ຈະເກັບຢ່າງຈີງຈັງ 5% ຂອງຜູ້ຖືກຫວຍ ເລີ່ມ 8​ ພະຈິກນີ້ເປັນຕົ້ນໄປ

642

ສຳລັບຜູ້ທີ່ມັກຊື້ຫວຍມີສະເດີດແນ່ນອນກ່ຽວກັບເລື່ອງນີ້ ທີ່ຫຼ້າສຸດນີ້ທາງຕົວແທນຈໍາໜ່າຍຫວຍພັດທະນາທາງໂທລະສັບມືຖື​ ອອກແຈ້ງການ ເລກທີ 253 ລົງວັນທີ 5 ພະຈິກ 2021 ກ່ຽວກັບ ການປະຕິບັດອາກອນລາຍໄດ້ ຈາກການຖືກລາງວັນຫວຍພັດທະນາທຸກປະເພດ.

ເຊິ່ງວ່າ ໃນວັນທີ​ 5​ ພະຈິກ​ 2021​ ຕົວແທນຈໍາໜ່າຍຫວຍພັດທະນາທາງໂທລະສັບມືຖື​ ອອກແຈ້ງການເຖິງຫົວໜ້າໜ່ວຍ, ຫົວໜ້າຈຸ, ຜູ້ຂາຍຫວຍ ແລະ ລູກຄ້າ ສາຂາພະຍານາກ ທົ່ວປະເທດ.

ເພື່ອແຈ້ງໃຫ້ຊາບວ່າ: ເລີ່ມແຕ່ງວດທີ 90 ກົງກັບວັນທີ​ 8/11/2021 ເປັນຕົ້ນໄປ​ ແມ່ນຈະໄດ້ເລີ່ມຈັດຕັ້ງປະຕິບັດການເກັບອາກອນລາຍໄດ້ຈາກຜູ້ຖືກລາງວັນຫວຍພັດທະນາທຸກປະເພດ ໂດຍເອົາມູນຄ່າຖືກລາງວັນ 60.​000 ກີບຂຶ້ນໄປ ຄູນໃຫ້ອັດຕາອາກອນ 5% ຕາມຂໍ້ກໍານົດຂອງກົດໝາຍ ເພື່ອແຈ້ງມອບຕໍ່ຂະແໜງສ່ວຍສາອາກອນ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທຸກທ່ານ ເພື່ອຮັບຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ.