ພຣະທາດສີໂຄດຕະບອງສະຖາປັດຕະຍະທໍາທີ່ຊົງຄຸນຄ່າ ຄວນແກ່ການສຶກສາຮຽນຮູ້

863

ພຣະທາດສີໂຄດຕະບອງເປັນປູສະນິຍະສະຖານທີ່ສຳຄັນແຫ່ງໜຶ່ງຂອງຊາດລາວ ເຊິ່ງພຣະທາດດັ່ງກ່າວນອນຢູ່ໃນແຂວງຄຳມ່ວນ, ພຣະທາດນີ້ຕັ້ງຢູ່ແຄມແມ່ນໍ້າຂອງຫ່າງຈາກຕົວເມືອງທ່າແຂກອອກໄປທາງທິດໃຕ້ປະມານ 6 ກິໂລແມັດ. ລັກສະນະຂອງພຣະທາດສີໂຄດຕະບອງແມ່ນກໍ່ດ້ວຍດິນຈີ່, ທາປູນ, ຖານເປັນຮູບສີຫຼ່ຽມຫັກມູມ, ຍອດແຫຼມ, ສ່ວນເທິງຂອງພຣະທາດມີລັກສະນະເປັນສີຫຼ່ຽມແບບດວງປີ.

ໂຄງສ້າງຂອງພຣະທາດສີໂຄດຕະບອງນີ້ຢູ່ໃນສະໄໝດຽວກັນກັບພຣະທາດພະນົມ(ປະເທດໄທ), ພຣະທາດອີງຮັງ(ແຂວງສະຫວັນນະເຂດ), ທາດບັງພວນ, ພຣະທາດຫຼວງວຽງຈັນເຊິ່ງເປັນສະກຸນຊ່າງສີລະປະກໍ່ສ້າງຂອງລາວລ້ານຊ້າງ, ຖານແຕ່ລະດ້ານຍາວ 14,33 ຊມ, ສູງ 28-29 ຊມ, ຍອດຂອງພຣະທາດປະດັບດ້ວຍເສດຕະສັດ 7 ຊັ້ນ, ໃນແກນເປັນເຫຼັກ, ເສດຕະສັດເຮັດດ້ວຍເງິນ ແລະ ຄໍາ, ປາຍເສດຕະສັດມີໂຄມແກ້ວ. ສະເພາະເສດຕະສັດສູງ 2 ແມັດ, ບໍລິເວນຕີນພຣະທາດກວ້າງດ້ານລະ 25 ແມັດ, ສູງ 30 ແມັດ, ມີພຣະທາດນ້ອຍຂອງພະອໍລະຫັນທັງຫ້າຕັ້ງຢູ່ທາງດ້ານຕາເວັນຕົກ 3 ໜ່ວຍ ແລະ ດ້ານຕາເວັນອອກ 2 ໜ່ວຍ (ປະຈຸບັນເພໝົດແລ້ວ).

ພຣະທາດສີໂຄດຕະບອງສ້າງຂຶ້ນໃນສະໄໝອານາຈັກສີໂຄດຕະບອງ (ສະຕະວັດທີ VI-VIII ), ເປັນບ່ອນບັນຈຸເກັບມ້ຽນພຣະບໍລົມມະສາລີລິກຄະທາດ ( ອັດທິຂອງພະພຸດທະເຈົ້າ ). ພະເຈົ້າຊີວິດໂພທິສາລາດເຊິ່ງເປັນກະສັດລາວອົງໜຶ່ງໃນສະໄໝນັ້ນໄດ້ທຳການປະຕິສັງຂອນ ( ບູລະນະ ຫຼື ສ້ອມແປງ ) ພຣະທາດອົງນີ້ ແລະ ຕິດຮູບດອດບົວໃສ່ຈອມທາດໃນສະຕະວັດທີ XVI ຕໍ່ມາພະເຈົ້າໄຊຍະເສດຖາທິລາດກໍ່ໄດ້ປະຕິຮູບຊົງທາດໃຫ້ເປັນຮູບທີ່ເຫັນໃນປະຈຸບັນ.

ສຳລັບສ່ວນອຶ່ນໆແມ່ນສ້າງຂຶ້ນໃນຊຸມປີ 1950 ແລະ ປີ 1970 ກໍ່ໄດ້ມີການກໍ່ສ້າງເພີ່ມເຕີມ, ປີ 2009 ພັກ ແລະ ລັດຖະບານກໍ່ຄືປະຊາຊົນຊາວແຂວງຄຳມ່ວນໄດ້ທຳການຫຼໍ່ຮູບປັ້ນພະຍາສີໂຄດຕະບອງເພື່ອປະດິດສະຖານໄວ້ຢູ່ບໍລິເວນເດີ່ນຂອງພຣະທາດຊັ້ນນອກ , ພ້ອມປັບ ແລະ ຕົບແຕ່ງເດີ່ນໃຫ້ມີຄວາມຈົບງາມຂຶ້ນຕື່ມເປັນແຕ່ລະໄລຍະ.

ພົງສາວະດານກ່າວເຖິງພະທາດໜ່ວຍນີ້ວ່າ, ໃນສັດຕະວັດ XVI, ເຊິ່ງເປັນໄລຍະທີ່ອານາຈັກລ້ານຊ້າງຄອບ ຄອງແຖບນີ້, ພຸດທະສາສະໜານິກາຍຫິນະຍານ ໄດ້ແຜ່ອິດທິພົນເຂົ້າມາໃນຂົງເຂດນີ້ ແລະ ເຈົ້າຊີວິດ ໃນສະຕະວັດທີ XVI (ຄ.ສ 15201 – 1747 ໄດ້ສັ່ງປະຕິມີການບູລະນະ ພະທາດໜ່ວຍນີ້). ໃນ ຄ.ສ 1539, ການປະຕິສັງຂອນເປັນ ແບບສີລະປະລ້ານຊ້າງ ໂດຍເພີ່ມແບບປະຕິມະກຳ ທີ່ຕິດດອກບົວໃສ່ຈອມທາດ.

ໃນຍຸກສະໄໜຂອງພະເຈົ້າໄຊຍະເສດຖາທິລາດ, ພະອົງໄດ້ບູລະນະຈົນເປັນແບບດັ່ງທີ່ເຫັນໃນປັດຈຸບັນນີ້. ມາເຖິງປີ ຄ.ສ 1806 ໃນສະໄໝການປົກຄອງຂອງ ເຈົ້າອານຸວົງ ພຣະທາດໜ່ວຍແມ່ນໄດ້ຮັບຜົນກະທົບຈາກຫຼາຍຈາກສົງຄາມຈົນຖືກປ່ອຍປະລະເລີຍໃຫ້ພຣະທາດສີໂຄດເສົ້າໜອງຢ່າງສິ້ນເຊີງ.
ໃນສະໄໝທີ່ຝຣັ່ງຄອບຄອງອິນດູຈີນໃນປີ ຄ.ສ 1893 ຫາ 1949, ປະຊາຊົນຄຳມ່ວນ ໄດ້ຮ່ວມກັນສ້າງວິຫານໃສ່ດ້ານເໜືອຂອງພະທາດ ແລ້ວກໍ່ນິມົນເອົາພະພິກຂຸສົງມາຈຳວັດຕະຫຼອດມາ. ພາຍຫຼັງປະກາດເອກະລາດລາວໃນວັນທີ 12 ຕຸລາ 1945, ຊາວພຸດກໍ່ໄດ້ພາກັນບູລະນະພະທາດໜ່ວຍນີ້ ດ້ວຍຄວາມສັດທາເຫຼື້ອມໃສ. ໃນປີ 1950 ປະຊາຊົນລາວ ເຊິ່ງດຳລົງຊີວິດໃນບ້ານ ແລະ ເມືອງທີ່ຢູ່ອ້ອມແອ້ມພະທາດສີໂຄດຕະບອງ ໄດ້ພາກັນມາຖາກຖ່າງ,ອະນາໄມເຄືອໄມ້ໃບຫຍ້າ ແລະ ຂູດໂໜກສີດຳອອກ. ຖັດນັ້ນມາ, ຫຼາຍສິ່ງຫຼາຍຢ່າງອ້ອມຂ້າງພຣະທາດໄດ້ຮັບການກໍ່ສ້າງຄືນໃໝ່ ໂດຍສະເພາະແມ່ນ ’’ສິມ’’.

ໃນຊຸມປີ 1970 ແລະ ມີພຣະໃຫຍ່ອົງພຣະປະທານສະຖິດຢູ່ພາຍໃນໄວ້ໃຫ້ຄົນສັກກາລະບູຊາ. ໃນຊຸມປີ 2010 ເພີ່ນໄດ້ສ້າງຮູບປັ້ນພະຍາສີໂຄດຕະບອງ ທີ່ຢືນຢ່າງສະຫງ່າຜ່າເຜີຍ ໃນບໍລິເວນເດີ່ນຊັ້ນນອກຂອງອົງພຣະທາດ . ປັດຈຸບັນນີ້ພຣະທາດສີໂຄດຕະບອງ ເປັນປູສະນີຍະສະຖານ ແລະ ກາຍເປັນສັນຍາລັກຂອງແຂວງ. “ ຄົນທີ່ເດີນທາງໄປແຂວງຄຳມ່ວນ ບໍ່ໄດ້ໄປກາບໄຫວ້ພຣະທາດສີໂຄດ ຕະບອງຖືວ່າບໍ່ໄດ້ໄປຮອດໄປເຖິງແຂວງຄຳມ່ວນ ”.

ໂດຍ : ສົມກຽດ ພິເນດ