ຖໍ້າຊ້າງແຫຼ່ງທ່ອງທ່ຽວທີ່ຍັງລໍຄອຍທ່ານມາສໍາຜັດ

1007

ຄຳມ່ວນເປັນແຂວງທີ່ມີແຫຼ່ງທ່ອງທ່ຽວທຳມະຊາດງົດງາມຫຼາຍຈຸດ ໃນນັ້ນບາງຈຸດທ່ານອາດໄປມາແລ້ວ ແຕ່ອີກຫຼາຍໆບ່ອນອາດເປັນບ່ອນພະຈົນໄພໃໝ່ທີ່ຄວນໄປສຳຜັດ ເມື່ອມີໂອກາດໄດ້ເດີນທາງໄປຮອດແຂວງຄຳມ່ວນ ເພື່ອເກັບກ່ຽວປະສົບການທ່ອງທ່ຽວ ແລະສ້າງສີສັນແກ່ຊີວິດ.

ແຫຼ່ງທ່ອງທ່ຽວຖໍ້າຊ້າງເປັນສະຖານທີ່ໜຶ່ງທີ່ໜ້າສົນໃຈ ຕັ້ງຢູ່ຫ່າງຈາກຕົວເມືອງທ່າແຂກປະມານ 8 ກິໂລແມັດ, ໄປຕາມເສັ້ນທາງເລກທີ 12 ພາຍໃນຖໍ້າມີພະພຸດທະຮູບ, ມີຮູບປັ້ນອົງຄະລັກຕ່າງໆ, ສິ່ງທັງໝົດເຫຼົ່ານັ້ນແມ່ນພູມປັນຍາສັດທາຂອງຊາວພຸດໄດ້ພ້ອມກັນສ້າງ ແລະ ເອົາໄປປະດິດສະຖານໄວ້, ແຕ່ໃນສ່ວນທີ່ເປັນທຳມະຊາດນັ້ນພາຍໃນຖໍ້າກໍ່ມີຫີນທີ່ເປັນຮູບສັດຕ່າງໆເຊິ່ງແລ້ວແຕ່ຜູ້ພົບເຫັນຈະຈີນຕະນາການ, ມີຫີບໃສ່ໃບລານທີ່ເຮັດດ້ວຍຫີນຢູ່ກໍ້າຊ້າຍຂອງຖໍ້າ(ສັງເກດເວລາເຮົາເຂົ້າປາກຖໍ້າ).

ສ່ວນປະຫວັດຄວາມເປັນມາຂອງຖໍ້າແຫ່ງນີ້ກໍ່ມີຫຼາຍອັນທີ່ຍັງຈະຕ້ອງໄດ້ສຶກສາເກັບກຳຂໍ້ມູນຕື່ມ, ແຕ່ທີ່ຈະແຈ້ງປາກຖໍ້າແຫ່ງນີ້ທະຫານອາສາສະຫມັກຫວຽດນາມທີ່ມາປະຕິບັດໜ້າທີ່ຄງຽບ່າຄຽງໄຫຼກັບທະຫານຂອງກອງທັບລາວອິດສະລະໄດ້ສະລະຊີບເປັນຈຳນວນຫຼາຍຮ້ອຍຄົນໃນຊ່ວງຊຸມປີ 1960 ຂອງສັດຕະວັດທີ 20 ຈຸດພິເສດຂອງຖໍ້ານີ້ແມ່ນປິ່ນໜ້າໃສ່ກັບຕາເວັນຕອນຄ້ອຍແສງລົງ, ແສງສະທ້ອນຈາກຕາເວັນໄດ້ຊ່ວຍໃຫ້ພວກເຮົາສາມາດເບິ່ງເຫັນທຸກສິ່ງໃນບໍລິເວນປາກຖໍ້າໂດຍບໍ່ຕ້ອງໃຊ້ໄຟສາຍເຍືອງທາງ ແລະ ປະຈຸບັນບໍລິເວນປາກຖໍ້າມີການບູລະນະຊ້ອມແຊມເພື່ອໃຫ້ມີຄວາມສະດວກໃນການເຂົ້າຊົມຂອງນັກທ່ອງທ່ຽວຫຼາຍຂຶ້ນ.

ຖໍ້າຊ້າງ ໄດ້ເປີດໃຫ້ບໍລິການນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດຢ່າງເປັນທາງການໃນປີ 2010 ແລະ ໄດ້ກ່າຍເປັນແຫຼ່ງທ່ອງທ່ຽວທີ່ມີຊື່ສຽງແຫ່ງໜຶ່ງ ຂອງແຂວງຄໍາມ່ວນ ຖໍ້ານີ້ຕັ້ງຢູ່ ບໍລິເວນບ້ານຖໍ້າ, ບ້ານກະປູດ ແລະ ບ້ານຊຽງແຫວນ ເມືອງທ່າແຂກ ແຂວງຄໍາມ່ວນ ພາຍໃນຖໍ້າມີພະພຸດທະຮູບ, ມີຮູບປັ້ນອົງຄະລັກຕ່າງໆປະດິດສະຖານໄວ້ ເຊິ່ງສິ່ງທັງໝົດເຫຼົ່ານັ້ນແມ່ນພູມປັນຍາສັດທາຂອງຊາວພຸດໄດ້ພ້ອມກັນສ້າງ ແລະ ເອົາໄປປະດິດສະຖານໄວ້.

ແຕ່ໃນສ່ວນທີ່ເປັນທຳມະຊາດນັ້ນພາຍໃນຖໍ້າກໍ່ມີຫີນງອກ, ຫີນຍ້ອຍທີ່ເປັນຮູບສັດຕ່າງໆ ເຊິ່ງແລ້ວແຕ່ຜູ້ພົບເຫັນຈະຈີນຕະນາການມີຄວາມສວຍງາມ, ຖ້າເຮົາຢືນຢູ່ບໍລິເວນປາກຖ້ຳທາງເທິງ ແລະ ປິ່ນໜ້າອອກໄປທາງທິດຕາເວັນຕົກ ເວລາຍາມແລງຕາເວັນໃກ້ຈະຕົກດິນ, ແສງສະທ້ອນຈາກຕາເວັນໄດ້ຊ່ວຍໃຫ້ພວກເຮົາສາມາດເບິ່ງເຫັນທຸກສິ່ງໃນບໍລິເວນປາກຖໍ້າໂດຍບໍ່ຕ້ອງໃຊ້ໄຟສາຍເຍືອງທາງ. ສະພາບແວດລ້ອມບໍລິເວນປາກຖໍ້າທາງນອກມີຕົ້ນໄມ້ປົກຫຸ້ມເປັນສ່ວນຫຼາຍອັນເຮັດໃຫ້ມີອາກາດເຢັນ!!!ດີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດທີ່ມາຢ້ຽມຢາມສະຖານທີ່ດັ່ງກ່າວສາມາດສໍາຜັດໄດ້ກັບອາກາດສົດຊື່ນບໍລິສຸດໂດຍປາສະຈາກມົນລະພິດເໜາະແກ່ການພັກຜ່ອນທີ່ສຸດ.

ໂດຍ : ສົມກຽດ ພິເນດ