190 ກວ່າປະເທດ ແລະ ອົງການ ສັນຍາວ່າ ຈະຢຸດຕິການນຳໃຊ້ຖ່ານຫີນ

404

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ​ລາຍ​ງານ​ເມື່ອ​ວັນ​ທີ 4 ພະ​ຈິກ 2021 ວ່າ ມີ 190 ກວ່າ​ປະ​ເທດ ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ໄດ້​ຮ່ວມ​ກັນ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​​ຕໍ່​ກອງ​ປະ​ຊຸມ​ລັດ​ພາ​ຄີ​ອະ​ນຸ​ສັນ​ຍາ​ສະ​ຫະ​ປະ​ຊາ​ຊາດວ່າ​ດ້ວຍ​ການ​ປ່ຽນ​ແປງ​ສະ​ພາບ​ດິນ​​ຟ້າອາ​ກາດ​ ຕາມກອບ​ຂອງອະ​ນຸ​ສັນ​ຍາສະ​ຫະ​ປະ​ຊາ​ຊາດ ວ່າ​ດ້ວຍ​ການ​ປ່ຽນ​ແປງ​ສະ​ພາບ​ດິນ​ຟ້າ​ອາ​ກາດ (UNFCCC) ຄັ້ງ​ທີ 26 ຫຼື COP 26 ວ່າ ຈະ​ຢຸ​ຕິ​ການ​ໃຊ້​ພະ​ລັງ​ງານ​ໄຟ​ຟ້າ​ຈາກ​ຖ່ານ​ຫີນ ແລະ ຢຸດ​ຕິ​ການ​ສ້າງ​ໂຮງ​ໄຟ​ຟ້າ​ຈາກ​ຖ່ານ​ຫີ​ແຫ່ງໃໝ່.

ທັງ​ນີ້ ກຸ່ມ​ປະ​ເທດ​ທີ່​ມີ​ເສດ​ຖະ​ກິດ​ຂະ​ໜາດ​ໃຫຍ່​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ ຈະ​ຢຸດ​ຕິ​ການ​ນຳ​ໃຊ້​ພະ​ລັງ​ງານ​ຈາກ​ຖ່ານ​ຫີນ​ພາຍ​ໃນ​ປີ 2030, ສ່ວນ​ກຸ່ມ​ປະ​ເທດ​ທີ່​ມີ​ລາຍ​ຮັບ​ປານ​ກາງ ແລະ ປະ​ເທດ​ທຸກ​ຍາກ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ ຈະ​ຢຸດ​ຕິ​ການ​ນຳ​ໃຊ້​ພະ​ລັງ​ງານ​ຈາກ​ຖ່ານ​ຫີນ​ໃນ​ປີ 2040 ແຕ່​ວ່າ ຈີນ ກັບ ອິນ​ເດຍ ເຊິ່ງ​ເປັນ​ປະ​ເທດ​ທີ່​ນຳ​ໃຊ້​ພະ​ລັງ​ງານ​ຈາກ​ຖ່ານ​ຫີນ​ເປັນ​ອັນ​ດັບ​ຕົ້ນໆ​ຂອງ​ໂລກ ບໍ່​ໄດ້​ຮ່ວມ​ລົງ​ນາມ​ໃນ​ຄັ້ງ​ນີ້.

ເຖິງ​ແມ່ນ​ວ່າ ນາ​ນາ​ປະ​ເທດ​ຈະ​ມີ​ຄວາມ​ພະ​ຍາມ​ຍາມ​ໃນ​ການຫຼຸດ​ຜ່ອນ​ການ​ນຳ​ໃຊ້​ພະ​ລັງ​ງານ​ຈາກ​ຖ່ານ​ຫີນ​ຢ່າງ​ຕໍ່​ເນື່ອງ ແຕ່​ສະ​ຖິ​ຕິ​ໃນ​ປີ 2019 ຊີ້​ໃຫ້​ເຫັນ​ວ່າ 37% ຂອງ​ກະ​ແສ​ໄຟ​ຟ້າ​ທີ່​ໃຊ້​ກັນ​ທົ່ວ​ໂລກ ມາ​ຈາກ​ພະ​ລັງ​ງານ​ຖ່ານ​ຫີນ. ຂະ​ນະ​ທີ່​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ຂອງ​ອິນ​ໂດ​ເນ​ເຊຍ ກ່າວ​ວ່າ ອິນ​ໂດ​ເນ​ເຊຍ ເປັນ​ປະ​ເທດ​ທີ່​ປ່ອຍ​ອາຍ​ກາກບອນ​ເປັນ​ອັນ​ດັບ 8 ຂອງ​ໂລກ ແລະ ເປັນ​​ຜູ້ຜະ​ລິດ​ຖ່ານ​ຫີນ​ລາຍ​ໃຫຍ່​ທີ່​ສຸດ​ຂອງ​ໂລກ ໄດ້​ມີ​ຄວາມ​ພະ​ຍາ​ຍາມຫຼຸດ​ຜ່ອນ​ການ​ນຳ​ໃຊ້​ຖ່ານ​ຫີນ​ລົງ ແລະ ຄາດ​ວ່າ ຈະ​ຢຸດ​ຕິ​ການ​ນຳ​ໃຊ້​ຢ່າງ​ສິ້ນ​ເຊີງ​ໃນ​ປີ 2040 ຫາກ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ດ້ານ​ການ​ເງິນ​ຈາກ​ອົງ​ການ​ສິ່ງ​ແວດ​ລ້ອມ​ໂລກ.