ຄາດຮອດ 2025 ອັດຕາການຊົມໃຊ້ໄຟຟ້າຈະເພີ່ມຂຶ້ນ 75% ຈາກປະຈຸບັນ

400

ໃນໂອກາດລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ II ຂອງກອງປະຊຸຸມສະພາແຫ່ງຊາດຊຸດທີ IX, ທ່ານ ປອ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຕາງໜ້າໃຫ້ລັດຖະບານ ກໍ່ຄືໃຫ້ກະຊວງ ພະລັງງານ ແລະ ບໍ່ແຮ່ ລາຍງານແຜນພັດທະນາພະລັງງານ ແລະ ບໍ່ແຮ່ 5ປີ ຄັ້ງທີ IX ແຕ່ປີ 2021-2025 ເມື່ອຕອນບ່າຍມື້ນີ້ ວັນທີ 4 ພະຈິກ 2021.

ບາງຕອນ ທ່ານ ກ່າວວ່າ: ການພັດທະນາຂະແໜງການພະລັງງານ ເປັນບຸລິມະສິດ ແລະ ບໍ່ແຮ່ ເປັນສຳຄັນບົນພື້ນຖານຄວາມສອດຄ່ອງກັບທ່າອ່ຽງລວມການພັດທະນາໃນພາກພື້ນ ແລະ ສາກົນ, ປະກອບສ່ວນສໍາຄັນໃນການສ້າງຖານລາຍຮັບໃຫ້ແກ່ປະເທດຊາດ, ດ້ວຍຈັງຫວະການເຕີບໂຕທີ່ມີຄຸນນະພາບ ຕາມເປົ້າໝາຍການພັດທະນາແບບຍືນຍົງ ແລະ ສີຂຽວ.

ການສ້າງແຜນພັດທະນາຂະແໜງການ 5 ປີ ຄັ້ງທີ IX (2021-2025) ແມ່ນບົນພື້ນຖານການຕີລາຄາຖອດຖອນບົດຮຽນ ສະພາບຄວາມຫຍຸ້ງຍາກ, ຈຸດດີ ແລະ ຂໍ້ຄົງຄ້າງຕ່າງໆ ໃນການຈັດຕັ້ງປະຕິບັດແຜນພັດທະນາຂະແໜງ ພະລັງງານ ແລະ ບໍ່ແຮ່ ໃນໄລຍະ 5 ປີຜ່ານມາ (2016-2020), ບວກກັບທ່າແຮງບົ່ມຊ້ອນ ແລະ ກາລະໂອກາດ. ພ້ອມດຽວກັນນັ້ນ ກໍ່ຍັງເປັນການສືບຕໍ່ຜັນຂະຫຍາຍ 7 ຍຸດທະຍາດ ຂອງຂະແໜງການຮອດປີ 2025.

ທ່ານ ກ່າວຕື່ມວ່າ : ການຜະລິດຂອງບັນດາໂຄງການໄຟຟ້າທີ່ນອນຢູ່ແຜນການ 5 ປີຄັ້ງທີ IX (2021-2025), ຄາດຄະເນການຜະລິດ 276.096 ລ້ານ kWh, ມູນຄ່າ 140.879 ຕື້ກີບ (ເມື່ອທຽບໃສ່ຜົນຜະລິດຂອງແຜນການ 5 ປີຄັ້ງທີ VIII (2016-2020) ເພິ່ມຂື້ນ 79%. ຄາດຄະເນຄວາມຕ້ອງການພະລັງງານໄຟຟ້າພາຍໃນປະເທດ ໄລຍະ 2021-2025 ສະເລ່ຍເພີ່ມຂຶ້ນ 8,1%/ປີ, ໝາຍຄວາມວ່າຮອດ 2025 ຄວາມຕ້ອງການກໍາລັງໄຟຟ້າພາຍໃນປະເທດ ຄາດການໃນກໍລະນີ ຕໍ່າສຸດປະມານ 2.132 MW ແລະ ຄາດການໃນກໍລະນີສູງສຸດຈະເພີ່ມຂຶ້ນເປັນປະມານ 2.880 MW. ໃນໄລຍະ 5 ປີ ຄັ້ງທີ IX (2021-2025) ການຈໍາໜ່າຍໄຟຟ້າພາຍໃນປະມານ 28.624 ລ້ານກິໂລວັດໂມງ, ມູນຄ່າ 2.431 ລ້ານໂດລາ.

ສຳລັບແຜນການພັດທະນາດ້ານບໍ່ແຮ່ ໄດ້ວາງຄາດຄະເນມູນຄ່າການຜະລິດ ແລະ ຈໍາໜ່າຍແຮ່ທາດ ໃນໄລຍະ 5 ປີ ຄັ້ງທີ IX (2021-2025) ໃຫ້ບັນລຸ 7.832 ລ້ານໂດລາ (ຖ້າທຽບໃສ່ແຜນ 5 ປີຄັ້ງທີ VIII (2016-2020) ຈໍານວນ 7.526 ລ້ານ ໂດລາ ເຫັນວ່າ ເພິ່ມຂື້ນ 4%) ; ຄາດຄະເນການຈໍາໜ່າຍແຮ່ທາດໄດ້ 8.336 ລ້ານໂດລາ (ຖ້າທຽບໃສ່ແຜນ 5 ປີຄັ້ງທີ VIII (2016-2020) ຈໍານວນ 8.092 ລ້ານໂດລາ ເຫັນວ່າ ເພິ່ມຂື້ນ 3%).
ໃນນັ້ນ: ການຈໍາໜ່າຍພາຍໃນ ຈໍານວນ 1.974 ລ້ານໂດລາ (ທຽບໃສ່ແຜນ 5 ປີຄັ້ງທີ VIII (2016-2020) ຈໍານວນ 1.429 ລ້ານໂດລາ ເຫັນວ່າ ເພີ່ມຂຶ້ນ 38%) ແລະ ການຈໍາໜ່າຍໄປຕ່າງປະເທດ: ຈໍານວນ 6.362 ລ້ານ ໂດລາ (ທຽບໃສ່ແຜນ 5 ປີຄັ້ງທີ VIII (2016-2020) ຈໍານວນ 6.663 ລ້ານໂດລາ ເຫັນວ່າ ຫຼຸດລົງ 5%).

ລາຍຮັບເຂົ້າງົບປະມານລັດ (ຄ່າສໍາປະທານ, ຄ່າຊັບພະຍາກອນ, ອາກອນກໍາໄລ, ອາກອນເງິນປັນຜົນ, ເງິນປັນຜົນ, ອາກອນເງິນເດືອນ ລວມທັງພັນທະກອງທຶນຕາມສັນຍາ ແລະ ພັນທະອື່ນໆ) ໃນໄລຍະ 5 ປີ ຄັ້ງທີ IX (2021-2025) ຈໍານວນ 880 ລ້ານ ໂດລາສະຫະລັດ (ຖ້າທຽບໃສ່ແຜນ 5 ປີຄັ້ງທີ VIII (2016-2020) ຈໍານວນ 838,4 ລ້ານໂດລາສະຫະລັດ ເຫັນວ່າ ເພິ່ມຂື້ນ 5%).

ພ້ອມກັນນີ້, ໃນ 5 ປີຕໍ່ໜ້ານີ້ ຈະສົ່ງເສີມ, ຊຸກຍູ້ໃຫ້ມີການສ້າງຕັ້ງໂຮງງານປຸງແຕ່ງ ຫຼື ຫຼໍ່ຫຼອມແຮ່ທາດ ສໍາລັບແຮ່ທາດພື້ນຖານ ເຊັ່ນ: ຄໍາ, ທອງ, ຊືນ, ສັງກະສີ, ກົ່ວ, ເຫຼັກ…, ເຊິ່ງປັດຈຸບັນ ລັດວິສາຫາະກິດພັດທະນາແຮ່ທາດລາວ ໄດ້ມີການຮ່ວມມື ກັບ ບໍລິສັດຕ່າງປະເທດໃນການສ້າງຕັ້ງໂຮງງານຫຼອມເຫຼັກກ້າ ຢູ່ເຂດເສດຖະກິດພິເສດແຂວງຄໍາມ່ວນ, ເມືອງທ່າແຂກ ໃນເນື້ອທີ່ 126 ເຮັກຕາ; ຈະສູ້ຊົນໃຫ້ໄດ້ສົ່ງອອກແຮ່ປຸງແຕ່ງໂປຕັດ (ເກືອກາລີ) ເປັນມູນຄ່າ 1.357 ລ້ານໂດລາ ໂດຍນຳໃຊ້ການຂົນສົ່ງທາງລົດໄຟລາວ-ຈີນເປັນຫຼັກ.

ຈາກ: ສູນຂ່າວພະລັງງານ ແລະ ບໍ່ແຮ່