ແບບນີ້ຄັກ ພຽງແຕ່ໂຫຼດຕິດຕັ້ງ ແອັບ ລາວ ສູ້ໆ ຜ່ານ LaoKYC ສາມາດຢັ້ງຢືນທາມລາຍ, ກວດສອບໄດ້ວ່າ ທ່ານຢູ່ C1 ຫຼື C2

610

ໃນວັນທີ 4 ພະຈິກ 2021 ທ່ານ ທະວີສັກ ມະໂນທຳ ຫົວໜ້າສູນບໍລິການລັດດ້ວຍອີເລັກໂຕຼນິກ (e-government center) ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍ ທ່ານ ດຣ. ນາງ ບົວຜັນ ຄຳພາພົງຜ່ານ ຮອງຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ, ກະຊວງສາທາລະນະສຸກ ມາລາຍງານກ່ຽວກັບວຽກງານສະພາບການລະບາດຂອງພະຍາດ ໂຄວິດ-19 ຢູ່ ສປປ ລາວ. ທີ່ກະຊວງ ສາທາລະນະນຸກ.

ທ່ານ ທະວີສັກ ມະໂນທຳ ຫົວໜ້າສູນບໍລິການລັດດ້ວຍອີເລັກໂຕຼນິກ (e-government center) ກ່າວວ່າ: ຫຼາຍທ່ານ ອາດຈະຮູ້ມາແລ້ວວ່າ ພວກເຮົາເປີດໃຊ້ບໍລິການ ແອັບ “ລາວ ສູ້ໆ” ຮ່ວມກັບ ກະຊວງສາທາລະນະສຸກ ໃນວັນທີ 5 ມິຖຸນາ 2021 ຜ່ານມາ ເຊິ່ງແອັບດັ່ງກ່າວຈະມີ iGo ໃຫ້ບັນດາທ່ານສາມາດສະແກນຄິວອາໂຄດ ເວລາໄປສະຖານທີ່ຕ່າງໆ ເພື່ອໃຫ້ທ່ານສ້າງເປັນທາມລາຍຂອງທ່ານເອງ ແລະ ມີ iFeel ເພື່ອໃຫ້ທ່ານສາມາດລາຍງານອາການບໍ່ສະບາຍຂອງທ່ານເອງໄດ້, ເຊິ່ງຜ່ານການເປີດໃຫ້ບໍລະການແອັບ ດັ່ງກ່າວ ມາຮອດປະຈຸບັນເຫັນວ່າ ມີຜູ້ເຂົ້ານຳໃຊ້ປະມານ 6 ແສນກວ່າຄົນ ແລະ ມີການສະແກນຄິວອາໂຄດ ເກືອບ 3 ລ້ານຄັ້ງ.


ແຕ່ພາຍຫຼັງເປີດນຳໃຊ້ເຫັນວ່າມີບາງຈຸດອ່ອນທີ່ຍັງບໍ່ສາມາດກະຕຸ້ນໃຫ້ພໍ່ແມ່ປະຊາຊົນເຂົ້າມານຳໃຊ້ແອັບດັ່ງກ່າວນີ້ໄດ້ຫຼາຍເທົ່າທີ່ຄວນ ໂດຍສະເພາະແມ່ນການຕິດຕັ້ງໂປຼແກມ, ການສະແກນຄິວອາໂຄດຕ່າງໆ, ສະນັ້ນພວກຈຶ່ງສືບຕໍ່ຮ່ວມມືກັບກະຊວງສາທາລະນະສຸກ ເພື່ອປັບປຸງພັດທະນາລະບົບບໍລິການດັ່ງກ່າວຂຶ້ນເປັນ ວັກຊິນ ໄອດີ vaccine ID ທີ່ສາມາດຮອງຮັບໃນການກວດຄວາມສ່ຽງຂອງທ່ານກ່ອນເຂົ້າໄປໃຊ້ບໍລິການບັນດາສະຖານທີ່ຕ່າງໆ ໂດຍລະບົບຈະຢັ້ງຢືນກ່ຽວກັບການຮັບວັກຊິນຂອງທ່ານວ່າໄດ້ສັກວັກຊິນຄົບແລ້ວບໍ?,

.

ສາມາດຢັ້ງຢືນທາມລາຍຂອງທ່ານວ່າ ທ່ານໄດ້ໃກ້ຊິດກັບຜູ້ຕິດເຊື້ອ ວ່າເປັນ C1 ຫຼື C2 ບໍ່? ສາມາດລະບຸທາມລາຍຂອງທ່ານວ່າເຂດທ່ານຢູ່ເປັນເຂດບ້ານແດງໃກ້ກັບເຂດລະບາດບໍ່? ພາຍຫຼັງການປັບລະບົບນີ້ແລ້ວ ກໍ່ທົດລອງເປີດນຳໃຊ້ ຮ່ວມກັບ ນະຄອນຫຼວງວຽງຈັນ ເຊິ່ງເຈົ້າຄອງນະຄອນຫຼວງວຽງຈັນ ກໍ່ໄດ້ອອກແຈ້ງການປະກາດນຳໃຊ້ແອັບ “ລາວ ສູ້ໆ” ຜ່ານ LaoKYC.


ເຊິ່ງໃນແອັບດັ່ງກ່າວ ຈະມີ vaccine ID ແທນທີ່ທ່ານຈະພົກພາບັດຢັ້ງຢືນການສັກຢາສີຂຽວໄປທຸກສະຖານທີ່ຕ່າງໆນັ້ນ ທ່ານພຽງແຕ່ໃຊ້ໂທລະສັບສະແດງຄິວອາໂຄດຂອງທ່ານ ຫຼື ສຳລັບຜູ້ທີ່ບໍ່ມີໂທລະສັບສະມາດໂຟນ ກໍ່ສາມາພິມຄິວອາໂຄດ ດັ່ງກ່າວໃຫ້ບ່ອນທີ່ທ່ານໄປໃຊ້ບໍລິການສາມາດສະແກນຄິວອາໂຄດດັ່ງກ່າວ, ເຊິ່ງການເຮັດແນວນັ້ນຈະສາມາດຊ່ວຍກວດໄດ້ທັນທີ ແລະ ບັນດາຮ້ານອາຫານຫາກໃຊ້ລະບົບນີ້ກໍ່ສາມາດສະແກນຂໍ້ມູນລູກຄ້າວ່າຢູ່ກຸ່ມສ່ຽງ ຫຼື ບໍ?

ດັ່ງນັ້ນຈຶ່ງຢາກໃຫ້ທຸກທ່ານຕິດຕັ້ງແອັບດັ່ງກ່າວເພື່ອລົງທະບຽນ vaccine ID ຂອງທ່ານເອງ ພຽງແຕ່ທ່ານຕິດຕັ້ງແອັບແລ້ວເຂົ້າໄປ ຖ່າຍຮູບບັດສັກຢາຂຽວ ແລ້ວໃສ່ຊື່ ນາມສະກຸນ ຫຼື ທ່ານມີເບີໂທລະສັບທີ່ລົງທະບຽນເບີແລ້ວ ຂໍ້ມູນຊື່ນາມສະກຸນຂອງທ່ານກໍ່ຈະຂຶ້ນມາອັດຕະໂນມັດ ໂດຍເຊື່ອມກັບຂໍ້ມູນກະຊວງສາທາລະນະສຸກ ວ່າຂໍ້ມູນຕົງກັນບໍ່ແລ້ວມັນກໍ່ຈະສ້ງຄິວອາໂຄດໃຫ້ທ່ານ ແລະ ສຳລັບຮ້ານຄ້າຕ່າງໆ ກໍ່ຈະມີໄອຄອນ ກວດບັດຂຽວ ມັນກໍ່ຈະໃຫ້ທ່ານສາມາດສະແກນຄິວອາໂຄດຜູ້ເຂົ້າອອກສະຖານທີ່ບໍລິການຂອງທ່ານໄດ້ເລີຍ ໂດຍສະແດງໃຫ້ເຫັນສີ ຂຽວ, ເຫຼືອງ, ແດງ.


ທີ່ສຳຄັນທ່ານຍັງສາມາດກວດສອບໄດ້ວ່າ ທ່ານຢູ່ C1 ຫຼື C2 ບໍ່ ເພາະຫາກທ່ານໄປສະຖານທີ່ໃດໜຶ່ງ ແຕ່ມີບາງຄົນຕິດໄປສະຖານທີ່ນັ້ນ ລະບົບກໍ່ຈະແຈ້ງວ່າທ່ານຢູ່ໃນກຸ່ມສ່ຽງ C1 ຫຼື C2 ໄດ້ອີກດ້ວຍ.