10 ເດືອນ​ຕົ້ນ​ປີ​ນີ້ ລາວສົ່ງ​ອອກ​ສິນ​ຄ້າ​ກະ​ສິກ​ກຳ​ບັນ​ລຸ 890 ລ້ານກວ່າ​ໂດ​ລາ

851

ໃນ​ໄລ​ຍະ 10 ເດືອນ​ຕົ້ນ​ປີ 2021 ສ​ປ​ປ ລາວ ສົ່ງ​ອອກ​ສິນ​ຄ້າ​ກະ​ສິ​ກຳ​ໄປ​ຕ່າງ​ປະ​ເທດ​ບັນ​ລຸ 890 ລ້ານ​ໂດ​ລາ, ໃນ​ນັ້ນ 80% ແມ່ນ​ສົ່ງ​ອອກ​ໄປ​ ສ​ປ ຈີນ.


ທ່ານ ເພັດ ພົມ​ພິ​ພັກ ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສິ​ກຳ ແລະ ປ່າ​ໄມ້ ໄດ້​ຊີ້​ແຈງ​ຕໍ່​ຄຳ​ຊັກ​ຖາມ​ຂອງ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ (ສ​ສ​ຊ) ໃນ​ວັນ​ທີ 4 ພະ​ຈິກ​ນີ້ ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ ໄຊ​ສົມ​ພອນ ພົມ​ວິ​ຫານ ປະ​ທານ​ສະ​ພາ​ແຫ່ງ​ຊາດ​ວ່າ: ໃນໄລຍະ 10 ເດືອນຜ່ານ ມູນຄ່າສົ່ງອອກສິນຄ້າກະສິກໍາ ທັງໝົດປະມານ 890 ລ້ານກວ່າໂດລາ ໂດຍສົ່ງອອກໄປຫຼາຍກວ່າ 20 ປະເທດ, ໃນນັ້ນ, ຕະຫຼາດສົ່ງອອກຫຼັກແມ່ນ ສປ ຈີນ, ໄທ, ສ​ສ ຫວຽດ​ນາມ, EU … ສິນຄ້າສົ່ງອອກຫຼາຍກວ່າໝູ່ແມ່ນ ມັນຕົ້ນ, ໝາກກ້ວຍ, ຢາງພາລາ, ກາເຟ, ໝາກໂມ, ​ອ້ອຍ, ໝາກເດືອຍ.


ມາ​ຮອດ​ປັດ​ຈຸ​ບັນ ໄດ້ສໍາເລັດການເຊັນອະນຸສັນຍາຂໍ້ກໍານົດເງື່ອນໄຂ ດ້ານສຸຂະນາໄມ ​ພືດ-ສັດກັບ ສປ ຈີນ ແລ້ວ ມີຈໍານວນທັງໝົດ 14 ລາຍການ. ໃນນີ້, ມີ 13 ພືດ ແລະ 1 ສັດໃຫຍ່ ຄື: ເຂົ້າ, ສາລີ, ມັນຕົ້ນແຫ້ງ, ກ້ວຍ, ໝາກໂມ, ມັນດ້າງ, ຖົ່ວຝັກຍາວ, ຖົ່ວເຫຼືອງຝັກສົດ, ຖົ່ວເບີ, ​ ໝາກນອດ, ໝາກກ້ຽງເປືອກໜາ, ໝາກ​ນາວ​ເຫຼືອງ ແລະ ງົວ-ຄວາຍ, ສ່ວນ ສ​ສ ຫວຽດ​ນາມ 16 ພືດ ແລະ ຣາ​ຊະ​ອາ​ນາ​ຈັກ​ໄທ 15 ພືດ ແລະ ຍັງ​ສືບ​ຕໍ່​ເຈ​ລະ​ຈາ​ກັບ​ໄທ ​ຈຳ​ນວນ 5 ຊະ​ນິດ​ພືດ.

 

​ທ່ານລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສິ​ກຳ ແລະ ປ່າ​ໄມ້ ກ່າວ​ອີ​ກວ່າ: ການ​ເຈ​ລະ​ຈາ​ເປີດ​ຕະຫຼາດ ໂດຍ​ສະ​ເພາະ​ກັບ ສ​ປ ຈີນ ເຖິງວ່າ​ຈະ​ໃຊ້​ຄວາມ​ພະ​ຍາ​ຍາມ ແຕ່​ກໍ​ຍັງ​ບໍ່​ໄດ້​ຕາມ​ຄາດ​ໝາຍ ເນື່ອງ​ຈາກວ່າ ຕ້ອງ​ໃຊ້​ເວ​ລາ​ພໍ​ສົມ​ຄວນ ບວກ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເຮັດ​ໃຫ້​ວິ​ຊາ​ການ​ຈາກ ສ​ປ ຈີນ​ ບໍ່​ສາ​ມາດ​ເຂົ້າ​ມາ​ກວດ​ກາ​ພື້ນ​ທີ່​ປູກ-ລ້ຽງ​ຕົວ​ຈິງ​ໄດ້.


ສໍາລັບການສົ່ງອອກເຂົ້າສານ ໄປ ສປ ຈີນ ໃນໂກຕາ 50 ພັນໂຕນ ສາ​ມາດ​ສົ່ງອອກໄດ້ແລ້ວ 22 ພັນໂຕນ ເນື່ອງ​ຈາກວ່າຕະຫຼາດ​ປາຍ​ທາງ ຢູ່ ສ​ປ ຈີນ​ ຍັງ​ບໍ່​ກວ້າງ ບວກ​ກັບ​ຄ່າ​ຂົນ​ສົ່ງ​ສູງ, ສ່ວນການສົ່ງອອກ​ສັດ​ໃຫຍ່ (ງົວ) ໃນ​ໂກ​ຕາ 5 ແສນ​ໂຕ​ນັ້ນ ສາ​ມາດ​ສົ່ງ​ອອກ​ໄດ້​ພຽງ 2.013 ໂຕ​ເທົ່າ​ນັ້ນ ເນື່ອງ​ຈາກ​ເກີດ​ການ​ລະ​ບາດ​ພະ​ຍາດ​ອັກ​ເສບ​ຜີວ​ໜັງ​ໃນ​ງົວ ຝ່າຍ​ຈີນ​ຈຶ່ງ​ໄດ້​ໂຈະ​ການ​ນຳ​ເຂົ້າ​ງົວ-ຄວາຍ​ຈາກ​ລາວ​ຊົ່ວ​ຄາວ, ປັດ​ຈຸ​ບັນ​ໄດ້​ແກ້​ໄຂ​ພະ​ຍາດ​ດັ່ງ​ກ່າວ​ສຳ​ເລັດ​ແລ້ວ ແລະ ກຳ​ລັງ​ດຳ​ເນີນ​ການເພື່ອ​ເປີດ​ຕະຫຼາດ​ຄືນ​ໃໝ່.