ອອກຫວຍ 3 ຄັ້ງຕໍ່ອາທິດຫຼຸດຜ່ອນບັນຫາຫວຍເຖື່ອນ, ສ້າງງານໃຫ້ຜູ້ຂາຍເລກ

911

ລັດຖະມົນຕີກະຊວງການເງິນ ຊີ້ແຈງການອອກຫວຍພັດທະນາລາວ 3 ຄັ້ງຕໍ່ອາທິດ ແມ່ນເພື່ອແກ້ໄຂບັນຫາການສ້າງວຽກເຮັດງານທຳແກ່ປະຊາຊົນທົ່ວໄປລວມເຖິງຜູ້ດ້ອຍໂອກາດ ທັງເປັນສະກັດຫວຍເຖື່ອນ ແລະ ສ້າງລາຍຮັບເຂົ້າງົບປະມານແຫ່ງຊາດໃຫ້ຫຼາຍຂຶ້ນ.

ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ຊີ້ແຈງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ (ສສຊ) ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະມາຊິກສະພາແຫ່ງຊາດ ຊຸດທີ IX ໃນວັນທີ 3 ພະຈິກ 2021 ວ່າ: ການອອກຫວຍພັດທະນາລາວ ກ່ອນປີ 2016 ແມ່ນພວກເຮົາໄດ້ອອກ 3 ຄັ້ງຕໍ່ອາທິດ (ວັນຈັນ, ພຸດ, ສຸກ) ໃນເວລານັ້ນມີຕົວແທນຂາຍຫວຍ (ຜູ້ທີ່ຂາຍຢູ່ແຄມທາງ) ໃນທົ່ວປະເທດມີປະມານ 15.000-20.000 ຄົນ, ມີ 50 ຕົວແທນຈໍາໜ່າຍ (ແມ່ຫວຍ) ເຮັດໃຫ້ພັນທະງົບປະມານໄດ້ສະເລ່ຍປະມານ 80 ຕື້ກີບ.

ຕໍ່ມາກໍໄດ້ມີຫາງສຽງຈາກສັງຄົມ ວ່າມັນເປັນການສ້າງຄວາມເບື່ອເມົາ ແລະ ຕິດການສ່ຽງໂຊກຂອງພໍ່ແມ່ປະຊາຊົນຫຼາຍເກີນໄປ ເພື່ອແກ້ໄຂບັນຫາດັ່ງກ່າວ ໃນປີ 2018 ລັດຖະບານກໍ່ໄດ້ຕົກລົງໃຫ້ອອກຫວຍອາທິດລະຄັ້ງ, ພ້ອມທັງລົບລ້າງຫວຍຂູດ ເຖິງຈະເຮັດໃຫ້ພວກເຮົາສູນເສຍລາຍຮັບຈາກ 80 ຕື້ ເຫຼືອ 40 ຕື້ກີບ ກໍ່ຕາມ ເພື່ອແກ້ໄຂບັນຫາສັງຄົມ, ແຕ່ໃນຂະນະດຽວກັນ ເມື່ອຢຸດການອອກຫວຍ 3 ຄັ້ງຕໍ່ອາທິດ, ຊ້ຳພັດມີຫວຍເຖື່ອນເຂົ້າມາແທນທີ່ ເຮັດໃຫ້ລັດເຮົາສູນເສຍລາຍຮັບໄປ ປະມານ 60% ຂອງຈໍານວນທີ່ເຄີຍໄດ້ຈໍາໜ່າຍຜ່ານມາ ໂດຍທີ່ລັດບໍ່ໄດ້ຫຍັງ.

ພ້ອມດຽວກັນນີ້, ທ່ານລັດຖະມົນຕີກະຊວງການເງິນ ຍັງໄດ້ຍົກຕົວຢ່າງເບິ່ງການອອກຫວຍຂອງບັນດາປະເທດອ້ອມຂ້າງເຊັ່ນ: ຫວຍໄທ ແມ່ນອອກໜຶ່ງເດືອນ 2 ຄັ້ງ (ວັນທີ 1 ແລະ ວັນທີ 16), ຫວຍຫວຽດນາມ ອອກ 4 ຄັ້ງຕໍ່ມື້ ທີ່ໄດ້ແຜ່ກະຈາຍຫຼາຍໃນສັງຄົມລາວ. ສ່ວນຫວຍກຳປູເຈຍ ພວມເຂົ້າມາແຜ່ລາມໃນສັງຄົມລາວ ເຊິ່ງຖ່າຍທອດສົດທຸກມື້ ອອກ 3 ຄັ້ງຕໍ່ມື້, ຫວຍ ຈີນອອກມື້ລະຄັ້ງ, ຫວຍອອນລາຍມີ 3 ຫວຍທີ່ພວກເຮົາຍັງບໍ່ສາມາດເຂົ້າຫາຂໍ້ມູນໄດ້ຖ່າຍທົດສົດທຸກມື້ ໂດຍມີເງິນສະສົມລາງວັນ 800 ລ້ານກີບ ເຊິ່ງບໍ່ແມ່ນຫວຍຂອງລັດຖະບານ ແຕ່ແມ່ນຫວຍເຖື່ອນ (ຫວຍອອນລາຍເຖື່ອນ) ທີ່ປະກາດໂຄສະນາຢູ່ໃນເຟສບຸກ ແລະ ສື່ສັງຄົມອອນລາຍຕ່າງໆ.

ບັນຫາຂອງຫວຍເຖື່ອນນີ້ ໄດ້ເຮັດໃຫ້ເກີດມີບັນຫາຂອງສັງຄົມຂຶ້ນ ໂດຍສະເພາະຖືກຫວຍແລ້ວແຕ່ບໍ່ໄດ້ເງິນ ພ້ອມກັນນີ້ ບັນດາແມ່ຫວຍເຖື່ອນ ກໍບໍ່ໄດ້ປະກອບສ່ວນພັນທະຫຍັງ ໃຫ້ແກ່ປະເທດຊາດຂອງເຮົາ, ດັ່ງນັ້ນພວກເຮົາຈິ່ງມີຄວາມຈຳເປັນໄດ້ຄົ້ນຄວ້າຄືນວ່າ ຄວາມຕ້ອງການສ່ຽງໂຊກຂອງປະຊາຊົນຍັງມີຢູ່ຫຼາຍຢູ່ທີ່ຢາກສ່ຽງໂຊກ, ລັດບໍ່ເຮັດ ກໍ່ໄດ້ໄປສົ່ງເສີມເລກເຖື່ອນ.
ສະນັ້ນ, ລັດຖະບານຈຶ່ງໄດ້ຕົກລົງກັນຄືນ ມາໃນປີ 2020 ແມ່ນໄດ້ອອກຫວຍ 2 ຄັ້ງຕໍ່ອາທິດ ເຮັດໃຫ້ຈຳນວນຕົວແທນຈຳໜ່າຍເລີ່ມກັບມາມີວຽກເຮັດງານທຳຂຶ້ນຕື່ມ ແລະ ລັດເຮົາກໍໄດ້ຮັບລາຍຮັບເພີ່ມຂຶ້ນຕື່ມປະມານ 70 ຕື້ກີບຕໍ່ປີ.

ມາຮອດປັດຈຸບັນ ຕົວແທນ ຫຼື ຜູ້ທີ່ເຄີຍຂາຍຫວຍ ນອກຈາກໄດ້ມີວຽກເຮັດງານທຳແລ້ວ ຍັງສ້າງລາຍຮັບແກ່ເຂົາເຈົ້າຕື່ມອີກ ດ້ວຍເຫດຜົນນີ້, ລັດຈຶ່ງໄດ້ຕົກລົງທົດລອງຄືນຄື: ອອກຫວຍ 3 ຄັ້ງຕໍ່ອາທິດ ເພື່ອຈະໄດ້ແກ້ໄຂ ແລະ ທັງເປັນການສົ່ງເສີມບັນຫາການສ້າງວຽກເຮັດງານທຳໃຫ້ແກ່ຜູ້ວ່າງງານຢູ່ໃນສັງຄົມເຮົາ ໂດຍສະເພາະຄົນເສຍອົງຄະ, ຄົນພິການ ແລະ ຜູ້ດ້ອຍໂອກາດ ໃຫ້ເຂົ້າສູ່ການເປັນຕົວແທນການຈຳໜ່າຍຫວຍ ເຊິ່ງຄາດວ່າຈະສ້າງລາຍຮັບເຂົ້າງົບປະມານ ຢູ່ປະມານ 80-120 ຕື້ກີບ.