະກໍາຜະລິດຕະພັນປ່າໄມ້ແຫ່ງຊາດຈີນ ຈັດພິທີລົງນາມ ການຮ່ວມມືໃນຂົງເຂດອຸດສາຫະກໍາໄມ້ ເພື່ອຍົກລະດັບການຜະລິດ, ການປຸງແຕ່ງກ່ອນສົ່ງໄປຕະຫຼາດຈີນ.
ໂດຍພິທີລົງນາມ ຈັດຂຶ້ນໃນວັນທີ 5 ພະຈິກ 2021 ໂດຍຜ່ານທາງ Video Conference ຝ່າຍລາວໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງ ອຄ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງລາວ ແລະ ຝ່າຍຈີນ ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ຫູ ຢວນຮຸຍ (Hu Yuanhui) ຮອງຜູ້ອໍານວຍການໃຫຍ່ ຫ້ອງການກະຊວງປ່າໄມ້ ແລະ ທົ່ງຫຍ້າ ແຫ່ງຊາດຈີນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງຈີນ ເຂົ້າຮ່ວມຢ່າງຊ້ອງໜ້າ.


ໃນໂອກາດດັ່ງກ່າວ ທ່ານ ທອງສະຫວັນ ສຸລິຍະມາດ ປະທານ ສະມາຄົມອຸດສາຫະກໍາປຸງແຕ່ງໄມ້ສໍາເລັດຮູບແຫ່ງຊາດລາວ ກ່າວວ່າຜົນຂອງການຮ່ວມມືຄັ້ງນີ້ ເພື່ອຜັນຂະຫຍາຍຄໍາສັ່ງຂອງ ທ່ານນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ລົງວັນທີ 13 ພຶດສະພາ 2016 ວ່າດ້ວຍ ການເພີ້ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາ ການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ໃຫ້ປະກົດຜົນເປັນຈິງເທື່ອລະກ້າວ, ສົ່ງເສີມການຄ້າໄມ້ໃຫ້ຖືກຕ້ອງຕາມລະບຽບກົດໝາຍ ແລະ ການປຸງແຕ່ງໄມ້ເປັນຜະລິດຕະພັນສໍາເລັດຮູບເພື່ອຮັບໃຊ້ພາຍໃນ ແລະ ສົ່ງອອກຕ່າງປະເທດ ແລະ ແຜນພັດທະນາການສົ່ງອອກຜະລິດຕະພັນໄມ້ ປີ 2021-2025 ຂອງກະຊວງອຸດສາຫະກໍາ ແລະ ການຄ້າ.


ພ້ອມນັ້ນ ແມ່ນເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຂອງສອງພັກ ແລະ ລັດຖະບານສອງຊາດລາວ-ຈີນ ທີ່ມີມູນເຊື້ອມາດົນນານ ຫັນເຂົ້າສູ່ໃນພາກປະຕິບັດຕົວຈິງຂອງພາກທຸລະກິດລາວ-ຈີນ ເພື່ອສະໜັບສະໜູນການພັດທະນາການຮ່ວມມືໃນຂົງເຂດອຸດສາຫະກໍາປ່າໄມ້ ແລະ ການຄ້າຜະລິດຕະພັນໄມ້ ລວມທັງເຄື່ອງຈັກ ແລະ ອຸປະກອນປຸງແຕ່ງໄມ້ທີ່ຕິດພັນກັບຂົງເຂດເສດຖະກິດ, ການຜະລິດ, ການຕະຫຼາດ, ການຝຶກອົບຮົມ, ການຄົ້ນຄ້ວາວິທະຍາສາດ ແລະ ເຕັກໂນໂລຊີ; ນອກນັ້ນ ຍັງຈະສ້າງເງື່ອນໄຂເອື້ອອໍານວຍ ແລະ ສົ່ງເສີມ ການເປັນຄູ່ຮ່ວມທຸລະກິດລະຫວ່າງວິສາຫະກິດທີ່ມີທ່າແຮງຂອງສອງປະເທດ ໂດຍນໍາໃຊ້ທ່າແຮງບົ່ມຊ້ອນຂອງສອງຊາດ ເພື່ອສ້າງປະເທດລາວໃຫ້ກາຍເປັນສູນກາງຕອບສະໜອງຜະລິດຕະພັນໄມ້ແຫ່ງໃໝ່ຂອງພາກພື້ນ ແລະ ຂອງໂລກ.


ທັ້ງນີ້, ເພື່ອປະຕິບັດການຮ່ວມມືດັ່ງກ່າວ, ສະມາຄົມອຸດສາຫະກໍາຜະລິດຕະພັນປ່າໄມ້ແຫ່ງຊາດຈີນ ເຫັນດີໃຫ້ການ ສະໜັບສະໜູນແກ່ ສະມາຄົມອຸດສາຫະກໍາປຸງແຕ່ງໄມ້ສໍາເລັດຮູບແຫ່ງຊາດລາວ ໃນຂົງເຂດ ດັ່ງຕໍ່ໄປນີ້:
1. ສົ່ງເສີມການສ້າງຄວາມເຂັ້ມແຂງໃຫ້ແກ່ໂຮງງານຕົວແບບ ໃຫ້ກາຍເປັນສູນຝຶກອົບຮົມ ແລະ ພັດທະນາໃນຂະແໜງອຸດສາຫະກໍາໄມ້ລາວ ໂດຍການຖ່າຍທອດຄວາມຮູ້ ແລະ ເຕັກໂນໂລຊີຂອງຈີນໃນການປຸງແຕ່ງໄມ້, ການຜະລິດ ແລະ ການຕະຫຼາດ, ສົ່ງເສີມການສ້າງເຄືອຂ່າຍອຸດສາຫະກໍາໄມ້ ແລະ ໃຫ້ສາມາດສົ່ງອອກໄປສູ່ຕະຫຼາດຈີນ ແລະ ທົ່ວໂລກ.


2. ສົ່ງເສີມການພັດທະນາຜະລິດຕະພັນໄມ້ແບບວິສະວະກໍາ ໂດຍການນໍາໃຊ້ໄມ້ຈາກປ່າປູກ ແລະ ໄມ້ເນື້ອອ່ອນຂອງລາວ ເຊັ່ນ ໄມ້ອັດແຜ່ນ, ໄມ້ປູພື້ນ ແລະ ອື່ນໆ ເພື່ອໃຫ້ຕອບສະໜອງຕາມມາດຕະຖານຄຸນນະພາບຂອງຈີນ ແລະ ສາກົນ.
3. ສົ່ງເສີມໂອກາດການລົງທຶນເພື່ອສ້າງເປັນຄູ່ຮ່ວມລົງທຶນໃນການສະໜັບສະໜູນສ້າງຄັງສິນຄ້າ ແລະ ການເກັບຊື້ໄມ້ ເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ຊື້ຢູ່ຈີນ ແລະ ການຈໍາໜ່າຍທົ່ວໄປ. ລວມທັງ ຄວາມຕ້ອງການສິນເຊື່ອສິນຄ້າ ປະເພດເຄື່ອງຈັກ ແລະ ອຸປະກອນປຸງແຕ່ງໄມ້ທີ່ທັນສະໄໝຂອງຈີນ ແລະ ການຊໍາລະຄືນດ້ວຍຜະລິດຕະພັນໄມ້ຂອງລາວ.
4. ການຝຶກອົບຮົມກ່ຽວກັບຜະລິດຕະພັນໄມ້ແບບວິສະວະກໍາ, ການບັນຊາເຄື່ອງຈັກທີ່ທັນສະໄໝ.


5. ການສົ່ງເສີມການຕະຫຼາດໃນປະເທດຈີນ ເປັນຕົ້ນ ການເປັນຄູ່ຮ່ວມທາງການຄ້າ, ການເຂົ້າຮ່ວມໃນຕ່ອງໂສ້ການສະໜອງ ແລະ ງານວາງສະແດງສິນຄ້າ.
6. ຮ່ວມກັນພັດທະນາ ມາດຕະຖານ ກ່ຽວກັບການພິສູດຄວາມຖືກຕ້ອງທາງກົດໝາຍຂອງໄມ້ ລະຫວ່າງສອງສະມາຄົມ ແລະ ສົ່ງເສີມ ມາດຕະຖານລະຫວ່າງສະມາຄົມ ກ້າວໄປສູ່ ມາດຕະຖານລະຫວ່າງຊາດ, ສົ່ງເສີມການຄ້າຜະລິດຕະພັນປ່າໄມ້ທີ່ຖືກກົດໝາຍ ແລະ ຍືນຍົງ ລະຫວ່າງລາວ-ຈີນ.
7. ຮ່ວມກັນສ້າງກິດຈະກໍາ ເພື່ອສົ່ງເສີມ ແລະ ເຜີຍແຜ່ ວັດທະນາທໍາໄມ້ທີ່ເປັນມູນເຊື້ອຂອງສອງຊາດອອກສູ່ສາກົນ, ປູກຈິດສໍານຶກ ແລະ ລົນນະລົງການນໍາໃຊ້ໄມ້ຢ່າງມີຄຸນຄ່າ, ການສ້າງສີມືແຮງງານ ແລະ ພັດທະນາອາຊີບດ້ານຫັດຖະກໍາໄມ້ໃຫ້ແກ່ຊາວໜຸ່ມລາວ ແລະ ກິດຈະກໍາອື່ນໆທີ່ເປັນປະໂຫຍດທາງສັງຄົມ.

ຮ່ວມລົງນາມໃນສັນຍາຮ່ວມມືດັ່ງກ່າວ, ຝ່າຍລາວ ແມ່ນ ທ່ານ ທອງສະຫວັນ ສຸລິຍະມາດ ປະທານ ສະມາຄົມອຸດສາຫະກໍາປຸງແຕ່ງໄມ້ສໍາເລັດຮູບແຫ່ງຊາດລາວ ແລະ ຝ່າຍຈີນ ແມ່ນ ທ່ານ ສີ ແຝງ (Shi Feng) ເລຂາທິການໃຫຍ່ ສະມາຄົມອຸດສາຫະກໍາຜະລິດຕະພັນປ່າໄມ້ແຫ່ງຊາດຈີນ ແລະ ທ່ານ ນາງ ຊູ ຈິງຫຼິງ (Su Jinling) ເລຂາທິການໃຫຍ່ ສະມາຄົມວັດທະນາທໍາໄມ້ສາກົນ ໂດຍຊ້ອງໜ້າແຂກທີ່ເຂົ້າຮ່ວມທັງສອງຝ່າຍ.