ອັດຕະປືເດັດຂາດ ຫ້າມຂາຍຊີ້ນໝູເກີນ 45.000 ກີບຕໍ່ໂລ ລະເມີດໃໝ 1.500.000 ກີບ

966

ບັນຫາສິນຄ້າແພງ ແລະ ໂກງຕາຊີງ ແມ່ນຕ້ອງໄດ້ແກ້ໄຂຢ່າງຮີບດ່ວນ ເນື່ອງຈາກເປັນການເອົາລັດເອົາປຽບຜູ້ຊື້ ຍິ່ງຢູ່ໃນສະພາບເສດຖະກິດເປັນແບບນີ້ ທຸກຄົນຍິ່ງຕ້ອງເຫັນອົກເຫັນໃຈຊ່ວຍເຫຼືອກັນບໍ່ແມ່ນການເອົາປຽບ.

ແຫລ່ງຂ່າວຈາກ ແຂວງອັດຕະປື ໃຫ້ຮູ້ວ່າ: ວັນທີ 3 ພະຈິກ 2021 ນີ້, ທ່ານ ພູໄຊ ວໍລະລາດ ຮອງຫົວໜ້າພະແນກອຸດສະຫະກຳ ແລະ ການຄ້າແຂວງອັດຕະປື ສົມທົບກັບຫ້ອງການອຸດສະຫະກຳ ແລະ ການຄ້າເມືອງສາມັກຄີໄຊ ລົງຕິດຕາມ, ກວດກາ ແລະ ປັບລາຄາສິນຄ້າຕາມທ້ອງຕະຫລາດ ເມືອງສາມັກຄີໄຊ ໂດຍສະເພາະ ຊີ້ນໝູ ແມ່ນຫ້າມຂາຍເກີນລາຄາ 45.000 ກີບ.

ການລົງຕິດຕາມ, ກວດກາໃນຄັ້ງນີ້, ກໍເພື່ອລົງຊີ້ນໍາ ແລະ ປັບລາຄາສິນຄ້າເປັນ ຕົ້ນ ສິນຄ້າປະເພດຊີ້ນໝູ, ກວດກາມາດຕະຖານຊິງຊັ່ງ (ກິໂລ) ພ້ອມໄດ້ກໍານົດລາຄາຊີ້ນໝູ ມີດັ່ງນີ້: ຊີ້ນສັນ (ປະເພດ1) ໃຫ້ຂາຍໃນລາຄາ 45.000 ກີບ/ກິໂລ, ຊີ້ນກ້ອນຂາ(ປະເພດ1) ໃຫ້ຂາຍໃນລາຄາ 45.000 ກີບ/ກິໂລ, ຊີ້ນໝູສາມຊັ້ນ, ດູກຂ້າງ ແລະ ເຄື່ອງໃນ (ຫົວໃຈ,ຕັບ) ໃຫ້ຂາຍໃນລາຄາ 40.000 ກີບ/ກິໂລ, ຂາທັງສີ່ຂາ ໃຫ້ຂາຍໃນລາຄາ 35.000 ກີບ/ກິໂລ, ຫົວໝູໃຫ້ຂາຍໃນລາຄາ 35.000 ກີບ/ກິໂລ, ໄສ້ອ່ອນ+ໄສ້ແກ່ໃຫ້ຂາຍໃນລາຄາ 20.000 ກີບ/ກິໂລ, ກະດູກໂຄ່ຍ 30.000 ກີບ/ກິໂລ, ນໍ້າມັນ+ຊີ້ນມຸ່ນ 20.000 ກີບ/ກິໂລ.

ພ້ອມທັງ ຫ້າມເດັດຂາດ ບໍ່ໃຫ້ຜູ້ປະກອບການລັກໂລບການຊັ່ງຜອງ ຫລື ນໍາໃຊ້ການຊັ່ງຜອງຂອງຊິງຊັ່ງທີ່ດັດແປງ ໂດຍບໍ່ຖືກຕ້ອງຕາມມາດຕະຖານ ເຕັກນິກຢ່າງເດັດຂາດ, ຫາກຜູ້ໃດລະເມີດ, ສວຍໂອກາດຂຶ້ນລາຄາສິ້ນຄ້າ(ຊີ້ນໝູ) ເກີນທີ່ກຳນົດແມ່ນຈະໄດ້ປັບ.ໝ 1.500.000 ກີບ/ຄັ້ງ, ສວຍໂອກາດປອມແປງຕາຊິງ ຫລື ດັດແປງການວັດແທກທີ່ບໍ່ໄດ້ມາດຕະຖານຈະຖືກປັບໃໝ 100.000-3.000.000 ກີບ/ຄັ້ງ, ບໍ່ຕິດປ້າຍລາຄາເປັນສະກຸນເງິນກີບ ຈະມີໂທດປັບໃໝແຕ່ 500.000-1.000.000 ກີບ/ຄັ້ງ, ຖ້າຜູ້ປະກອບການຫາກມີການລະເມີດເປັນອາຈີນ ແມ່ນຈະຖືກດຳເນີນຄະດີຕາມກົດໝາຍມາດຕາ 147 ແລະ 150 ຂອງກົດໝາຍອາຍາ ແລະ ຈະໃຫ້ຢຸດການດຳເນີນກິດຈະການທັນທີ.

ຈາກ: ປະເທດລາວ