ມາຮອດທ້າຍປີ 2020 ສປປລາວ ມີແຫຼ່ງຜະລິດທັງໝົດ 82 ແຫ່ງ ລວມກຳລັງການຜະລິດ 10.091 ເມກາວັດ ການສົ່ງອອກກວມເອົາປະມານ 72%

602

ທ່ານ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ສະເໜີແຜນພັດທະນາພະລັງງານໄຟຟ້າ ຂອງ ສປປ ລາວ ປີ 2021-2030 ແລະ ແຜນພັດທະນາງານພະລັງງານ ແລະ ບໍ່ແຮ່ ຄັ້ງທີ IX (2021-2025) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນບ່າຍວັນທີ 4 ພະຈິກນີ້, ພາຍໃຕ້ການເປັນປະທານຂອງ ທ່ານ ສົມ​ມາດ ພົນ​ເສ​ນາ ຮອງປະທານສະພາແຫ່ງຊາດ.


ທ່ານລັດຖະມົນຕີກະ​ຊວງ​ພະ​ລັງ​ງານ ແລະ ບໍ່​ແຮ່ ໄດ້ກ່າວໃຫ້ຮູ້ວ່າ: ເລີ່ມແຕ່ຊຸມປີ 1970 ຮອດປັດຈຸບັນ, ການພັດທະນາທ່າແຮງແຫຼ່ງຜະລິດພະລັງງານໄຟຟ້າຕ່າງໆ ມີການຂະຫຍາຍຕົວສູງຫຼາຍ ໂດຍສະເລ່ຍປະມານ 17% ຕໍ່ປີ. ມາຮອດທ້າຍປີ 2020, ມີແຫຼ່ງຜະລິດທັງໝົດ 82 ແຫ່ງ ລວມກຳລັງການຜະລິດ 10.091 ​ເມກາວັດ (MW), ໃນນັ້ນແຫຼ່ງຜະລິດໄຟຟ້າມາຈາກເຂື່ອນໄຟຟ້າພະລັງງານນໍ້າ ກວມເອົາ 80,41%, ຖ່ານຫີນ 18,61%; ການສົ່ງອອກພະລັງງານໄຟຟ້າ ກວມເອົາປະມານ 72%.

ການສະໜອງພະລັງງານໄຟຟ້າພາຍໃນປະເທດ ແມ່ນມາຈາກເຂື່ອນໄຟຟ້າ 91,49%, ຖ່ານຫີນ 3,17%, ມາຈາກພະລັງງານຊີວະມວນ ແລະ ມາຈາກພະລັງງານແສງຕາເວັນ 5,34%. ແຕ່ເຖິງຢ່າງໃດກໍຕາມ, ການພັດທະນາພະລັງງານໄຟຟ້າ ຍັງມີຫຼາຍບັນຫາທີ່ເປັນສິ່ງທ້າທາຍ ທີ່ຕ້ອງໄດ້ມີມາດຕະການແກ້ໄຂຢ່າງຮັດກຸມ ແລະ ເລັ່ງດ່ວນໃນຕໍ່ໜ້າ ໂດຍສະເພາະບັນດາບັນຫາລະບົບໄຟຟ້າພາຍໃນ ແລະ ບັນຫາລະບົບໄຟຟ້າສົ່ງອອກໂດຍກົງຂອງຜູ້ຜະລິດໄຟຟ້າເອກະຊົນ.


ສະເພາະແຜນພັດທະນາພະລັງງານ ແລະ ບໍ່ແຮ່ 5 ປີ ຄັ້ງທີ IX (2021-2025) ໄດ້ມີຈຸດ ໝາຍລວມ ໂດຍຖືເອົາການພັດທະນາຂະແໜງການພະລັງງານ ເປັນບຸລິມະສິດ ແລະ ບໍ່ແຮ່ ເປັນສໍາຄັນບົນພື້ນຖານຄວາມສອດຄ່ອງກັບທ່າອ່ຽງລວມການພັດທະນາໃນພາກພື້ນ ແລະ ສາກົນ, ປະກອບ ສ່ວນສໍາຄັນໃນການສ້າງຖານລາຍຮັບໃຫ້ແກ່ປະເທດຊາດ, ດ້ວຍຈັງຫວະການເຕີບໂຕທີ່ມີຄຸນນະພາບ ຕາມເປົ້າໝາຍການພັດທະນາແບບຍືນຍົງ ແລະ ສີຂຽວ ຊຶ່ງໄດ້ກຳນົດ 12 ເປົ້າໝາຍ, 44 ຄາດໝາຍ, 85 ວຽກງານຈຸດສຸມ ແລະ 113 ໂຄງການ.

ເພື່ອຊຸກຍູ້ການຈັດຕັ້ງປະຕິບັດແຜນການດັ່ງກ່າວແມ່ນ ໄດ້ມີແຜນການຮ່ວມມື ແລະ ລົງທຶນ ເປັນຕົ້ນ ການຊ່ວຍເຫຼືອທາງການເພື່ອການພັດທະນາ, ການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ ລວມເຖິງການລົງທຶນຂອງລັດ (ສະເພາະການລົງທຶນຂອງລັດ ແມ່ນຈະສຸມໃສ່ຂະຫຍາຍລະບົບຕາຂ່າຍ ສູ່ເຂດຊົນນະບົດຮ່າງໄກສອກຫຼີກເປັນຕົ້ນຕໍ, ໂດຍເນັ້ນໃສ່ 2 ບຸລິມະສິດ ຕາມລຳດັບຄື: ສຸມໃສ່ພັດທະນາພື້ນຖານໂຄງລ່າງລະບົບຕາຂ່າຍ ຢູ່ແຂວງໄຊສົມບູນ; ຂະຫຍາຍຕາຂ່າຍຢູ່ 3 ແຂວງ ທີ່ມີອັດຕາການຊົມໃຊ້ໄຟຟ້າຕໍ່າສຸດ ໃນຂອບເຂດທົ່ວປະເທດ ກໍຄືແຂວງຫົວພັນ, ຜົ້ງສາລີ ແລະ ເຊກອງ. ພ້ອມທັງເອົາໃຈໃສ່ຂະຫຍາຍລະບົບຕາຂ່າຍເຂດຫ່າງໄກສອກຫຼີກ ໃນບັນດາແຂວງທີ່ເຫັນວ່າມີຄວາມຈຳເປັນ ເພື່ອສູ້ຊົນໃຫ້ອັດຕາການຊົມໃຊ້ໄຟຟ້າບັນລຸ 98% ພາຍໃນປີ 2025).


ໃນດ້ານພະລັງງານ ແມ່ນໄດ້ກວມເອົາເປົ້າໝາຍສະເພາະແຕ່ ເປົ້າໝາຍທີ 1 ຫາ 6 ໃນ 12 ເປົ້າໝາຍ ໂດຍໃຫ້ສອດຄ່ອງກັບແຜນພັດທະນາພະລັງງານໄຟຟ້າຂອງ ສປປ ລາວ ປີ 2021-2030 ຊຶ່ງໃນນີ້ການຜະລິດພະລັງງານໄຟຟ້າຂອງບັນດາໂຄງການໄຟຟ້າທີ່ນອນຢູ່ໃນແຜນການ 5 ປີ ຄັ້ງທີ IX ນີ້ ໄດ້ຄາດຄະເນການຜະລິດແມ່ນ 276.096 ລ້ານ ກິໂລວັດໂມງ (KWh), ມູນຄ່າ 140.879 ຕື້ກີບ (ເມື່ອທຽບໃສ່ຜົນຜະລິດຂອງແຜນການຜະລິດຂອງແຜນການ 5 ປີ ຄັ້ງທີ VIII (2016-2020) ແມ່ນຈະເພີ່ມຂຶ້ນ 79%); ຄາດຄະເນຄວາມຕ້ອງການພະລັງງານໄຟຟ້າພາຍໃນປະເທດ ໄລຍະ 2021-2025 ສະເລ່ຍເພີ່ມຂຶ້ນ 8,1% ຕໍ່ປີ (ໝາຍວ່າ ຮອດປີ 2025 ຄາດການຄວາມຕ້ອງການພະລັງງານ ຕໍ່າສຸດປະມານ 2.132 MW ແລະ ຄາດການໃນກໍລະນີສູງສຸດຂະເພີ່ມຂຶ້ນປະມານ 2.880 MW); ການຈໍາໜ່າຍໄຟຟ້າພາຍໃນ ປະມານ 28.624 ລ້ານ KWh, ມູນຄ່າ 2.431 ລ້ານໂດລາ.