ຮຽນຮູ້ການຫຼິ້ນກີລາກ໊ອຟ: ມື້ນີ້ໄປຮູ້ຈັກສ່ວນປະກອບຂອງ ສະໜາມກ໊ອຟ

523

ດັັ່ງທີ່ຮູ້ ໜັງສືພິມເສດຖະກິດ-ການຄ້າ ໄດ້ຮ່ວມມືກັບ ສະໜາມກ໊ອຟ ລາວຄັນທຣີ ຄລັບ ( lao country club golf course ) ສ້າງຄໍລໍາ ການຫຼິ້ນກ໊ອຟ ເພື່ອເປັນອີກໜຶ່ງຊ່ອງທາງສໍາລັບຄົນທີ່ຢາກຈະຫຼິ້ກກ໊ອຟ ແລະ ມືໃໝ່ ໄດ້ສຶກສາ, ຮຽນຮູ້ການຫຼິ້ນກ໊ອຟກ໊ອຟ ແລະ ເຕັກນິກຕ່າງໄປນໍາກັນ ໃນແຕ່ລະອາທິດ ເຊິ່ງກ່ອນໜ້ານີ້ພວກເຮົາແນະນໍາອຸປະກອນການຫຼິ້ນກ໊ອຟທີ່ຕ້ອງມີກ່ອນຈະຮຽນຫຼິ້ນກີລາປະເພດນີ້.

ກ່ອນຈະໄປຮຽນຮູ້ການຫຼິ້ນກ໊ອຟ ແລະ ເຕັກນິກຕ່າງໆ. ດັ່ງນີ້ມື້ນີ້ເຮົາໄປຮູ້ຈັກ ສະໜາມກ໊ອຟ ກັນກ່ອນວ່າຈະເປັນແບບໃດ ແນ່ນອນສະໜາມກ໊ອຟເປັນສະໜາມກີລາທີ່ກວ້າງຂວາງ ແລະ ໃຊ້ພື້ນທີ່ໃນການກໍ່ສ້າງຫຼາຍທີ່ສຸດ ເມື່ອປຽບທຽບກັບກີລາປະເພດອື່ນໆ ແນ່ນອນວ່າສະໜາມກ໊ອຟຈະປະກອບໄປດ້ວຍຫຼາຍສິ່ງຫຼາຍຢ່າງບໍ່ວ່າຈະເປັນ ທໍາມະຊາດສວຍງາມ, ພື້ນສະໜາມຫຍ້າທີ່ກວ້າງ, ຕົ້ນໃຫ້, ສ່ວນດອກໄມ້, ສະນໍ້າ, ຊາຍ, ແລະ ອື່ນໆ.
ໂດຍທົ່ວໄປສະໜາມກ໊ອຟຈະປະກອບມີທັງໝົດ 18 ຂຸມ ເຊິ່ງສ່ວນໃຫຍ່ຈະແບ່ງເປັນ
-ພາ 3 ຈໍານວນ 4 ຂຸມ ໄລຍະມາດຕະຖານຂອງພາ 3 ບໍ່ເກີນ 250 ຫຼາ
-ພາ 4 ຈໍານວນ 10 ຂຸມ ໄລຍະມາດຕະຖານຂອງພາ 4 ຢູ່ລະຫວ່າງ 251-480 ຫຼາ
-ພາ 5 ຈໍານວນ 4 ຂຸມ ໄລຍະມາດຕະຖານຂອງພາ 5 ຫຼາຍກວ່າ 481 ຫຼາ ຂຶ້ນໄປ

ເມື່ອລວມຈໍານວນຂອງພາຈະເທົ່າກັບ 72 ພາ ໝາຍເຖິງສະໜາມອອກບບມາໃຫ້ນັກກ໊ອຟຕີຕາມຈໍານວນຄັ້ງທັງໝົດ 72 ຄັ້ງ ເມື່ອຫຼິ້ນຄົບ 18 ຂຸມ ເຊິ່ງຖ້ານັກກ໊ອຟຕີເກີນຈໍານວນພາທີ່ກໍານົດຈະເອີ້ນວ່າ ໂອເວີພາ ເຊັ່ນຕີໄປ 82 ຄັ້ົ້ງ ເມື່ອຫຼິນຄົບ 18 ຂຸມເອີ້ນວ່າ ໄດ້ຄະແນນ 10 ໂອເວີພາ ກົງກັນຂ່າມ ຖ້າຫາກນັກກ໊ອຟຕີໄດ້ໜ້ອຍກວ່າພາທີ່ກໍານົດ ເອີ້ນວ່າ ອັນເດີພາ ເຊັ່ນເຮັດໄດ້ 69 ຄັ້ງເມື່ອຫຼິ້ນຄົບ 18 ຂຸມ ເອີ້ນວ່າ 3 ອັນເດີພາ.

ສະຫຼຸບ ສ່ວນປະກອບຂອງສະໜາມກ໊ອຟ ມີດັ່ງນີ້:
1.ຈຸດຕັ້ງທີ ( Teeing Grounds ) ເປັນຈຸດເລີ່ມຫຼິ້ນແຕ່ລະຂຸມ, ຈຸດຕັ້ງທີ ກໍຈະເປັນພື້ນທີ່ໃນການປັກລູກເລີ່ມຫຼິ້ນ ແລະ ກໍຈະມີຫຼາຍຈຸດ ໂດຍແບ່ງຕາມລະດັບສີມື ເພື່ອໃຫ້ນັກກ໊ອຟໄດ້ເລືອກຫຼິ້ນຕາມໄລຍະທີ່ຕົວເອງຕ້ອງການ ໂດຍທົ່ວໄປຈະແບ່ງອອກເປັນດັ່ງນີ້:

-ຈຸດສໍາລັບນັກກ້ອຟອາຊີບ ແລະ ນັກກ໊ອຟແຕ້ມຕໍ່ຕົວດຽວ ( 0-9 ) ສ່ວນຫຼາຍໃຊ້ສີດໍາ ແລະ ໄລຍະລວມປະມານ 6.800-7.200 ຫຼາ.
-ຈຸດສໍາລັບນັກກ໊ອຟສະໝັກຫຼິ້ນທົ່ວໄປຊາຍ ສ່ວນຫຼາຍໃຊ້ສີຂາວ ແລະ ມີໄລຍະລວມປະມານ 6.400-6.800 ຫຼາ
-ຈຸດສໍາລັບນັກກ໊ອຟອາວຸໂສຊາຍ ສ່ວນຫຼາຍໃຊ້ສີເຫຼືອ ແລະ ໄລຍະລວມປະມານ 6.000-6.400 ຫຼາ
-ຈຸດສໍາລັບນັກກ໊ອຟຍິງ ແລະ ນັກກ໊ອຟເຍົາວະຊົນ ສ່ວນຫຼາຍໃຊ້ສີແດງ ແລະ ມີໄລຍະລວມປະມານ 5.400-6.000 ຫຼາ.

2.ແຟເວ ( Fairway ) ເປັນພື້ນສະໜາມຫຍ້າທີ່ຕັດລຽບ ຈາກຈຸດຕົວທີໄປຈົນເຖິງກຣີນ ໂດຍຈະມີຄວາມກວ້າງສະເລ່ຍ 32 ຫຼາ
3.ກຣີນ ( Putting Green ) ເປັນພື້ນທີ່ຈຸດສິ້ນສຸດໃນການຫຼິ້ນໃນແຕ່ລະຂຸມ ເທິງກຣີນຈະເຮັດການເຈະຂຸມ ເພື່ອໃຫ້ນັກກ໊ອຟຕີລູກກ໊ອຟໃຫ້ລົງຂຸມ ຈິ່ງຈະຖືວ່າຫຼິ້ນຈົບໃນຂຸມນັ້ນ, ກຣີນ ເປັນພື້ນທີ່ສໍາຄັນທີ່ສຸດຂອງສະໜາມກ໊ອຟ ແລະ ມີມູນຄ່າໃນການກໍ່ສ້າງສູງທີ່ສຸດ ເພາະເປັນບ່ອນຕັດສິນເສຍ ແລະ ໄຊຊະນະ.

4.ບໍ່ນໍ້າ ຫຼື ອຸປະສັກນໍ້າ ( Water Hazards ) ມີໄວ້ເພື່ອເປັນອຸປະສັກໃນການຫຼິ້ນ ເພື່ອເພີ່ມຄວາມມັນໃນການແຂ່ງຂັນ ລວມທັງເພີ່ມຄວາມສວຍງາມໃຫ້ກັບສະໜາມກ໊ອຟ ແລ້ວແຕ່ການອອກແບບ ແລະ ຍັງເປັນແຫຼ່ງໃນການກັກເກັບນໍ້າຂອງສະໜາມກ໊ອຟອີກດ້ວຍ.
5.ບັງເກີ ຫຼື ຂຸມຊາຍ ( Bunkers ) ຖືເປັນອຸປະສັກອີກພື້ໜທີ່ໜຶ່ງຂອງສະໜາມກ໊ອຟ ໂດຍຈະນໍາຊາຍມາໃສ່ໄວ້ໃນຂຸມ ເພື່ອໃຫ້ນັກກ໊ອຟໄດ້ແກ້ບັນຫາ ເມື່ອລູກກ໊ອຟຕົກລົງມາຍັງຂຸມຊາຍທີ່ອອກແບບດັກເອົາໄວ້.

6. Rough ເປັນພື້ນທີ່ຫຍ້າປ່ອຍໄວ້ໃຫ້ຍາວ ເພື່ອເປັນອຸປະສັກໃນການຫຼິ້ນອີກຢ່າງໜຶ່ງ ເຊິ່ງປົກກະຕິແລ້ວຈະຢູ່ຂະໜານໄປກັບ ແຟເວ ເມື່ອລູກກ໊ອຟຫຼຸດອອກຈາກແຟເວ ກໍຈະເຂົ້າໄປຍັງ Rough ເຊິ່ງຈະຕີຍາກ ເພາະລູກກ໊ອຟຈະຈົມຢູ່ໃນຫຍ້າທີ່ຍາວ.
7.ເຂດໂອບີ ( OUT OF Bounds ) ຄືເຂດ ຫຼື ແນວທີ່ສະແດງພື້ນທີ່ໆຢູ່ນອກສະໜາມ ຈະສະແດງດ້ວຍຫຼັກ ຫຼື ເສັ້ນສີຂາວ.
8.ພື້ນທີ່ສ້ອມ ຄືພື້ນທີ່ຢູ່ລະຫວ່າງການສ້ອມແຊມ ຫຼື ປັບປຸງໃໝ່ ທີ່ຍັງບໍ່ພ້ອມທີ່ຈະໃຫ້ນັກກ໊ອຟຫຼິ້ນ ໂດຍຈະສະແດງຂອບເຂດໄວ້ດ້ວຍເສັ້ນ ຫຼື ຫຼັກ ເພື່ອສະແດງວ່າເປັນພື້ນທີ່ສ້ອມ.
ຮູບ: ສະໜາມກ໊ອຟ ລາວຄັນທຣີ ຄລັບ
ຄັດຈາກ: golfprojack.com