ສໍາເລັດ 50 % ການກໍ່ສ້າງຮົ້ວອ້ອມເດີ່ນຫໍພິພິຕະພັນກອງເຂົ້າໃຫຍ່ ແລະ ສາລາໂຮງທໍາວັດປ່າພູສະຫວັນ ວະນາຣາມ

331

ການກໍ່ສ້າງຮົ້ວອ້ອມເດີນຫໍພິພິຕະພັນກອງເຂົ້າໃຫຍ່ ແລະ ສາລາໂຮງທໍາວັດປ່າພູສະຫວັນ ວະນາຣາມ ເມືອງພຽງ ແຂວງໄຊຍະບູລີ. ໄດ້ເລີມລົງມື້ກໍ່ສ້າງມາແຕ່ ຕົ້ນເດືອນມິຖຸນາ 2021 ເປັນຕົ້ນມາ


ສໍາລັບຮົ້ວອ້ອມເດີນຫໍພິພິຕະພັນກອງເຂົ້າໃຫຍ່ມາຮອດປັດຈຸບັນແມ່ນສຳເລັດແລ້ວ 50 ກວ່າສ່ວນຮ້ອຍ ໂດຍມີຄວາມຍາວທັງໝົດ 450 ກວ່າແມັດ ລວມມູນຄ່າໃນການກໍ່ສ້າງທັງໝົດ 100 ກວ່າລ້ານກີບ ແລະ ຈະສືບຕໍ່ກໍ່ສ້າງ 230 ກວ່າແມັດ ມູນຄ່າ 50 ລ້ານກວ່າກີບ ສຳລັບສາລາໂຮງທຳວັດປ່າພູສະຫວັນ ແມ່ນສຳເລັດຂັ້ນເບື້ອງຕົ້ນແມ່ນຖອກເສົາເທຄານ ເທົ່າກັບ 6 ສ່ວນຮ້ອຍ ມູນຄ່າ 80 ລ້ານກວ່າກີບສຳລັບແຫຼງທຶນໃນການກໍ່ສ້າງແມ່ນໄດ້


ຈາກການຊ່ວຍເຫຼືອດ້ວຍຄວາມສະໝັກໃຈຂອງພະນັກງານການນຳ, ພະນັກງານຫຼັກແຫຼ່ງ, ນັກທຸລະກິດຜູ້ປະກອບການ ແລະ ອົງການປົກຄອງບ້ານພາຍໃນເມືອງທີ່ເຫັນໄດ້ຄວາມສຳຄັນຂອງການພັດທະນາ ເມືອງພຽງເຊິ່ງຍາມໃດກໍ່ເຫັນໄດ້ຄວາມສຳຄັນຕໍ່ກັບແຜນພັດທະນາເສດຖະກິດ-ສັງຄົມກໍ່ຄືມະຕິ 8 ຂອງອົງຄະນະພັກເມືອງທີ່ໄດ້ວາງໄວ້ເປັນຕົ້ນແມ່ນບັນດາແຜນງານ,ໂຄງການ ແລະ ຄາດໝາຍສູ້ຊົນຕ່າງໆເພື່ອໄດ້ຮັບການຈັດຕັ້ງປະຕິບັດໃຫ້ສຳເລັດ ແລະ ບັນລຸຕາມຄາດໝາຍປະກົດຜົນເປັນຈິງ

ສະນັ້ນອີງໃສ່ຄວາມຮຽກຮ້ອງຕ້ອງການທຸກພາກສ່ວນຢຸ່ພາຍໃນເມືອງທັງພາກລັດ ແລະ ເອກະຊົນຈຶ່ງໄດ້ພ້ອມກັນປະກອບສ່ວນຢ່າງຕັ້ງໜ້າໃນການພັດທະນາໃນທຸກດ້ານເພື່ອສ້າງສາພັດທະນາເມືອງພຽງໃຫ້ກ້າວຂື້ນຢ່າງບໍ່ຢຸດຢັ້ງ ສຳລັບການກໍ່ສ້າງໂຄງການດັ່ງກ່າວນີ້ແມ່ນອີງໃສ່ແຫຼ່ງທືນປະກອບສ່ວນດ້ວຍຄວາມສະມັກໃຈຂອງທຸກພາກສ່ວນຈຶ່ງຈະສືບຕໍ່ດຳເນີນການກໍ່ສ້າງໃຫ້ສຳເລັດຕາມຄາດໝາຍ


ຈຸດປະສົງກໍ່ເພຶ່ອຕິດພັນກັບຍຸດທະສາດຂອງເມືອງພຽງທີ່ວ່າ ສ້າງເມືອງພຽງເປັນເມືອງຜະລິດສະບຽງອາຫານຕິດພັນກັບການປຸງແຕ່ງສົ່ງອອກ ພັດທະນາການບໍລິການທາງຜ່ານ ການທ່ອງທ່ຽວທີ່ເປັນມິດກັບສິ່ງແວດລ້ອມ.

ຂ່າວ: ຖວທ ເມືອງພຽງ