ລາຍລະອຽດຜູ້ເສຍຊີວິດໃໝ່ ກໍລະນີທີ 77

283

ມາຮອດວັນທີ 5 ພະຈິກ 2021 ຍອດຜູ້ຕິດເຊື້ອສະສົມທັງໝົດ 45.020 ຄົນ, ເສຍຊີວິດສະສົມ 77 ຄົນ (ໃໝ່ 1 ຄົນ), ປິ້ນປົວຫາຍດີ ແລະ ກັບບ້ານມື້ວານນີ້ 554 ຄົນ, ກໍາລັງປິ່ນປົວ 8.262 ຄົນ.


ສໍາລັບລາຍລະອຽດຜູ້ເສຍຊີວິດໃໝ່ 01 ຄົນ ມີດັ່ງນີ້:
ເພດຍິງ, ອາຍຸ 53 ປີ, ອາຊີບ: ຄ້າຂາຍ, ບ້ານຢູ່ປະຈຸບັນບ້ານໂນນໄຮ, ເມືອງໝື່ນ, ແຂວງວຽງຈັນ
ພະຍາດປະຈໍາຕົວ ຄົນເຈັບເປັນ ຄວາມດັນເລືອດສູງ ກີນຢາປະຈໍາ, ຄົນເຈັບໄດ້ຮັບການສັກຢາວັກຊີນ Johnson and Johnson, ຄອບຄົວມີສະມາຊິກ 5 ຄົນ ຕິດເຊື້ອ 4 ຄົນ


ຜົນກວດພົບເຊື້ອ 02 ພະຈິກ 2021 ແລະ ຜູ້ກ່ຽວເຂົ້າສູນໂພນງາມ ເມືອງໝື່ນແຂວງວຽງຈັນ. ອາການເບຶ້ອງຕົ້ນ ມີໄອເລັກນ້ອຍ, ບໍ່ໄຂ້ ແລະ ບໍ່ຫາຍໃຈຝຶດ.

ມາຮອດ ເວລາ 19:00 ໂມງ ຂອງວັນທີ 04 ພະຈິກ: ຄົນເຈັບມີອາການ, ອິດເມື່ອຍ, ຊຸດໂຊມລະບົບຫາຍໃຈ, ຫາຍໃຈໄວ, ຫາຍໃຈຫອບ, ແຫ້ນນຫນ້າເອິກ ແລະ ອາການກໍ່າແຫລ້, BP 80/60, spo2 35%, ໄດ້ເຊີດຊູຄົນເຈັບ ໃຫ້ຢາຈຳນວນຫນຶ່ງ ໃສ່ oxygen ອາການບໍ່ດີຂຶ້ນ, spo2 56% ແລະ ໄດ້ພົວພັນກຽມສົ່ງມາສູນປິ່ນປົວ covid ໂພນໂຮງ.


ມາຮອດ ເວລາ 21:30 ໂມງມາຮອດສູນປິ່ນປົວໂຄວິດໂພນໂຮງ ຊື່ງຄົນເຈັບມີພາວະຢຸດຫາຍໃຈ, ຈັບສັນຍານຊີບບໍ່ໄດ້, ຕົນໂຕເຢັນ, ກໍ່າແຫລ້, ບໍ່ຕອບສະຫນອງຕໍ່ການກະຕຸ້ນ, ວົງຕາດຳຍະ ແພດໄດ້ສຸມໃສ່ເຊີດຊູເຕັມທີ່ ແຕ່ຄົນເຈັບບໍ່ມີການຕອບສະໜອງ ແລະ ເສຍຊີວິດໃນເວລາຕໍ່ມາ.