ອະເກວໂຣ ພັກຍາວ 3 ເດືອນ ເພື່ອຮັກສາຫົວໃຈເຕັ້ນຜິດຈັງຫວະ

481
BARÇA - ALAVES

ເຊຄິໂອ ອະເກວໂຣ ກອງໜ້າຂອງ ບາເຊໂລນາ ຕ້ອງພັກເຖິງ 3 ເດືອນ ເນື່ອງຈາກມີຄວາມຜິດປົກກະຕິກ່ຽວກັບຫົວໃຈ ຕາມການຖະແຫຼງຂອງສະໂມສອນ ເພື່ອປະເມີນປະສິດທິພາບຂອງການຮັກສາຕໍ່ໄປ.

ກ່ອນໜ້ານີ້ ອະເກວໂຣ ຕ້ອງກົ້ມໜ້າ ພ້ອມກັບເອົາມືຈັບໜ້າເອິກ ໃນລະຫວ່າງການແຂ່ງຂັນບານເຕະ ລາລີກາ ແອັດສະປາຍ ນັດທີ່ບາເຊໂລນາ ສະເໝີກັບ ອະລາເບສ ເມື່ອວັນເສົາທີ 30 ຕຸລາ 2021 ເຊິ່ງຫຼັງຈົບການແຂ່ງຂັນໄດ້ມີການວິນິໄສເບື້ອງຕົ້ນບົ່ງບອກວ່າ: ອະເກວໂຣ ມີອາການຫົວໃຈເຕັ້ນຜິດຈັງຫວະ ກ່ອນທີ່ຈະໄປຮັກສາໃນໂຮງໝໍໃນເມືອງບາເຊໂລນາ ປະເທດແອັດສະປາຍ ຈົນຫຼ້າສຸດ ສະໂມສອນອອກມາຖະແຫຼງການວ່າ: ອະເກວໂຣ ມີອາການຫົວໃຈເຕັ້ນຜິດຫວັງຫວັງ ແລະ ຕ້ອງພັກຮັກສາຕົວເຖິງ 3 ເດືອນ.

ຂະນະທີ່ ອະເກວໂຣ ໂພສຂໍ້ຄວາມໃນ ທະວິດເຕີ ສື່ສັງຄົມອອກລາຍວ່າ: ຂ້ອຍສະບາຍດີ ແລະ ຍັງມີຄວາມເຂັ້ມແຂງ ສໍາລັບຂະບວນການຮັກສາ, ຂ້ອຍຂອບໃຈທຸກໆຄົນ ແລະ ຄົນທີ່ສົ່ງຂໍ້ຄວາມໃຫ້ກໍາລັງໃຈ ເຊິ່ງຊ່ວຍໃຫ້ຫົວໃຈຂອງຂ້ອຍແຂງແກ່ນຂຶ້ນ.