ຄໍາມ່ວນພວມເກັບກ່ຽວເຂົ້ານາປີຢ່າງຄືກຄຶ້ນຕອນນີ້ໄດ້ແລ້ວ 36.020 ເຮັກຕາ

504

ຕາມຂໍ້ມູນຈາກຂະແໜງປູກຝັງທີ່ຂຶ້ນກັບພະແນກກະສິກໍາ ແລະ ປ່າໄມ້ແຂວງຄໍາມ່ວນໃຫ້ຮູ້ວ່າ : ໃນລະດູການຜະລິດເຂົ້ານາປີ 2021 ນີ້ທົ່ວແຂວງມີເນື້ອທີ່ແຜນການຜະລິດເຂົ້າທັງໝົດ 88.663 ເຮັກຕາ,ຄາດຄະເນຜົນຜະລິດ 322.259 ໂຕນ , ໃນນັ້ນເນື້ອທີ່ແຜນການຜະລິດເປັນສະບຽງອາຫານ 63.356 ເຮັກຕາ , ຄາດຄະເນຜົນຜະລິດ 227.349 ໂຕນ, ເນື້ອທີ່ແຜນການຜະລິດເປັນສິນຄ້າ 25.307 ເຮັກຕາ , ຄາດຄະເນຜົນຜະລິດ 94.910 ໂຕນ .

ຜ່ານການຈັດຕັ້ງປະຕິບັດຕົວຈິງເນື້ອທີ່ແຜນການຜະລິດເຂົ້ານາປີໃນທົ່ວແຂວງແມ່ນສາມາດຈັດຕັ້ງປະຕິບັດໄດ້ 86.922 ເຮັກຕາ ເທົ່າກັບ 98 % ຂອງເນື້ອທີ່ແຜນການປີ ( 88.663 ເຮັກຕາ ) . ພາຍຫຼັງທີ່ສໍາເລັດການປັກດໍາໄປແລ້ວແມ່ນໄດ້ຮັບຜົນກະທົບຈາກໄພທໍາມະຊາດ ( ນໍ້າຖ້ວມ ) ເຊິ່ງມີເນື້ອທີ່ຖືກນໍ້າຖ້ວມເຖິງ 3.748 ເຮັກຕາ ແລະ ເສຍຫາຍ 748 ເຮັກຕາເຊິ່ງກວມເອົາ 06 ເມືອງຄື : ຍົມມະລາດ , ບົວລະພາ , ນາກາຍ , ເຊບັ້ງໄຟ , ໄຊບົວທອງ ແລະ ຄູນຄໍາ.

ໃນນັ້ນເມືອງຄູນຄໍາເນື້ອທີ່ນາຖືກນໍ້າຖ້ວມຫຼາຍກວ່າໝູ່ເຖິງ 1.548 ເຮັກຕາ , ເສຍຫາຍ 300 ເຮັກຕາ ; ເມືອງໄຊບົວທອງ ເນື້ອທີ່ນາຖືກນໍ້າຖ້ວມ 249 ເຮັກຕາ , ເສຍຫາຍ 109 ເຮັກຕາ ; ເມືອງເຊບັ້ງໄຟເນື້ອທີ່ນາຖືກນໍ້າຖ້ວມ 755 ເຮັກຕາ , ເສຍຫາຍ 14 ເຮັກຕາ ; ເມືອງນາກາຍເນື້ອທີ່ນາຖືກນໍ້າຖ້ວມ 58 ເຮັກຕາ , ເສຍຫາຍ 15 ເຮັກຕາ ; ເມືອງບົວລະພາເນື້ອທີ່ນາຖືກນໍ້າຖ້ວມ 787 ເຮັກຕາ , ເສຍຫາຍ 221 ເຮັກຕາ ; ເມືອງຍົມມະລາດເນື້ອທີ່ນາຖືກນໍ້າຖ້ວມ 351 ເຮັກຕາ , ເສຍຫາຍ 89 ເຮັກຕາ .

ສ່ວນເນື້ອທີ່ຍັງເຫຼືອຈາກນໍ້າຖ້ວມໃນທົ່ວແຂວງມີ 86.174 ເຮັກຕາ . ໃນນັ້ນເນື້ອທີ່ແຜນການຜະລິດເປັນສະບຽງອາຫານປະຕິບັດໄດ້ 61.444 ເຮັກຕາ , ເສຍຫາຍຈາກນໍ້າຖ້ວມ 748 ເຮັກຕາ ,ເນື້ອທີ່ຍັງເຫຼືອຈາກນໍ້າຖ້ວມ 60.696 ເຮັກຕາ ,ເກັບກ່ຽວໄດ້ 24.364 ເຮັກຕາ ເທົ່າກັບ 40,14 % ຂອງເນື້ອທີ່ເກັບກ່ຽວຕົວຈິງ , ເນື້ອທີ່ແຜນການຜະລິດເປັນສິນຄ້າປະຕິບັດໄດ້ 25.478 ເຮັກຕາ , ເກັບກ່ຽວໄດ້ 11.656 ເຮັກຕາ ເທົ່າກັບ 45,75 % ຂອງເນື້ອທີ່ເກັບກ່ຽວຕົວຈິງ .

ມາຮອດປະຈຸບັນນີ້ຊາວນາໃນທົ່ວແຂວງຄໍາມ່ວນສາມາດເກັບກ່ຽວເຂົ້ານາປີ ( ທັງເນື້ອທີ່ນາເພື່ອຜະລິດເຂົ້າເປັນສະບຽງອາຫານ ແລະ ເນື້ອທີ່ນາເພື່ອຜະລິດເຂົ້າເປັນສິນຄ້າ ) ໄດ້ແລ້ວໃນເນື້ອທີ່ 36.020 ເຮັກຕາ ເທົ່າກັບ 41,80 % ຂອງເນື້ອທີ່ເກັບກ່ຽວຕົວຈິງໃນທົ່ວແຂວງ .

ສໍາລັບການຜະລິດເຂົ້າເນີນສູງລວມມີເນື້ອທີ່ທັງໝົດ 470 ເຮັກຕາ ມີຢູ່ 02 ເມືອງຄື : ເມືອງບົວລະພາມີ 150 ເຮັກຕາ ແລະ ເມືອງນາກາຍມີ 320 ເຮັກຕາ . ມາຮອດປະຈຸບັນຊາວກະສິກອນສາມາດເກັບກ່ຽວເຂົ້າເນີນສູງໄດ້ແລ້ວໃນເນື້ອທີ່ 297 ເຮັກຕາ ເທົ່າກັບ 63,19 % ຂອງເນື້ອທີ່ເກັບກ່ຽວຕົວຈິງໃນທົ່ວແຂວງ .
ຂ່າວ-ພາບ : ແດງສະຫວັດ ແສນພານິດ .
020-55306493