WHO ເຕືອນ! ເອີຣົບເປັນສູນກາງການແຜ່ລະບາດອີກຄັ້ງ

308

ອົງ​ການ​ອະ​ນາ​ໄມ​ໂລກ (WHO) ອອກ​ມາ​ເຕືອນ​ວ່າ ທະ​ວີບ​ເອີ​ຣົບ​ໄດ້​ກາຍ​ເປັນ​ສູນ​ກາງ​ການ​ແຜ່​ລະ​ບາດ​​ຂອງ​ພະ​ຍາດ​ໂຄວິດ-19 ອີກ​ຄັ້ງ ຫຼັງ​ພົບ​ຜູ້​ຕິດ​ເຊື້ອ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ.

ທ່ານ ຮານ ຄ​ລຸກ ຜູ້​ຕາງ​ໜ້າ​ອົງ​ການ​ອະ​ນາ​ໄມ​ໂລກ ປະ​ຈຳ​ເອີ​ຣົບ ກ່າວ​ວ່າ: ທະ​ວີບ​ເອີ​ຣົບ​ອາດ​ມີ​ຜູ້​ເສຍ​ຊີ​ວິດ​ຈາກ​ພະ​ຍາດ​ໂຄວິດ-19 ເຖິງ 500.000 ຄົນ​ໃນ​ເດືອນ​ກຸມ​ພາ​ປີ​ໜ້າ.

ຜູ້​ຕາງ​ໜ້າ WHO ລະ​ບຸ​ວ່າ: ການ​ເພີ່ມ​ຂຶ້ນ​ຂອງ​ຜູ້​ຕິດ​ເຊື້ອ​ໃນ​ເອີ​ຣົບ ເປັນ​ຜົນ​ພວງ​ມາ​ຈາກ​ການ​ສັກ​ວັກ​ຊີນຍັງ​ບໍ່​ທົ່ວ​ເຖິງ ບວກກັບ​ລັດ​ຖະ​ບານ​ໃນຫຼາຍ​ປະ​ເທດ​ເລີ່ມ​ຜ່ອນ​ຜັນ​ມາດ​ຕະ​ການ​ຄວບ​ຄຸມ​ດ້ານ​ສາ​ທາ​ລະ​ນະ​ສຸກ ແລະ ສັງ​ຄົມ ເຮັດ​ໃຫ້​ອັດ​ຕາ​ການ​ຕິດ​ເຊື້ອ​ໃນ​ປະ​ເທດ​ທີ່​ມີ​ອັດ​ຕາ​ການ​ສັກ​ວັກ​ຊີນ​ຕ່ຳ​ເພີ່ມ​ສູງ​ຂຶ້ນ ໂດຍ​ສະ​ເລ່ຍ​ອັດ​ຕາ​ການ​ຕິດ​ເຊື້ອ​ໃນ​ອາ​ທິດ​ຜ່ານ​ມາ​ປະ​ມານ 250.000 ຄົນ​ຕໍ່​ວັນ ແລະ ເສຍ​ຊີ​ວິດ 3.600 ຄົນ​ຕໍ່​ວັນ.

ປະ​ເທດ​ທີ່​ມີ​ອັດ​ຕາ​ການ​ເສຍ​ຊີ​ວິດຫຼາຍ​ທີ່​ສຸດ​ໃນ​ອາ​ທິດ​ຜ່ານ​ມາ​ຄື ຣັດ​ເຊຍ 8.162 ຄົນ, ຮອງ​ລົງ​ມາ​ແມ່ນ ອູ​ແກ​ຣນ 3.819 ຄົນ. ແນວ​ໃດ​ກໍ​ຕາມ ປະ​ເທດ​ທີ່​ມີ​ອັດ​ຕາ​ການ​ສັກ​ວັກ​ຊີນ​ສູງ, ມີ​ຜູ້​ຕິດ​ເຊື້ອ​ເພີ່ມ​ຂຶ້ນ​ໜ້ອຍກວ່າ​ປະ​ເທດ​ທີ່​ມີ​ອັດ​ຕາ​ການ​ສັກ​ວັກ​ຊີນຕ່ຳ.