ຜູ້ວ່າຊີ້ແຈງຄວາມແຕກໂຕນຂອງອັດຕາແລກປ່ຽນໃນ ແລະນອກທະນາຄານ, ລະບຸຕ້ອງໃຊ້ເວລາ

1028

ຄວາມແຕກໂຕນຂອງອັດຕາແລກປ່ຽນໃນທະນາຄານກັບພາຍນອກ ເປັນບັນຫາຖົກຖຽງກັນມາດົນ ແລະກໍເປັນປະເດັນທີ່ປະຊາຊົນໃຫ້ຄວາມສົນໃຈຫຼາຍ ເນື່ອງຈາກຫຼາຍປີມານີ້ຄົນທົ່ວໄປແມ່ນບໍ່ສາມາດແລກເອົາເງິນຕາໃນທະນາຄານອອກຕາມຕ້ອງການໄດ້ ຮ້ານທາງນອກຈິ່ງເປັນທາງເລືອກທີ່ຫຼີກບໍໄດ້ແຕ່ເລດກໍ່ສູງເຫຼືອເກີນຖ້າທຽບໃສ່ທະນາຄານ ມື້ນີ້ເຮົາມາເບິ່ງຄຳຊີ້ແຈງຂອງທະນາຄານ.


ທ່ານ ສອນໄຊ ສິດພະໄຊ, ຜູ້ວ່າການທະນາຄານແຫ່ງ ສປປ ລາວ ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະມາຊິກສະພາແຫ່ງຊາດ ຊຸດທີ IX ໃນວັນທີ 3 ພະຈິກ 2021 ຕໍ່ບາງຄໍາເຫັນ ແລະ ຄໍາຖາມທີ່ຄະນະປະຈໍາ ແລະ ບັນດາສະມາຊິກສະພາແຫ່ງຊາດໄດ້ຕັ້ງຂຶ້ນ ວ່າ: ຕິດພັນກັບບັນຫາຄວາມແຕກໂຕນກັນລະຫວ່າງອັດຕາແລກປ່ຽນຂອງທະນາຄານ ແລະ ຕະຫຼາດນອກລະບົບ ໂດຍສະເພາະແມ່ນສ່ວນຕ່າງລະຫວ່າງອັດຕາແລກປ່ຽນເງິນກີບ ທຽບເງິນໂດລາ ໃນວັນທີ 2 ພະຈິກ ຜ່ານມານີ້ ໄດ້ຫ່າງກັນສະເລ່ຍ ປະມານ 1.272 ກີບ/ໂດລາ ຫຼື ປະມານ 12,2% ຊຶ່ງໄດ້ຄ່ອຍຫຼຸດລົງມາຈາກລະດັບທີ່ເຄີຍກວ້າງອອກສູງສຸດຮອດ 22,12% ໃນກາງເດືອນກໍລະກົດ 2021, ພາຍຫຼັງການປັບປຸງກົນໄກການຄຸ້ມຄອງອັດຕາແລກປ່ຽນໃນໄລຍະກາງເດືອນກັນຍາ ແລະ ຫຼາຍມາດຕະການປິ່ນອ້ອມອື່ນ.


ແຕ່ເຖິງຢ່າງໃດກໍຕາມ, ການແກ້ໄຂບັນຫາສ່ວນຕ່າງລະຫວ່າງອັດຕາແລກປ່ຽນຂອງທະນາຄານ ແລະ ຕະຫຼາດນອກລະບົບແມ່ນຕ້ອງໃຊ້ເວລາ ແລະ ຫຼາຍນະໂຍບາຍທາງດ້ານເສດຖະກິດມະຫາພາກ ໄປຄວບຄູ່ກັບມາດຕະການທາງດ້ານລະບຽບກົດໝາຍ ແລະ ມາດຕະການທາງດ້ານບໍລິຫານ ເນື່ອງຈາກວ່າສາເຫດຕົ້ນຕໍທີ່ພາໃຫ້ເກີດສະພາບສ່ວນຕ່າງທີ່ກວ້າງຫຼາຍຄືດັ່ງກ່າວ ແມ່ນມາຈາກພື້ນຖານເສດຖະກິດພາຍໃນຂອງພວກເຮົາທີ່ຍັງເພິ່ງພາອາໄສຕ່າງປະເທດເປັນສ່ວນໃຫຍ່ ຍັງມີຄວາມຕ້ອງການເງິນຕາຕ່າງປະເທດເພື່ອຊໍາລະຄ່າສິນຄ້າທີ່ຈຳເປັນ, ຄ່າບໍລິການ ແລະ ຊຳລະໜີ້ສິນໃຫ້ຕ່າງປະເທດຢ່າງຫຼວງຫຼາຍ ແຕ່ແຫຼ່ງລາຍຮັບທີ່ເປັນເງິນຕາຕ່າງປະເທດຂອງປະເທດຂອງພວກເຮົາພັດມີຈໍາກັດ ເຖິງແມ່ນວ່າການສົ່ງອອກໄດ້ມີທ່າອ່ຽງເພີ່ມຂຶ້ນ ກໍ່ມີພັນທະຜູກພັນກັບໜີ້ສິນຕ່າງປະເທດ ມີການເກັບຮັກສາເງິນເຫຼົ່ານັ້ນໄວ້ຢູ່ຕ່າງປະເທດ ເຮັດໃຫ້ເງິນບໍ່ເຂົ້າປະເທດ, ບໍ່ເຂົ້າລະບົບທະນາຄານ.


ນອກຈາກນີ້, ດ້ານໜຶ່ງການຕິດຕາມການຈັດຕັ້ງປະຕິບັດລະບຽບກົດໝາຍຂອງບຸກຄົນ, ນິຕິບຸກຄົນ ການຈັດຕັ້ງຈຳນວນໜຶ່ງ ກໍຍັງບໍ່ທັນກົມກຽວ, ຮັດກຸມພຽງພໍ ເຮັດໃຫ້ຍັງມີການເຄື່ອນໄຫວຂອງເງິນແບບບໍ່ສອດຄ່ອງກັບລະບຽບກົດໝາຍ ເປັນຕົ້ນ ການເຄື່ອນຍ້າຍເງິນຕາຕ່າງປະເທດແບບບໍ່ຖືກກົດໝາຍ, ທຸລະກິດທີ່ບໍ່ສອດຄ່ອງກັບລະບຽບກົດໝາຍ, ການແລກປ່ຽນເງິນຕາແບບບໍ່ຖືກກົດໝາຍ. ສະພາບເຫຼົ່ານັ້ນ, ລ້ວນແຕ່ສົ່ງຜົນໃຫ້ເກີດມີບັນຫາຄວາມແຕກໂຕນລະຫວ່າງອັດຕາແລກປ່ຽນຂອງທະນາຄານ ແລະ ຕະຫຼາດນອກລະບົບ.

ເຊິ່ງຄໍາວ່າຕະຫຼາດນອກລະບົບໃນທີ່ນີ້ ບໍ່ໄດ້ໝາຍຄວາມວ່າຈະມີແຕ່ຮ້ານແລກປ່ຽນເງິນຕາທີ່ເຄື່ອນໄຫວບໍ່ຖືກຕ້ອງຕາມລະບຽບເທົ່ານັ້ນ, ຄວາມສ່ຽງທີ່ຕະຫຼາດນອກລະບົບຈະເກີດຂຶ້ນແມ່ນເກີດໄດ້ທຸກເມື່ອ ແລະ ທຸກຄົນທີ່ມີການກໍານົດອັດຕາແລກປ່ຽນສູງ ນອກເໜືອຈາກອັດຕາແລກປ່ຽນທີ່ທາງການກຳນົດ ກໍ່ຖືວ່າແມ່ນໜຶ່ງໃນຜູ້ເຂົ້າຮ່ວມຕະຫຼາດນອກລະບົບ ແລະ ຜູ້ທີ່ນໍາເງິນຕາຕ່າງປະເທດໄປແລກໃນອັດຕາທີ່ສູງທີ່ທີ່ກວ່າອັດຕາທີ່ທາງການກໍານົດ ກໍ່ຍິ່ງເປັນການສົ່ງເສີມໃຫ້ຕະຫຼາດນອກລະບົບສືບຕໍ່ເຄື່ອນໄຫວ.
ທ່ານຜູ້ວ່າການທະນາຄານແຫ່ງ ສປປ ລາວ ກ່າວເນັ້ນວ່າ

ເພື່ອເຮັດໃຫ້ສ່ວນຕ່າງລະຫວ່າງອັດຕາແລກປ່ຽນຂອງທະນາຄານ ແລະ ຂອງຕະຫຼາດແຄບເຂົ້າໄດ້, ທະນາຄານແຫ່ງ ສປປ ລາວ ຕ້ອງໄດ້ຮັບການຮ່ວມມືຢ່າງກົມກຽວຈາກທຸກພາກສ່ວນກ່ຽວຂ້ອງ ແລະ ຂໍຄວາມຮ່ວມມືຈາກສະມາຊິກສະພາແຫ່ງຊາດຊ່ວຍປຸກລະດົມສ້າງຄວາມເຂົ້າໃຈທີ່ຖືກຕ້ອງໃຫ້ແກ່ມວນຊົນຕໍ່ບັນຫາດັ່ງກ່າວ. ໃນນີ້, ສະເພາະທະນາຄານແຫ່ງ ສປປ ລາວ ເອງ ເພື່ອເຮັດໃຫ້ອັດຕາແລກປ່ຽນຂອງທະນາຄານ ແລະ ຂອງຕະຫຼາດນອກລະບົບ ຫຍັບເຂົ້າຫາກັນ ດັ່ງຄາດໝາຍທີ່ໄດ້ກໍານົດໄວ້ໃນວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ທະນາຄານແຫ່ງ ສປປ ລາວ ຈະສືບຕໍ່ກໍານົດອັດຕາອ້າງອີງຂອງຕົນ ຕາມລະບຽບການໃໝ່ທີ່ໄດ້ປັບປຸງ ເພື່ອຊີ້ນຳທະນາຄານທຸລະກິດ ແລະ ຮ້ານແລກປ່ຽນເງິນຕາຕົວແທນ ແລະ ສືບຕໍ່ຕິດຕາມປະເມີນຜົນຢ່າງໃກ້ຊິດ, ຄົ້ນຄວ້າປັບປຸງເມື່ອເຫັນວ່າຈຳເປັນ; ສືບຕໍ່ຮ່ວມເຮັດວຽກກັບກະຊວງປ້ອງກັນຄວາມສະຫງົບ ປະຕິບັດມາດຕະການຕໍ່ບຸກຄົນ, ນິຕິບຸກຄົນທີ່ເຄື່ອນໄຫວແລກປ່ຽນເງິນຕາ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ; ສ້າງຄວາມເຂັ້ມແຂງໃຫ້ທະນາຄານທຸລະກິດໃນການຄຸ້ມຄອງຮ້ານແລກປ່ຽນເງິນຕາຕົວແທນໃຫ້ມີປະສິດທິຜົນ.

ພ້ອມດຽວກັນນີ້ຕ້ອງສ້າງສະພາບແວດລ້ອມທາງດ້ານລະບຽບການ, ກົນໄກການຄຸ້ມຄອງ ເພື່ອເຮັດໃຫ້ເງິນຕາຕ່າງປະເທດເຂົ້າມາ ສປປ ລາວ (ຈາກການສົ່ງອອກ, ລົງທຶນ) ແລະ ເຂົ້າສູ່ລະບົບທະນາຄານຫຼາຍຂຶ້ນ ເປັນຕົ້ນກະກຽມອອກນິຕິກໍາລຸ່ມກົດໝາຍກ່ຽວກັບການຄຸ້ມຄອງເງິນຕາຕ່າງປະເທດຈຳນວນໜຶ່ງພາຍໃນທ້າຍປີ 2021 ແລະ ຕົ້ນປີ 2022 ໃຫ້ສໍາເລັດການສະເໜີສະພາແຫ່ງຊາດພິຈາລະນາຮັບຮອງກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ (ສະບັບປັບປຸງ) ໃນກາງປີ 2022; ປະສານສົມທົບກັບຂະແໜງການກ່ຽວຂ້ອງ ຈັດຕັ້ງປະຕິບັດກົນໄກການຄຸ້ມຄອງລາຍຮັບຈາກການສົ່ງອອກສິນຄ້າໃນໂຄງການທົດລອງຂຸດຄົ້ນ ແລະ ສົ່ງອອກແຮ່ທາດ ຜ່ານບັນຊີຄຸ້ມຄອງສະເພາະ, ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ໃຫ້ສໍາເລັດການສ້າງຍຸດທະສາດວ່າດ້ວຍການຄຸ້ມຄອງໜີ້ສິນຕ່າງປະເທດ ຮອດປີ 2035 ໃນປີ 2022 ແລະ ປັບປຸງການເຄື່ອນໄຫວຕະຫຼາດຊື້-ຂາຍເງິນຕາຕ່າງປະເທດລະຫວ່າງທະນາຄານໃຫ້ເຂັ້ມແຂງ, ມີຫຼາກຫຼາຍທຸລະກໍາ ແລະ ມູນຄ່າທຸລະກໍາທີ່ສູງຂຶ້ນ.