2021 ປີແຫ່ງຄວາມສໍາເລັດຂອງ ບຸນພະຈັນ ກາຍເປັນອີກໜຶ່ງຄວາມຫວັງໃນ ຊຸຊູກິ ຄັບ ທ້າຍປີ

568

ນັບວ່າປີ 2021 ເປັນປີແຫ່ງຄວາມສໍາເລັດຂອງ ບຸນພະຈັນ ບຸນກອງ ກອງກາງທີມຊາດລາວ ຫຼ້າສຸດພາທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີ ເອົາຊະນະ ເຈົ້າພາບ ມົງໂກລີ 3-2 ໃນການແຂ່ງຂັນບານເຕະຊີງແຊັມອາຊີ 2022 ຮຸ່ນອາຍຸບໍ່ເກີນ 23 ປີ ຮອບຄັດເລືອກກຸ່ມ J ເຖິງວ່າຈະບໍ່ໄດ້ເຂົ້າຮອບແຕ່ເປັນການທົດສອບຄັ້ງທໍາອິດກ່ອນຈະກ້າວໄປຮັບໃຊ້ທີມຊາດລາວ ຊຸດໃຫຍ່ ລຸຍລາຍການໃຫຍ່ ທ້າຍປີນີ້.

ເມື່ອເວົ້າເຖິງ ບຸນພະຈັນ ບຸນກອງ ກາຍເປັນທີ່ຮູ້ຈັກໃນວົງການບານເຕະລາວ ກໍເກີດຂຶ້ນໃນປີ 2015 ເນື່ອງຈາກຄູຝຶກຂອງສະໂມສອນ ສະຫວັນ ເອັຟຊີ ເຫັນແວວ ບຸນພະຈັນ ທີ່ຫຼິ້ນໃຫ້ກັບໃນຊຸດນ້ອຍ ມາຕັ້ງແຕ່ປີ 2014 ໄດ້ໃຫ້ລອງມາຫຼິ້ນໃນຊຸດໃຫຍ່ ລົງສະໜາມກັບຊຸດໃຫຍ່ນັດທໍາອິດນັດທີ່ເສຍໃຫ້ກັບ ຊ້າງນ້ອຍ ເອັຟຊີ 0-1 ໃນລາວພຣີເມຍລີກ ຄາບ້ານເມື່ອເດືອນມີນາ 2015 ເຖິງຈະເສຍແຕ່ ບຸນພະຈັນ ກໍສ້າງຄວາມປະທັບໃຈໃຫ້ກັບຊາວແຂວງສະຫວັນນະເຂດ ນັບແຕ່ນັ້ນມາ ບຸນພະຈັນ ກໍສ້າງຜົນງານໂດດເດັ່ນມາເລື້ອຍ ໂດຍສະເພາະກ່າວສູ່ເປັນນັກເຕະຫຼັກຂອງທີມຊາດລາວ ຫຼາຍຊຸດ ແລະ ສະໂມສອນ ຊ້າງນ້ອຍ ເອັຟຊີ.

ນັບແຕ່ປີ 2017 ເຖິງປັດຈຸບັນ ບຸນພະຈັນ ເປັນນັກເຕະຫຼັກຂອງ ຊ້າງນ້ອຍ ເອັຟຊີ, ແຕ່ຍັງບໍ່ເຄີຍພາທີມກ້າວເຖິງແຊ້ມລີກສູງສຸດຂອງ ສປປ ລາວ ໄດ້ເທື່ອ ໂດຍຜົນງານດີທີ່ສຸດຄືຍາດໄດ້ອັນດັບ 3 ທັງສອງລະດູການ ( 2019-2020 ). ຢ່າງໃດກໍຕາມ ກ່າວມາເຖິງປີ 2021 ບຸນພະຈັນ ກາຍເປັນນັກເຕະທີ່ໜ້າຈັບຕາທີ່ສຸດ ເມື່ອສ້າງຜົນງານໂດດເດັ່ນຍິງໄປ 3 ປະຕູຈາກ 2 ນັດພາ ຊ້າງນ້ອຍ ເອັຟຊີ ຢຶືດທີມນໍາຕາຕະລາງຄະແນນລວມຂອງ ເປບຊີ ລາວລີກ 1 ລະດູການ 2021 ພ້ອມທັງນໍາດາວຍິງສູງສຸດ ເຮັດໃຫ້ ຊ້າງນ້ອຍ ເອັຟຊີ ມີໂອກາດຫຼາຍທີ່ສຸດໃນການຄວ້າແຊັມລີກສູງສຸດຂອງ ສປປ ລາວ ດ້ວຍນັກເຕະທີ່ມີຄຸນນະພາບຫຼາຍຄົນ, ແຕ່ໜ້າເສຍດາຍການແຂ່ງຂັນຜ່ານໄປພຽງ 3 ອາທິດ ກໍຕ້ອງຍົກເລີກການແຂ່ງຂັນ ເນື່ອງໄດ້ຮັບຜົນກະທົບຈາກການລະບາດຂອງ ໂຄວິດ-19.

ຫຼ້າສຸດ ບຸນພະຈັນ ຮັບໃຊ້ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີ ລຸຍການແຂ່ງຂັນບານເຕະຊີງແຊັມອາຊີ 2022 ຮຸ່ນອາຍຸບໍ່ເກີນ 23 ປີ ຮອບຄັດເລືອກກຸ່ມ J, ເຖິງວ່າ 2 ນັດທໍາອິດ ຢູ 23 ລາວ ຈະເສຍໃຫ້ກັບ ມາເລເຊຍ 0-1 ແລະ ໄທ 0-3, ແຕ່ນັດສຸດທ້າຍ ບຸນພະຈັນ ກາຍເປັນພະເອກຍິງຄົນດຽວ 2 ປະຕູພາທີມຊາດລາວ ເອົາຊະນະ ມົງໂກລີ 3-2.

ເຊິ່ງ 2 ປະຕູດັ່ງກ່າວ ເຮັດໃຫ້ ບຸນພະຈັນ ກາຍເປັນທີ່ຮູ້ຈັກໃນປະເທດເພື່ອນບ້ານຢ່າງໄທ ເນື່ອງຈາກການທີ່ພາທີມຊາດລາວ ຊະນະ ມົງໂກລີ ເຮັດໃຫ້ ທີມຊາດໄທ ຜ່ານເຂົ້າໄປຫຼິ້ນໃນຮອບສຸດທ້າຍ ໃນຖານະທີມອັນດັບ 2 ທີ່ດີທີ່ສຸດໄດ້ສໍາເລັດ ໄດ້ຮັບຄໍາຂອບໃຈຈາກນັກເຕະໄທ ແລະ ແຟນບານຊາວໄທຢ່າງຫຼວງຫຼາຍ ຈົນມີຂ່າວລືວ່າ ມາດາມແປ້ງ ຫຼື ທ່ານ ນາງ ນວນພັນ ລໍາຊໍ່າ ຜູ້ຈັດການທີມຊາດໄທ ຊຸດໃຫຍ່ ແລະ ຢູ 23 ທັງເປັນປະທານສະໂມສອນການທ່າເຮືອ ສະໂມສອນໃນໄທລີກ ຫວັງດືງຕົວໄປຮ່ວມທີມໃນໂກຕ້າອາຊຽນ ຕ້ອງຕິດຕາມເບິ່ງວ່າ ບຸນພະຈັນ ຈະໄດ້ໂອກາດໄປຫຼິ້ນໃນລີກຕ່າງປະເທດເປັນຄັ້ງທໍາອິດໃນຊີວິດ.

ນອກນັ້ນ, ບຸນພະຈັນ ເກີດວັນທີ 29 ພະຈິກປີ 2000 ສູງ 160 ຊັງຕີແມັດ ໃນປີ 2021 transfermarkt.com ເວັບໄຊທ໌ຕ່າງປະເທດທີ່ມີຊື່ສຽງໃນການລາຍການການຊື້-ຂາຍນັກເຕະ ແລະ ວິເຄາະນັກເຕະໃນວົງການບານເຕະ ຍົກໃຫ້ ບຸນພະຈັນ ເປັນນັກເຕະທີ່ມີມູນຄ່າສູງສຸດໃນລາວລີກ ແລະ ທີມຊາດ ໂດຍຕາມການວິເຄາະຂອງເວັບໄຊທ໌ດັ່ງກ່າວແມ່ນມີມູນຄ່າເຖິງ 110.000 ໂດລາ.

ສໍາລັບ ພາລະກິດຕໍ່ໄປຂອງ ບຸນພະຈັນ ບຸນກອງ ຄືການຮັບໃຊ້ທີມຊາດລາວ ຊຸດໃຫຍ່ ລຸຍການແຂ່ງຂັນບານເຕະຊີງແຊັມແຫ່ງຊາດອາຊຽນລາຍການ AFF Susuki Cup 2020 ທີິ່ຈະຈັດຂຶ້ນລະຫວ່າງວັນທີ 5 ທັນວາ 2021 – ວັນທີ 1 ມັງກອນ 2022 ໂດຍທີມຊາດລາວ ຢູ່ກຸ່ມ B ຮ່ວມກັບ ຫວຽດນາມ, ມາເລເຊຍ, ອິນໂດເນເຊຍ ແລະ ກໍາປູເຈຍ.
ຂ່າວ: ຫຼ້າ MKP, ຮູບຈາກ: ສະຫະພັນບານເຕະແຫ່ງຊາດລາວ