ອັດຕາການວ່າງງານຂອງຟີລິບປິນ ເພີ່ມຂຶ້ນສູງສຸດໃນຮອບປີ

310

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ​ລາຍ​ງານ​ວ່າ ສູນ​ສະ​ຖິ​ຕິ​ແຫ່ງ​ຊາດ​ຟີ​ລິບ​ປິນ​ເປີດ​ເຜີຍ​ວ່າ: ອັດ​ຕາ​ການ​ວ່າງ​ງານ​ໃນ​ປະ​ເທດ​ຟີ​ລິບ​ປິນ​ເພີ່ມ​ຂຶ້ນ 8,9% ໃນ​ເດືອນ​ກັນ​ຍາ 2021 ຈຸ​ລະ​ດັບ 4,25 ລ້ານ​ຄົນ ເມື່ອ​ທຽບ​ກັບ​ເດືອນ​ສິງ​ຫາ​ທີ່​ມີ​ຜູ້​ວ່າງ​ງານ​ປະ​ມານ 3,88 ລ້ານ​ຄົນ.

ລາຍ​ງານ​ລະ​ບຸ​ວ່າ: ອັດ​ຕາ​ການ​ວ່າງ​ງານ​ໃນ​ຟີ​ລິບ​ປິນ​ໃນ​ເດືອນ​ກັນ​ຍາ 2021 ສູງ​ສຸດ​ໃນ​ຮອບ​ປີ 2021, ຂະ​ນະ​ທີ່​ສຳ​ນັກ​ງານ​ພັດ​ທະ​ນາ​ເສດ​ຖະ​ກິດ​​ຟີ​ລິບ​ປິນ (NEDA) ເປີດ​ເຜີຍ​ວ່າ ການທີ່​ອັດ​ຕາ​ການ​ວ່າງ​ງານ​ໃນ​ເດືອນ​ກັນ​ຍາ​ເພີ່ມ​ຂຶ້ນ ເນື່ອງ​ຈາກ​ລັດ​ຖະ​ບານ​ໄດ້​ໃຊ້​ມາດ​ຕະ​ການ​ເພື່ອ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢ່າງ​ເຂັ້ມ​ງວດ ອີກ​ທັງ​ພາກ​ກະ​ສິ​ກຳ​ຍັງ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ສະ​ພາບ​ອາ​ກາດ​ຜັນ​ຜວນ.

ດ້ານ​ອັດ​ຕາ​ການ​ມີ​ສ່ວນ​ຮ່ວມ​ໃນ​ກຳ​ລັງ​ແຮງ​ງານ (Labour Force Participation Rate) ຫຼຸດ​ລົງ​ເລັກ​ນ້ອຍ ຈາກ​ລະ​ດັບ 63,6% ໃນ​ເດືອນ​ສິງ​ຫາ ມາ​ເປັນ 63,3% ໃນ​ເດືອນ​ກັນ​ຍາ.

ທັງ​ນີ້​ລັດ​ຖະ​ບານ​ຟີ​ລິບ​ປິນ ໄດ້​ອອກ​ມາດ​ຕະ​ກາດ​ລັອກ​ດາວ (ປິດ​ການ​ສັນ​ຈອນ) ສະ​ເພາະ​ພື້ນ​ທີ່​ທີ່​ມີ​ການ​ລະ​ບາດ (ເຂດ​ແດງ) ເພື່ອຫຼຸດ​ຜ່ອນ​ຜົນ​ກະ​ທົບ​ດ້ານ​ເສດ​ຖະ​ກິດ.