ຄົ້ນຄວ້າ ການສັກວັກຊີນໃຫ້ຜູ້ທີ່ອາຍຸ 12-17 ປີ ອີກບໍ່ດົນ

516

ທ່ານ ດຣ ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງອຸດສາທາລະນະສຸກ ລາຍງານວ່າ
ທາງກະຊວງສາທານະສຸກ ກໍ່ຄື ທີມງານ ວິຊາການ ໄດ້ຄົ້ນຄວ້າ ການສັກວັກຊີນໃນຜູ້ທີ່ອາຍຸ 12-17 ປີ ເຊິ່ງກໍ່ຈະມີຂ່າວດີໃຫ້ບັນດາທ່ານຮັບຊາບໃນໄວໆນີ້

ດັ່ງທີ່ທຸກຄົນຮູ້ນໍາກັນນັ້ນລະວ່າ ການສັກວັກຊີນເປັນວິທີໜຶ່ງທີ່ດີໃນການຢຸດ ແລະ ສະກັ້ນກັນການແຜ່ເຊື້ອ, ຕິດເຊື້ອ ແລະ ຫຼຸດຜ່ອນອາການຮ້າຍແຮງຂອງເຊື້ອພະຍາດໂຄວິດ 19 ໄດ້
ດັ່ງນັ້ນທາງລັດຖະບານ ແລະ ກະຊວງສາທາລະນະສຸກ ຈຶ່ງໄດ້ຮຽກຮ້ອງໃຫ້ທຸກຄົນ ກໍຄືປະຊາຊົນລາວທຸກຄົນໃຫ້ໄດ້ຮັບວັກຊີນໃຫ້ຄົບ ເພື່ອຟື້ນຟູເສດຖະກິດ ແລະ ຜ່ານວິກິດໂຄວິດ ຢູ່ໃນການໃຊ້ຊີວິດແບບໃໝ່ໃຫ້ໄດ້

ກໍຄືທີ່ທ່ານ ດຣ ຣັດຕະນະໄຊກ່າວວ່າ ປັດຈຸບັນໄດ້ຄົ້ນຄວ້າ ການສັກວັກຊີນໃນຜູ້ທີ່ອາຍຸ 12-17 ປີ ເຊິ່ກ່ອນໜ້ານີ້ມີແຕ່ 17 ປີຂຶ້ນໄປຈຶ່ງສາມາດສັກໄດ້ ແລະ ອີກບໍ່ດົນ ອາຍຸນ້ອຍກວ່ານີ້ກໍຄົງໄດ້ຮັບວັກຊີນ ແລະ ສືບຕໍ່ສັກໃຫ້ຄົບທຸກຄົນໃຫ້ໄວທີ່ສຸດ