ມາເບິ່ງ! ສັບພະຄຸນຜັກຫອມປ້ອມ ມີດີຫຼາຍກວ່າການປຸງແຕ່ງອາຫານ

547

ຜັກຫອມປ້ອມ ຜັກທີ່ປະຊາຊົນລາວເຮົານິຍົມນຳມາໃຊ້ໃນການປຸງແຕ່ງອາຫານ ເພື່ອເພີ່ມລົດຊາດ ແລະ ກິ່ນອາຫານໃຫ້ໜ້າຮັບປະທານຫຼາຍຂຶ້ນ, ແຕ່ຮູ້ບໍ່ວ່າ? ຜັກຫອມມີສັບພະຄຸນຫຼາຍຢ່າງທີ່ຊ່ວຍໃນການ ບັນເທົາພະຍາດຕ່າງໆໄດ້ເປັນຢ່າງດີ ພຽງແຕ່ໜ້ອຍໜັກຈະຮູ້ໃຊ້.

ຜັກຫອມປ້ອມເປັນພືດລົ້ມລຸກອາຍຸຍືນ 1-3 ປີ, ສູງ 50-60 ຊມ. ໃບປະສົມ, ຈັບແບບສະລັບ, ກ້ານໃບຍາວ 1-15 ຊມ, ໃບປະກອບດ້ວຍໃບຍ່ອຍເປັນຈຳນວນຫຼາຍຂະໜາດ ແລະ ຮູບຮ່າງແຕກຕ່າງກັນ ບາງຄັ້ງເຫັນໃບຍ່ອຍເປັນຮູບເກືອບກົມ, ຂອບໃບແຂ້ວວ້ຳ, ບາງຄັ້ງຂອບໃບຍິກເປັນຝອຍລະອຽດ ແລະ ຈີກເຂົ້າຫາກາງໃບ, ໃບຍ່ອຍຂະໜາດ 1-2.5 ຊມ, ຍິກເປັນຝອຍລະອຽດ.

ດອກອອກລວມກັນເປັນຊໍ່ໃຫຍ່, ທີ່ປາຍຍອດ ຫຼື ມຸມກ້ານໃບ, ດອກຍ່ອຍມີຂະໜາດ 1-4 ມມ, ມີສີຂາວ ຫຼື ຂາວປົນສີບົວ. ໝາກຮູບຮີ ຫຼື ຂ້ອນຂ້າງກົມມີຂະໜາດ 2-3 ມມ. ແກ່ນ ເມື່ອແກ່ຈັດເປັນສີເຫຼືອງອົມນໍ້າຕານ ແຕກໄດ້ເປັນ 3 ຊີກ ພາຍໃນມີ 3 ແກ່ນ, ທຸກສ່ວນມີກິ່ນຫອມ.

ຜັກຫອມປ້ອມມີສັບພະຄຸນຊ່ວຍຍ່ອຍອາຫານ ເຮັດໃຫ້ບໍ່ເປັນພະຍາດທ້ອງອືດ, ທ້ອງເຟີ້, ແກ້ປວດທ້ອງ. ແກ່ນມີລົດຂົມຫວານຝາດຫອມ, ຊ່ວຍແກ້ພິດຕານຊາງ, ແກ້ກະຫາຍນໍ້າ, ແກ້ອາການປວດຮາກ, ຂັບລົມໃນລໍາໄສ້, ແກ້ສະເອິ, ແກ້ເຈັບຕາ, ແກ້ລົມວິນວຽນ, ອີ່ສຸກອີ່ໃສດຳແດງ, ຮັບປະທານບໍາລຸງກະເພາະອາຫານ, ຊ່ວຍຈະເລີນອາຫານ, ແກ້ບິດຖ່າຍເປັນເລືອດ, ຂົ້ວບົດປະສົມເຫລົ້າຮັບປະທານແກ້ສິດສະດວງທະວານມີເລືອດອອກ, ຕົ້ມເອົານໍ້າບວນປາກແກ້ເຈັບແຂ້ວ, ເຈັບໃນປາກຄໍ.

ທັ້ງຕົ້ນ ຂັບເຫື່ອ, ຂັບພິດເຫື່ອຫັດ, ອີ່ສຸກ, ອີ່ໃສ, ດຳແດງ, ຂັບລົມ ຈະເລີນອາຫານ, ແກ້ທ້ອງອືດທ້ອງເຟີ້, ຂັບເສມຫະ, ດັບກິ່ນຄາວ, ພອກທາແກ້ພືນຄັນ, ແກ້ປວດຫົວ, ຕົ້ມດື່ມແກ້ໄອຫວັດ, ອາຫານເປັນພິດ, ແກ້ສະເອີ. ຮາກ ມີລົດຫວານເຢັນຊ່ວຍອີ່ສຸກອີ່ໃສ. ນອກຈາກນັ້ນທັ້ງຕົ້ນ, ໃບ ຍັງຮັບປະທານເປັນຜັກ ແລະ ໃຊ້ຕົກແຕ່ງອາຫານ, ຮາກ ແລະ ແກ່ນມີລົດຝາດຫອມ ໃຊ້ເປັນເຄື່ອງເທດ.
ຈາກ: ຕະຫຼາດລາວ