ປະກາດແຕ່ງຕັ້ງທ່ານ ພຸດທະສິນ ເຮືອງທະວົງ ເປັນຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ

735

ຕາມຂ່າວຈາກກະຊວງການເງິນໃຫ້ຮູ້ວ່າ:ໃນວັນທີ 2 ພະຈິກ 2021 ກະຊວງການເງິນ, ໄດ້ຈັດພິທີປະກາດການແຕ່ງຕັ້ງພະນັກງານຮັບໜ້າທີ່ໃໝ່ ໂດຍການເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ, ມີທ່ານ ກົງຄຳ ສິດທິວໍລະດາ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ມີບັນດາຫົວໜ້າກົມ-ຮອງກົມ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ກົງຄຳ ສິດທິວໍລະດາ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງການເງິນ, ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນ ສະບັບເລກທີ 5000/ກງ, ລົງວັນທີ 18 ທັນວາ 2019 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມຈັດຕັ້ງ ແລະ ພະນັກງານ, ແຈ້ງການ ສະບັບເລກທີ 1758/ກຈພ, ລົງວັນທີ 02 ພະຈິກ 2021 ເລື່ອງການແຕ່ງຕັ້ງພະນັກງານຮັບໜ້າທີ່ໃໝ່ຢູ່ກະຊວງການເງິນ, ໂດຍເຫັນດີແຕ່ງຕັ້ງ: ທ່ານ ພຸດທະສິນ ເຮືອງທະວົງ ເປັນຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ຕາມດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 610/ນຍ, ລົງວັນທີ 21 ຕຸລາ 2021.

ຍົກຍ້າຍ ແລະ ແຕ່ງຕັ້ງ: ທ່ານ ພູດົງ ສຸຂະວົງ ຮັກສາການຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ເປັນຜູ້ອຳນວຍການລັດວິສາຫະກິດ ລາວສິນຄ້າຜ່ານແດນ ຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນ ສະບັບເລກທີ 5360/ກງ, ລົງວັນທີ 26 ຕຸລາ 2021, ໂດຍເຫັນດີຍົກຍ້າຍ ແລະ ແຕ່ງຕັ້ງ: ທ່ານ ສຸລິຍາ ມະນີວົງ ຜູ້ອຳນວຍການລັດວິສາຫະກິດລາວບໍລິການສິນຄ້າຜ່ານແດນ ເປັນຮອງຫົວ ໜ້າກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ ຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນ ສະບັບເລກທີ 5364/ກງ, ລົງວັນທີ 26 ຕຸລາ 2021.