ສສຊ ປະກອບຄຳເຫັນ12 ບັນຫາພົ້ນເດັ່ນຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX

725

ໃນວັນທີ 6 ພະຈິກ 2021, ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສໍາເລັດການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໄລຍະວັນທີ 1-5 ພະຈິກ ໃນການພິຈາລະນາວຽກງານຂົງເຂດ ລັດຖະບານ.

ທ່ານ ກ່າວວ່າ: ໃນໄລຍະດຳເນີນກອງປະຊຸມ 5 ວັນທີ່ຜ່ານມາ (ວັນທີ 1 ຫາ 5 ພະຈິກ) ໄດ້ຄົ້ນຄວ້າ ແລະ ພິຈາລະນາວຽກງານຂອງລັດຖະບານ ໂດຍກອງປະຊຸມໄດ້ຮັບຟັງການລາຍງານໂດຍສັງເຂບ ຈາກທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ປະຈຳປີ 2021 ແລະ ແຜນການປະຈໍາປີ 2022. ນອກຈາກນັ້ນ ກອງປະຊຸມຍັງໄດ້ຮັບຟັງການລາຍງານຈາກບັນດາກະຊວງ ແລະ ອົງການ ຈໍານວນ 5 ເອກະສານ ທີ່ສໍາຄັນຄື:


1. ບົດລາຍງານ ການສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດໃນໄລຍະ 9 ເດືອນ, ວຽກງານຈຸດສຸມ 3 ເດືອນທ້າຍປີ 2021 ແລະ ແຜນການປະຈໍາປີ 2022; 2. ບົດລາຍງານ ສະຫຼຸບຂາດຕົວການຈັດຕັ້ງປະຕິບັດງົບປະມານແຫ່ງລັດ ປີ 2020, ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 10 ເດືອນ, ຄາດຄະເນໝົດປີ 2021 ແລະ ທິດທາງແຜນງົບປະມານ ປີ 2022; 3. ບົດລາຍງານການຈັດຕັ້ງປະຕິບັດ ແຜນເງິນຕາ 9 ເດືອນປີ 2021, ແຜນວຽກຈຸດສຸມຮອດທ້າຍປີ 2021 ແລະ ທິດທາງແຜນການ ປີ 2022; 4. ບົດລາຍງານ ກ່ຽວກັບແຜນພັດທະນາພະລັງງານ ໄຟຟ້າ ຂອງ ສປປ ລາວ (2021-2030) ແລະ ພະລັງງານ ໄຟຟ້າ ແລະ ບໍ່ແຮ່ 5 ປີ (2021 2025); 5. ບົດລາຍງານ ກ່ຽວກັບວິໄສທັດ 20 ປີ (2021-2040 ) ຍຸດທະສາດ 10 ປີ (2021-2030 ) ແລະ ເເຜນພັດທະນາເສດຖະກິດ ດິຈີຕອນ ແຫ່ງຊາດ 5 ປີ (2021-2025).

ສັງເກດໄດ້ວ່າ ບັນດາທ່ານສະມາຊິກສະພາແຫ່ງຊາດ(ສສຊ)ຊຸດທີ IX ໄດ້ສຸມໃສ່ປະກອບຄໍາເຫັນ ດ້ວຍຄວາມຮັບຜິດຊອບສູງ ໃນຖານະທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດ ຂອງປະຊາຊົນບັນດາເຜົ່າ, ພ້ອມທັງສະເໜີກົນໄກ, ວິທີການ ແລະ ມາດຕະການ ເພື່ອໃຫ້ລັດຖະບານນໍາໄປຄົ້ນຄວ້າປັບປຸງ ແລະ ສືບຕໍ່ຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດ, ເນື້ອໃນການປະກອບຄໍາເຫັນຂອງຜູ້ແທນກອງປະຊຸມ ສາມາດສັງລວມບັນຫາພົ້ນເດັ່ນໄດ້ດັ່ງນີ້:
1. ການກໍານົດຕົວເລກ ການເຕີບໂຕທາງດ້ານເສດຖະກິດ ໃນປີ 2022 ນີ້, ລັດຖະບານ ໄດ້ກໍານົດໃນລະດັບ 4,2%, ສະມາຊິກສະພາແຫ່ງຊາດ ໄດ້ສະເໜີຍົກຂຶ້ນເປັນ 4,5%, ເນື່ອງຈາກວ່າອີງໃສ່ສະພາບເງື່ອນໄຂຕົວຈິງ, ບັນດາທ່າແຮງຂອງຂະແໜງການ ແລະ ຄວາມອາດສາມາດ ໃນການຈັດເກັບລາຍຮັບເຂົ້າງົບປະມານ ໃນປີ 2022 ຄາດວ່າມີຄວາມເປັນໄປໄດ້.
2. ຜູ້ແທນໄດ້ສະເໜີ ໃຫ້ລັດຖະບານ ເອົາໃຈໃສ່ຊຸກຍູ້ສົ່ງເສີມຢ່າງແຂງແຮງ ການຜະລິດ ຂອງບັນດາຂະແໜງການ ໂດຍສະເພາະ ການຜະລິດກະສິກໍາ ເພື່ອຄໍ້າປະກັນສະບຽງອາຫານພາຍໃນປະເທດ,ກະກຽມໃຫ້ແກ່ ການທ່ອງທ່ຽວ ແລະ ສົ່ງອອກ ພາຍຫຼັງ ເປີດການນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ ຢ່າງເປັນທາງການ.


3. ຜູ້ແທນສະເໜີໃຫ້ລັດຖະບານພິຈາລະນາຄືນໂຄງປະກອບການຈັດສັນງົບປະມານການລົງທຶນຂອງລັດໃຫ້ ຂະແໜງການສູນກາງ ແລະ ທ້ອງຖິ່ນ ຄວາມລະອຽດ, ຖີ່ຖ້ວນ ແລະ ສອດຄ່ອງກັບສະພາບຕົວຈິງ; ແກ້ໄຂຂອດອຸດຕັນ ເພື່ອແນໃສ່ ແລະ ດຶງດູດການລົງທຶນທັງພາຍໃນ ແລະ ຕ່າງປະເທດ ໃຫ້ສອດຄ່ອງ ແລະ ເໝາະສົມ ກັບສະພາບການແຜ່ລະບາດຂອງພະຍາດໂຄວິດ-19.
4. ຜູ້ແທນສະເໜີໃຫ້ລັດຖະບານ ຄົ້ນຄວ້າປັບປຸງໂຄງສ້າງລາຄານໍ້າມັນເຊື້ອໄຟ, ເນື່ອງຈາກລາຄານໍ້າມັນເຊື້ອໄຟ ມີທ່າອ່ຽງເພີ່ມສູງຂຶ້ນ ຊຶ່ງສົ່ງຜົນກະທົບໂດຍກົງຕໍ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ການດໍາລົງຊີວິດຂອງປະຊາຊົນໃນປັດຈຸບັນ.
5. ເອົາໃຈໃສ່ຈັດເກັບລາຍຮັບຈາກຖານລາຍຮັບທີ ມີຄວາມແນ່ນອນ ເປັນຕົ້ນ: ອາກອນ ທີ່ດິນ, ແຮທາດຕ່າງໆ, ຄ່າທໍານຽມທາງ, ພາສີສິນຄ້ານໍາເຂົ້າ, ຄ່າເຊົ່າ-ຄ່າສໍາປະທານທີ່ດິນ ແລະ ຊັບສິນຂອງລັດໃຫ້ຄົບຖ້ວນ.
6. ຮີບຮ້ອນຈັດສັນງົບປະມານ ສໍາລັບປີ 2022 ໃຫ້ສໍາເລັດໂດຍໄວ ເພື່ອໃຫ້ ທັນຕາມກໍານົດເວລາ, ເອົາໃຈໃສ່ຄຸ້ມຄອງລາຍຈ່າຍ ໃຫ້ມີປະສິດທິຜົນ, ສອດຄ່ອງກັບວາລະເເຫ່ງຊາດ ແລະ ພິຈາລະນາການຈັດສັນງົບປະມານສໍາລັບການຊໍາລະໜີ້ສິນການລົງທຶນຂອງລັດ ໃຫ້ໄປຕາມກົດໝາຍ.


7. ຜູ້ແທນສະແດງຄວາມເປັນຫ່ວງຕໍ່ກັບ ອັດຕາເງິນເຟີ້ທີ່ມີທ່າອ່ຽງເພີ່ມຂຶ້ນ ແລະ ໄດ້ສະເໜີ ໃຫ້ເອົາໃຈໃສ່ຄວບຄຸມອັດຕາເງິນເຟີ້ໃຫ້ຕໍ່າກວ່າອັດຕາການເຕີບໂຕເສດຖະກິດ ໃນປີ 2022; ເອົາໃຈໃສ່ຄຸ້ມຄອງ ອັດຕາແລກປ່ຽນ ເພື່ອຮັບປະກັນບໍ່ໃຫ້ມີຄວາມແຕກໂຕນກັນຫຼາຍ ລະຫວ່າງ ອັດຕາຂອງທະນາຄານ ແລະ ຮ້ານແລກປ່ຽນ.
8. ຄົ້ນຄວ້າສ້າງນິຕິກໍາຄຸ້ມຄອງ ການດໍາເນີນທຸລະກິດ ບິດຄອຍ (Bitcoin) ໃຫ້ມີຄວາມຮັດກຸມ,ຈະແຈ້ງ, ຊັດເຈນ ແລະ ມີການຄົ້ນຄວ້າຜົນໄດ້, ຜົນເສຍ ຂອງທຸລະກິດດັ່ງກ່າວ ໃຫ້ເລິກເຊິ່ງ.


9. ຄົ້ນຄວ້ານະໂຍບາຍ ແລະ ມາດຕະການ ເພື່ອຮັບປະກັນໃຫ້ແກ່ການຮຽນ-ການສອນ ດ້ວຍລະບົບທາງໄກ ແລະ ວິທີອື່ນ ໃຫ້ມີຄຸນນະພາບ ໃນເງື່ອນໄຂການແຜ່ລະບາດຂອງພະຍາດໂຄວິດ-19.
10. ສຸມທຶນຮອນໃສ່ການຈັດຫາວັກຊີນ ທີ່ມີຄຸນນະພາບ ແລະ ແຈກຢາຍໃຫ້ທົ່ວເຖິງປະຊາຊົນທີ່ຢູ່ບັນດາແຂວງ ໂດຍສະເພາະ ນັກຮຽນ-ນັກສຶກສາ ໃຫ້ກວມອັດຕາສ່ວນ 70% ຂຶ້ນໄປ, ແກ້ໄຂໄພຫວ່າງງານ ໃຫ້ຫຼຸດລົງ, ສ້າງວຽກເຮັດງານທໍາໃຫ້ແຮງງານທີ່ຫວ່າງງານ ຢູ່ພາຍໃນ, ແຮງງານທີ່ກັບມາຈາກຕ່າງປະເທດ ແລະ ນັກສຶກສາທີ່ຮຽນຈົບໃໝ່ ໃຫ້ຫຼາຍຂຶ້ນ.


11. ຕໍ່ກັບແຜນພັດທະນາພະລັງງານໄຟຟ້າ ແລະ ບໍ່ແຮ່ ບັນດາທ່ານສະມາຊິກສະພາແຫ່ງຊາດກໍໄດ້ມີການປະກອບຄໍາຄິດຄໍາເຫັນຈໍານວນໜຶ່ງ ດັ່ງນີ້- ການສ້າງ ແລະ ປັບປຸງກົດໝາຍ, ນິຕິກຳໃຕ້ກົດໝາຍ ໃຫ້ເປັນລະບົບຄົບຊຸດ, ມີເນື້ອໃນຄົບຖ້ວນ, ຊັດເຈນ ເພື່ອເປັນບ່ອນອີງໃນການຄຸ້ມຄອງວຽກງານພັດທະນາພະລັງງານໄຟຟ້າ ມີຄວາມຈໍາເປັນ ຈຶ່ງຂໍໃຫ້ເອົາໃຈໃສ່ວຽກງານດັ່ງກ່າວ.
– ການຊົດເຊີຍຜົນກະທົບຂອງໂຄງການພັດທະນາພະລັງງານໄຟຟ້າ ແລະ ບໍ່ແຮ່ ຕໍ່ສິ່ງແວດລ້ອມທໍາມະຊາດ ແລະ ສັງຄົມ ກໍເປັນບັນຫາໜຶ່ງທີ່ຍັງມີຄວາມຄິດເຫັນຫຼາຍຂອງປະຊາຊົນ, ການຍົກຍ້າຍຈັດສັນປະຊາຊົນ, ການສ້າງວຽກເຮັດງານທຳ ກໍຍັງເປັນບັນຫາທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂໃນຕໍ່ໜ້າ.
– ການແບ່ງຂັ້ນຄຸ້ມຄອງວຽກງານພັດທະນາພະລັງງານໄຟຟ້າ, ການພັດທະນາວຽກງານແຮງລະຫວ່າງສູນກາງ ແລະ ທ້ອງຖິ່ນ ບາງດ້ານຍັງບໍ່ທັນລະອຽດ, ເຮັດໃຫ້ເກີດຄວາມເຂົ້າໃຈເປັນເອກະພາບ.
– ການປະສານສົມທົບ ລະຫວ່າງ ຂະແໜງການຕ່າງໆ ແລະ ທ້ອງຖິ່ນ ໃນຄຸ້ມຄອງວຽກງານການພັດທະນາພະລັງງານ ໄຟຟ້າ ແລະ ບໍ່ແຮ່ ບາງດ້ານຍັງບໍ່ທັນລະອຽດ ເຮັດ ໃຫ້ພົບຄວາມຫຍຸ້ງຍາກໃນການຕິດຕາມກວດກາ.

12. ຕໍ່ກັບແຜນພັດທະນາເສດຖະກິດດີຈີຕອນ ບັນດາທ່ານສະມາຊິກສະພາແຫ່ງຊາດ ກໍໄດ້ມີການປະກອບຄໍາຄິດຄໍາເຫັນຈໍານວນໜຶ່ງ ຊຶ່ງສາມາດສັງລວມໄດ້ ດັ່ງນີ້: ການພັດທະນາພື້ນຖານໂຄງລ່າງເຕັກໂນໂລຊີດີຈີຕອນ ຍັງບໍ່ທັນກວ້າງຂວາງ ແລະ ທົ່ວເຖິງເຮັດໃຫ້ຄວາມຮຽກຮ້ອງຕ້ອງການ ໃນການນຳໃຊ້ເຕັກໂນໂລຊີດີຈີຕອນ ບາງດ້ານມີຂໍ້ຈໍາກັດໂດຍສະເພາະ ຢູ່ເຂດຫ່າງໄກສອກຫຼີກ, ເຂດຊາຍແດນ; ການຈັດຕັ້ງປະຕິບັດແຜນຍຸດທະສາດ ແລະ ແຜນພັດທະນາເສດຖະກິດດີຈີຕອນ ມີຄວາມຮຽກຮ້ອງຕ້ອງການ ບຸກຄະລາກອນ ທີ່ມີຄວາມຮູ້ຄວາມສາມາດດ້ານເຕັກໂນໂລຊີ ຈຶ່ງຕ້ອງຈັດເປັນວຽກງານບູລິມະສິດ; ການປະສານສົມທົບ ລະຫວ່າງ ອົງການຈັດຕັ້ງລັດ, ພາກເອກະຊົນ, ປະຊາຊົນ ໃນການຈັດຕັ້ງປະຕິບັດແຜນຍຸດທະສາດດັ່ງກ່າວ ກໍມີຄວາມຈໍາເປັນຕ້ອງໄດ້ເອົາໃຈໃສ່; ການກໍານົດນະໂຍບາຍສົ່ງເສີມ, ການຕອບສະໜອງງົບປະມານ ເຂົ້າໃນການຈັດຕັ້ງປະຕິບັດແຜນຍຸດທະສາດ ແລະ ແຜນພັດທະນາເສດຖະກິດດີຈີຕອນ ກໍເປັນວຽກງານທີ່ລັດຖະບານຈະຕ້ອງໄດ້ເອົາໃຈໃສ່.