ຄວາມຫວັງໃໝ່ ຈະມີທາງດ່ວນເພີ່ມອີກ 3 ແຂວງ ອອກໄປສູ່ຊາຍແດນຫວຽດນາມ

1115

ເມື່ອບໍ່ດົນມານີ້ໄດ້ມີກອງປະຊຸມປຶກສາຫາລື ກ່ຽວກັບການກໍານົດບັນດາຈຸດເຊື່ອມຕໍ່ທີ່ສໍາຄັນຂອງແລວທາງ ໂຄງການທາງດ່ວນ ແຕ່ນະຄອນຫຼວງວຽງຈັນ-ແຂວງໄຊສົມບູນ-ແຂວງຊຽງຂວາງ-ແຂວງຫົວພັນ ແລະ ອອກໄປຊາຍແດນລາວ-ຫວຽດນາມ (ດ່ານນ້ໍາໂສຍ).

ໂດຍປະຊຸມທາງໄກດ້ວຍລະບົບ ZOOM ທີ່ກົມສົ່ງເສີມ ການລົງທຶນ ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບບໍລິສັດ ມີເນື້ອໃນບາງຕອນວ່າ: “ມອບໃຫ້ກົມຂົວທາງ ກະຊວງ ຍທຂ ເປັນເຈົ້າການສົມທົບກັບພະແນກ ຍທຂ ແຂວງ,ນະຄອນຫຼວງ ປຶກສາຫາລື ແລະ ລົງເບິ່ງຈຸດຕົວຈິງ ທີ່ຄາດວ່າ ແລວທາງຈະສາມາດຜ່ານໄປໄດ້ໃນແຕ່ລະເມືອງ ສອດຄ່ອງກັບຄວາມຕ້ອງການ ຂອງທ້ອງຖິ່ນ ໂດຍສະເພາະໃຫ້ເອກະພາບກັນຈຸດເຊື່ອມຕໍ່ຂອງແລວທາງ ລະຫວ່າງ ແຂວງກັບແຂວງ. ພາຍຫຼັງສໍາເລັດ ແລ້ວ ລາຍງານການນໍາຂອງກະຊວງ ຍທຂ ເພື່ອພິຈາລະນາຮັບຮອງເອົາບັນດາຈຸດສໍາຄັນທີ່ແລວທາງຈະຜ່ານດັ່ງກ່າວ ຊຶ່ງເປັນແລວທາງເບື້ອງຕົ້ນ ທີ່ຈະມອບໃຫ້ບໍລິສັດດໍາເນີນການສຶກສາຄັດເລືອກແລວທາງລະອຽດໃນຂັ້ນຕໍ່ໄປ (ພາຍຫຼັງ ທີ່ໄດ້ເຊັນ MOU)”.

ກະຊວງ ຍທຂ ຈຶ່ງໄດ້ອອກຂໍ້ຕົກລົງ ສະບັບເລກທີ 21192/ຍທຂ ລົງວັນທີ 22 ຕຸລາ 2021 ແຕ່ງຕັ້ງຄະນະວິຊາການຂອງກົມຂົວທາງ ໄປປະສານສົມທົບກັບບັນດາພະແນກ ຍທຂ ແຂວງ, ນະຄອນຫຼວງ ເພື່ອເຮັດວຽກຮ່ວມກັນ, ແຕ່ຍ້ອນຄວາມຫຍຸ້ງຍາກໃນສະພາບທີ່ມີພະຍາດໂຄວິດລະບາດນີ້ ຈຶ່ງຈໍາ ເປັນໄດ້ຫັນປ່ຽນວິທີການເຮັດວຽກມາເປັນການປະສານຄົ້ນຄວ້າທາງດ້ານຂໍ້ມູນ ແລະ ປະຊຸມປຶກສາຫາລືທາງໄກ ແທນ (ດ້ວຍລະບົບ Google meet) ຊຶ່ງກອງປະຊຸມໄດ້ຈັດຂຶ້ນໃນວັນທີ 29 ຕຸລາ 2021 ທີ່ຜ່ານມາ.

ໂດຍການເປັນປະທານຂອງ ທ່ານ ອາດນາດາ ບູລົມ ຮອງຫົວຫນ້າກົມຂົວທາງ ແລະ ມີຜູ້ເຂົ້າຮ່ວມຈາກ ພະແນກ ຍທຂ ແຂວງຫົວພັນ, ພະແນກ ຍທຂ ແຂວງຊຽງຂວາງ, ພະແນກ ຍທຂ ແຂວງໄຊສົມບູນ, ພະແນກ ຍທຂ ແຂວງບໍລິຄໍາໄຊ, ພະແນກ ຍທຂ ນະຄອນຫຼວງວຽງຈັນ, ພະແນກ ຍທຂ ແຂວງວຽງຈັນ ແລະ ຄະນະພະແນກ ເຕັກນິກ ແລະ ສິ່ງແວດລ້ອມ ແລະ ວິຊາການ.

ຜົນການປຶກສາຫາລື ມີລາຍລະອຽດ ດັ່ງນີ້:
1. ກອງປະຊຸມໄດ້ຕົກລົງເປັນເອກະພາບກັນ ກໍານົດບັນດາຈຸດເຊື່ອມຕໍ່ຂອງແລວທາງ ໂຄງການທາງດ່ວນ ແຕ່ນະຄອນຫຼວງວຽງຈັນ-ແຂວງໄຊສົມບູນ-ແຂວງຊຽງຂວາງ-ແຂວງຫົວພັນ ແລະ ອອກໄປຊາຍແດນ ລາວຫວຽດນາມ (ດ່ານນ້ໍາໂສຍ) ຕາມຂໍ້ມູນທີ່ບັນດາແຂວງ ໄດ້ກໍານົດ ແລະ ສອດຄ່ອງກັບຄວາມຕ້ອງການຂອງ ທ້ອງຖິ່ນ ຄື:
ນະຄອນຫຼວງວຽງຈັນ: ຈຸດເລີ່ມຕົ້ນຕັ້ງຢູ່ ສາມແຍກທາງຫຼວງແຫ່ງຊາດເລກ 13ໃຕ້ ຫຼັກ 21 ເມືອງໄຊທານີ.
1ແຂວງໄຊສົມບູນ: ຈຸດເຊື່ອມຕໍ່ ເທດສະບານເມືອງລ້ອງຊານ, ຈຸດເຊື່ອມຕໍ່ ບ້ານຊຽງມີ ເມືອງລ້ອງຊານ, ຈຸດເຊື່ອມຕໍ່ ເທດສະບານເມືອງອະນຸວົງ ແລ້ວໄປຜ່ານເຂດເມືອງລ້ອງແຈ້ງ.

ແຂວງຊຽງຂວາງ: ຈຸດເຊື່ອມຕໍ່ ບ້ານຊຽງເຫນືອ ເມືອງຜາໄຊ, ຈຸດເຊື່ອມຕໍ່ ບ້ານນາຫອຍ ເມືອງແປກ, ຈຸດເຊື່ອມຕໍ່ ບ້ານຄາຍຍອດງື່ມ ເມືອງແປກ, ຈຸດເຊື່ອມຕໍ່ ບ້ານ ເມືອງຄໍາ, ຈຸດເຊື່ອມຕໍ່ ບ້ານນ້ໍານາດ ເມືອງຄໍາ.
ແຂວງຫົວພັນ: ຈຸດເຊື່ອມຕໍ່ ເທດສະບານເມືອງຫົວເມືອງ ຈຸດເຊື່ອມຕໍ່ ບ້ານນາສະລາ ເມືອງຫົວເມືອງ, ຈຸດເຊື່ອມຕໍ່ ເທດສະບານເມືອງຊໍາເຫນືອ, ຈຸດເຊື່ອມຕໍ່ ເທດສະບານເມືອງວຽງໄຊ, ຈຸດເຊື່ອມຕໍ່ ບ້ານຫ້ວຍຫຶງ ເມືອງວຽງໄຊ. ຈຸດສຸດທ້າຍຢູ່ ຊາຍແດນ ລາວ-ຫວຽດນາມ (ດ່ານນ້ໍາໂສຍ).
ກອງປະຊຸມເຫັນດີ ສະເຫນີຫາຄະນະນໍາກະຊວງ ຍທຂ ພິຈາລະນາຮັບຮອງບັນດາຈຸດເຊື່ອມຕໍ່ ແລະ ເສັ້ນເຊື່ອມຕໍ່ແລວທາງເບື້ອງຕົ້ນ ພາຍຫຼັງ ມາດຕະການປ້ອງກັນໂຄວິດ 19 ຜ່ອນຄາຍ, ຄະນະວິຊາການຈາກກົມຂົວທາງ ອາດຈະໄດ້ສືບຕໍ່ປະສານສົມທົບກັບບັນດາພະແນກ ຍທຂ ແຂວງ ແລະ ນະຄອນຫຼວງ ທີ່ແລວທາງດ່ວນຜ່ານ ລົງເບິ່ງ ສະພາບຕົວຈິງຂອງບັນດາຈຸດເຊື່ອມຕໍ່ດັ່ງກ່າວຕື່ມ.