ດ່ວນ! ແຈ້ງປັບຂຶ້ນລາຄານ້ຳມັນເຊື້ອໄຟທຸກຊະນິດ ເລີ່ມມື້ອື່ນເຊົ້າ

540

ກະຊວງອຸດ ອຄ ແຈ້ງປັບຂຶ້ນລາຄານ້ຳມັນເຊື້ອໄຟທຸກຊະນິດ. ພ້ອມທັງປັບຫຼຸດຄັງແຮນ້ຳມັນເຊື້ອໄຟທຸກຊະນິດລົງເປັນ 0 ກີບຕໍ່ລິດ.
ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ອອກແຈ້ງການ ສະບັບເລກທີ 1044/ອຄ, ລົງວັນທີ 5 ພະຈິກ 2021 ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັສ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ,

ເລື່ອງແຈ້ງປັບຂຶ້ນລາຄາຂາຍຍ່ອຍນໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ ເຊິ່ງການປັບລາຄານໍ້າມັນຄັ້ງນີ້ ໄດ້ປັບຫຼຸດຄັ້ງແຮນ້ຳມັນເຊື້ອໄຟທຸກຊະນິດເປັນ 0 ກີບຕໍ່ລີດ ແລະ ນໍ້າມັນແອັດຊັງພິເສດ ປັບຂຶ້ນ 840 ກີບຕໍ່ລິດ, ແອັດຊັງທຳມະດາ ປັບຂຶ້ນ 200 ກີບຕໍ່ລິດ ແລະ ນໍ້າມັນກາຊວນ ປັບຂຶ້ນ 530 ກີບຕໍ່ລິດ ລາຄາປັບໃໝ່ໃຫ້ເລີ່ມປະຕິບັດເວລາ 6:00 ໂມງ ຂອງວັນທີ 6 ພະຈິກ 2021 ເປັນຕົ້ນໄປ.

ລາຍລະອຽດກຳນົດລາຄາການຈຳໜ່າຍໃນແຕ່ລະແຂວງດັ່ງຕາຕະລາງລຸ່ມນີ້

.

ສ່ວນການຄິດໄລ່ເສຍພັນທະ ແລະ ຄ່າທໍານຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງ ຄິດໄລ່ເກັບຕາມທີ່ໄດ້ກໍານົດໄວ້ ໃນໂຄງສ້າງລາຄານໍ້າມັນເຊື້ອໄຟ ສະບັບເລກທີ 0804/ກຄພນ. ລົງວັນທີ 5 ພະຈິກ 2021 ຈົນກວ່າຈະມີການປ່ຽນແປງ ແລະ ໃຫ້ບັນດາບໍລິສັດນໍ້າມັນເຊື້ອໄຟປະຕິບັດຕາມເນື້ອໃນຂ້າງເທິງນີ້ຢ່າງເຂັ້ມງວດ ແລະ ຄຸ້ມຄອງປ້ຳຂາຍຍ່ອຍຂອງຕົນ ໃຫ້ບໍລິການຢ່າງເປັນປົກກະຕິ ແລະ ແຈ້ງການສະບັບນີ້ ປ່ຽນແທນແຈ້ງການສະບັບເລກທີ 0980/ອຄ. ລົງວັນທີ 19 ຕຸລາ 2021.