ຮຽບຮ້ອຍ ເປີດໃຊ້ງານແລ້ວເດີ້ຂົວນໍ້າພະນາຍ 3 ບ້ານເກິນກາງ

561

ກ່ອນໜ້ານີ້ແມ່ນໄດ້ນຳສະເໜີກ່ຽວກັບຄວາມຄືບໜ້າຂອງການສ້າງຂົວນ້ຳພະນາຍ 3 ໄປແລ້ວວ່າຈະມີການເປີດນຳໃຊ້ໃນໄວໆນີ້ ແລະ ຄັ້ງນີ້ຂົວດັ່ງກ່າວແມ່ນສ້າງສຳເລັດສົມບູນໃນການຮັບໃຊ້ສັງຄົມ ເພື່ອສະດວກໃນການສັນຈອນໄປມາ ພຽງແຕ່ບັນຫານັກຂັບຂີ່ຕ້ອງໃຫ້ຄວາມຮ່ວມມືລົດທີ່ມີນ້ຳໜັກຫຼາຍຫ້າມຜ່ານເນື່ອງຈາກເປັນຂົວເກົ່າທີ່ເອົາມາສ້າງຄືນເພື່ອຄວາມສະດວກໃນການສັນຈອນສະເພາະໜ້າເທົ່ານັ້ນ.

ຈຸດປະສົງຂອງການກໍ່ສ້າງຂົວດັ່ງກ່າວນີ້ ເພື່ອຫລຸດຜ່ອນການສັນຈອນແອອັດ, ເຮັດໃຫ້ການເດີນທາງມີຄວາມສະດວກສະ ບາຍຂຶ້ນກວ່າເກົ່າ, ຂົວແຫ່ງນີ້ຈະກາຍເປັນຂົວອະນຸລັກຮູບແບບຂົວເບເລ່ ເປັນອະນຸສອນໄປອີກຍາວນານ

ໃນວັນທີ 3 ພະຈິກ 2021 ນີ້, ອົງການປົກຄອງເມືອງທຸລະຄົມ ແຂວງວຽງຈັນໄດ້ຈັດພິທີເປີດນໍາໃຊ້ຂົວຂ້າມນໍ້າພະນາຍ 3, ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ຈັນທະບູນ ໂພສາລາດ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງວຽງຈັນ, ທັງເປັນຜູ້ຊີ້ນໍາວຽກງານຮອບ ດ້ານປະຈໍາເມືອງທຸລະຄົມ ແລະ ທ່ານ ນາງ ວົງເດືອນ ວັດຕະໂສ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງທຸລະ ຄົມ, ມີທ່ານຮອງເຈົ້າເມືອງ, ພ້ອມບັນດາການນໍາຂອງເມືອງ, ຫົວໜ້າຫ້ອງການກ່ຽວຂ້ອງ, ນັກທຸລະກິດ, ບໍລິສັດ ຟ້າໃສ ການຊ່າງ, ກໍ່ສ້າງຂົວທາງ ແລະ ເຄຫາສະຖານ ຈໍາກັດ, ອົງການຈັດຕັ້ງບ້ານເຂດເທດສະບານເມືອງ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ.

ທ່ານ ນາງ ວົງເດືອນ ວັດຕະໂສ ເຈົ້າເມືອງໆທຸລະຄົມ ກ່າວວ່າ: ຂົວນໍ້າພະນາຍ 3 ທີ່ບ້ານເກິນກາງ ເມືອງທຸລະຄົມ, ໄດ້ເລີ່ມລົງມືກໍ່ສ້າງໄລຍະທ້າຍເດືອນກັນຍາ ແລະ ສໍາເລັດໃນທ້າຍເດືອນຕຸລາ 2021 ລວມໄລຍະເວລາກໍ່ສ້າງ 1 ເດືອນ, ຮັບເໝົາໂດຍ ບໍລິສັດ ຟ້າໃສ ການຊ່າງ, ກໍ່ສ້າງຂົວທາງ ແລະ ເຄຫາສະຖານ ຈໍາກັດ ໃນມູນຄ່າ 120 ລ້ານກີບ

ຂະໜາດຂອງຂົວ ຄວາມຍາວ 33 ແມັດ, ກວ້າງ 4 ແມັດ, ອະນຸຍາດນໍາໃຊ້ສະເພາະລົດເບົາ ຮັບນໍ້າໜັກບໍ່ເກີນ 8 ໂຕນ, ຈໍາກັດລວງສູງທີ່ເໝາະສົມ, ດ້ວຍຮາວເຫຼັກກັ້ນ 3 ຈຸດ, ມີຮາວເຫຼັກຂອບຂົວທັງສອງຟາກ ກໍ່ສ້າງຕາມແລວຂົວເກົ່າທີ່ເຄີຍມີມາໃນແຕ່ກ່ອນ.

ທ່ານ ນາງ ວົງເດືອນ ວັດຕະໂສ ກ່າອີກວ່າ: ຂ້າພະເຈົ້າມີຄວາມເປັນຫ່ວງທີ່ສຸດກໍ່ຄືການປົກປັກຮັກສາ ແລະ ການຄຸ້ມຄອງນໍາໃຊ້ ເພື່ອໃຫ້ຂົວແຫ່ງນີ້ເກີດຜົນປະໂຫຍດແກ່ທຸກທ່ານ, ມີອາຍຸການໃຊ້ງານໄດ້ຍາວນານ ແລະ ເປັນຂົວອະນຸລັກຄູ່ບ້ານເມືອງຕາມການເວລາ, ຈຶ່ງຂໍຮຽກຮ້ອງໃຫ້ຂະແໜງການກ່ຽວຂ້ອງ, ປະຊາຊົນທຸກຊັ້ນຄົນ ຈົ່ງມີສ່ວນຮ່ວມໃນການຊົມໃຊ້, ການບູລະນະສ້ອມແປງຖ້າຫາກມີການເປ່ເພໃນອະນາຄົດ, ໂດຍບໍ່ໃຫ້ເປັນຄວາມຮັບຜິດຊອບຂອງພາກສ່ວນໃດໜຶ່ງ ເພື່ອຜົນປະໂຫຍດສ່ວນລວມຂອງທຸກໆຄົນ