ສຳມະນາທາງວິຊາການກ່ຽວກັບທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ພາກ ໃນຫົວຂໍ້ “ທ່າແຮງການປ່ຽນແປງຂອງສະພາບແວດລ້ອມໂລຈິສຕິກໃນ ສປປ ລາວ”

869

ງານສຳມະນາທາງວິຊາການກ່ຽວກັບທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກພາກ ໃນຫົວຂໍ້” ທ່າແຮງການປ່ຽນແປງຂອງສະພາບແວດລ້ອມໂລຈິສຕິກໃນ ສປປ ລາວ” (ລະບົບອອນລາຍ) ຈັດຂຶ້ນໃນວັນທີ 2 ພະຈິກ 2021 ທີ່ສຳນັກງານບໍລິສັດ ວຽງຈັນ ໂລຊິດສະຕິກ ພາກ ຈຳກັດ ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຈັດໂດຍບໍລິສັດ ວຽງຈັນໂລຊິດສະຕິກ ພາກ ຈຳກັດ ແລະ ອົງການສົ່ງເສີມການຄ້າຍີ່ປຸ່ນປະຈຳ ສປປ ລາວ ມີ ທ່ານ ສາຄອນ ພິລາງາມ ຜູ້ອຳນວຍການໃຫຍ່ທ່າບົກທ່ານາແລ້ງ, ທ່ານ Katsuichi IWAKAMI ຫົວໜ້າອົງການສົ່ງເສີມການຄ້າຍີ່ປຸ່ນປະຈຳລາວ, ທ່ານ Tee Chee Seng ຮອງປະທານບໍລິສັດ ວຽງຈັນ ໂລຊິດສະຕິກ ພາກ ຈຳກັດ, ທ່ານ Yasushi KIKUCHI ຫົວໜ້າອົງການສົ່ງເສີມການຄ້າຍີ່ປຸ່ນປະຈຳລາວ (ຄົນໃໝ່) ພ້ອມທັງ ນັກລົງທຶນຍີ່ປຸ່ນ (ເຂົ້າຮ່ວມທາງລະບົບອອນລາຍ) ແລະ ວິຊາການທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

อาจเป็นรูปภาพของ 1 คน

ໃນພິທີ ທ່ານ ສາຄອນ ພິລາງາມ ໄດ້ຍົກໃຫ້ເຫັນກ່ຽວກັບໂຄງການທ່າບົກທ່ານາແລ້ງໂດຍຫຍໍ້ວ່າ: ທ່າບົກທ່ານາແລ້ງແມ່ນນອນຢູ່ໃນແຜນຍຸດທະສາດພັດທະນາໂລຊິດສະຕິກຂອງລັດຖະບານແຫ່ງ ສປປ ລາວ ໃນການຫັນປ່ຽນປະເທດລາວ ເຊື່ອມໂຍງເຊື່ອມຈອດພາກພື້ນ ແລະ ສາກົນ ເຊິ່ງໃນດໍາລັດວ່າດ້ວຍທ່າບົກ ໄດ້ກໍານົດຈຸດປະສົງໃຫ້ທ່າບົກເປັນຈຸດການບໍລິການ ດ້ານຄົມມະນາຄົມ-ຂົນສົ່ງໃຫ້ສະດວກ ວ່ອງ ໄວ ປອດໄພໂລ່ງລ່ຽນທັນສະໄໝ ແລະ ເປັນມິດກັບສິ່ງແວດລ້ອມ ເຊິ່ງທ່າບົກທ່ານາແລ້ງຂອງພວກເຮົາເປັນດ່ານຊາຍແດນສາກົນໃນການຂົນສົ່ງສິນຄ້າຂ້າມແດນ ແລະ ເປັນທ່າບົກປະເພດໜຶ່ງທີ່ມີບໍລິການຄົບຊຸດ ໂດຍມີການອອກແບບ ຈັດສັນພື້ນທີ່ໃຫ້ບໍລິການເປັນສັດສ່ວນຄືກັບລະບົບທ່າເຮືອສາກົນ ມີລະບົບອໍານວຍ ຄວາມສະດວກທາງດ້ານຂໍ້ມູນຂ່າວສານ ເຊື່ອມຕໍ່ກັບບັນດາສາຍເຮືອ ຜູ້ປະກອບການຂົນສົ່ງຕູ້ສິນຄ້າ ແລະ ພາກສ່ວນອໍານວຍຄວາມສະດວກອື່ນໆຢູ່ທີ່ດ່ານສາກົນ. ການອໍານວຍ ຄວາມສະດວກດ້ານການຂົນ ສົ່ງມີຄວາມວ່ອງໄວເປັນໄປຕາມຂັ້ນຕອນສາກົນ ໂດຍສະເພາະການແຈ້ງຂໍ້ມູນຂົນສົ່ງລ່ວງໜ້າ 24 ຊົ່ວໂມງ ການປ້ອນຂໍ້ມູນບໍລິຫານຄວາມສ່ຽງໃນການຂ້າມແດນໃຫ້ພາກສ່ວນດ່ານຈະເຮັດໃຫ້ພາຫະນະຂົນ ສົ່ງຕ່າງປະເທດປະຢັດເວລາ ແລະ ຫຼຸດຜ່ອນຄວາມແອອັດແກ່ການສົ່ງມອບສິນຄ້າຢູ່ທ່າບົກທ່ານາແລ້ງ ໂດຍການຫຼຸດຂັ້ນຕອນຂ້າມດ່ານທີ່ບໍ່ຈໍາເປັນໃຫ້ເຫຼືອສະເພາະມາດຕະການຄວບຄຸມຄວາມປອດໄພຊາຍແດນ.

อาจเป็นรูปภาพของ 1 คน และ ข้อความพูดว่า "อมท 2 พะจภ 2021 Ory Port and Vientiane Logistics Park on vironment will change in Lao PDR" S Park Co. Ltd and JETRO Vientiane 2 November 2021 SakhonePHILANGAM Sakhone INGAM"

อาจเป็นรูปภาพของ 1 คน และ ข้อความ

ທ່າບົກທ່ານາແລ້ງເປັນຈຸດເຊື່ອມຈອດການຂົນສົ່ງຫຼາຍຮູບແບບທີ່ມີຄວາມສາມາດຮອງຮັບບໍລິມາດຕູ້ສິນຄ້າໄດ້ 1.000 ຫາ 3.000 ຕູ້ຕໍ່ວັນ ຈຶ່ງຕ້ອງໄດ້ນໍາໃຊ້ລະບົບບໍລິຫານຈັດການສະຖານີຂົນສົ່ງທີ່ບັນຊາຫາຫ້ອງຄວບຄຸມກາງ Control Room Center ທີ່ສາມາດບໍລິຫານຈັດການຂັ້ນຕອນການຮັບເຂົ້າ, ການກວດກາ ແລະ ຈັດລຽງຕູ້ສິນຄ້າໃນລານຕູ້ ກໍຄືການຈັດການຄ່ຽນຖ່າຍສິນຄ້າຂຶ້ນ-ລົງພາຫະນະ ແລະ ເຂົ້າ-ອອກພື້ນທີ່ເກັບຮັກສາສິນຄ້າຢ່າງເປັນລະບົບ ເຊິ່ງທ່າບົກທ່ານາແລ້ງແມ່ນໃຊ້ລະບົບບໍລິຫານຈັດການ Terminal Operation System (TOS) ຈຶ່ງຈໍາເປັນຕ້ອງໄດ້ມີການທົດລອງນໍາໃຊ້ເຂົ້າໃນວຽກງານຕົວຈິງ ຂະໜານກັບລະບົບເດີມທີ່ມີຢູ່ລາວ ເພື່ອທົດສອບສັກກະຍະພາບໃນການເກັບກໍາຂໍ້ມູນ ການເຊື່ອມໂຍງກັບລະບົບອື່ນ; ການນໍາໃຊ້ເຂົ້າໃນການບັນຊາການຍົກຍໍຄ່ຽນຖ່າຍປະລິມານຕູ້ສິນຄ້າຈໍານວນຫຼວງຫຼາຍ ພ້ອມທັງຄວາມສາມາດສະຫຼຸບລາຍງານບັນດາສະຖິຕິ ຕົວຊີ້ວັດກໍຄືລາຍງານການເງິນໃຫ້ແກ່ພາກສ່ວນກ່ຽວ ຂ້ອງພາຍໃນບໍລິສັດກໍຄືພາກສ່ວນອື່ນໆໃຫ້ມີຄວາມຄົບຖ້ວນ ທັນເວລາ ເຊິ່ງຜົນສໍາເລັດຂອງການນໍາໃຊ້ປະຕິບັດການທ່າບົກ TOS ຈະສ້າງຄວາມເຊື່ອໝັ້ນໃຫ້ແກ່ຜູ້ປະກອບການຂົນສົ່ງທາງບົກ ແລະ ທາງລົດໄຟທີ່ຈະໄດ້ມີໂຄງລ່າງພື້ນຖານທາງດ້ານຄົມມະນາຄົມທີ່ທັນສະໄໝ ມີ ຄວາມສາມາດໃຫ້ບໍລິການໃນປະລິມານສູງ ແລະ ເຊື່ອມຈອດບັນດາເສັ້ນທາງເຊື່ອມຕໍ່ການຂົນສົ່ງທາງບົກສາຍເອເຊຍເລກທີ 12 (AH12) ກໍຄືເສັ້ນທາງລົດໄຟລາວ-ຈີນ ແລະ ລົດໄຟລາວ-ໄທ ທີ່ສາມາດໃຫ້ບໍລິການການຂົນສົ່ງທີ່ມີຕົ້ນທຶນຕໍ່າ ເຊິ່ງຈະນໍາໄປສູ່ການຫຼຸດຜ່ອນຕົົ້ນທຶນໂລຊິດສະຕິກຂອງ ສປປ ລາວ ໃຫ້ສາມາດແຂ່ງຂັນໄດ້.

อาจเป็นรูปภาพของ กลางแจ้ง

ທັງນີ້ຜົນສໍາເລັດຂອງການບໍລິການທີ່ເປັນລະບົບຂອງທ່າບົກທ່ານາແລ້ງຈະສາມາດຍົກຍ້າຍບໍລິການຄ່ຽນຖ່າຍສິນຄ້າເຂົ້າ-ອອກຕູ້ ການເຕົ້າໂຮມ ແລະ ການກະຈາຍສິນຄ້າມາໄວ້ຢູ່ ສປປ ລາວ ອັນຈະເປັນການສ້າງລາຍຮັບເຂົ້າປະເທດ ນອກນັ້ນທີ່ຕັ້ງທ່າບົກທ່ານາແລ້ງຍັງເປັນຈຸດເຊື່ອມຈອດການຂົນສົ່ງສິນຄ້າລົດໄຟລາວ-ໄທ ແລະ ລົດໄຟລາວ-ຈີນ ຈຶ່ງສາມາດນໍາໄປສູ່ການບໍລິການຜ່ານແດນສິນຄ້າລະຫວ່າງໄທ ແລະ ຈີນ ເຊິ່ງຈະເປັນນະວັດຕະກໍາໃໝ່ໃນການນໍາໃຊ້ທ່າບົກທ່ານາແລ້ງໃຫ້ເກີດປະສິດທິພາບສູງສຸດ.

อาจเป็นรูปภาพของ ท้องฟ้า

อาจเป็นรูปภาพของ กลางแจ้ง

ພາຍຫຼັງທີ່ທ່ານ ສາຄອນ ພິລາງາມ ໄດ້ລາຍງານແລ້ວ ຝ່າຍຍີ່ປຸ່ນໄດ້ມີຄຳເຫັນແລກປ່ຽນບາງບັນຫາກ່ຽວກັບການບໍລິການຢູ່ທ່າບົກທ່ານາແລ້ງເປັນຕົ້ນ: ທ່າບົກທ່ານາແລ້ງມີບົດບາດສຳຄັນແນວໃດຕໍ່ກັບການເຊື່ອມຕໍ່ທາງລົດໄຟລາວ-ຈີນ ແລະ ທາງລົດໄຟລາວ-ໄທ, ການຮັບສິນຄ້າຈາກປະເທດໄທໄປຍັງປະເທດຈີນກໍຄືຈາກປະເທດທີໜຶ່ງໄປປະເທດທີສາມ, ການຈັດສົ່ງສິນຄ້າຂອງໂຮງງານຍີ່ປຸ່ນຢູ່ ສປປ ລາວ ໄປຍັງປະເທດຍີ່ປຸ່ນ, ການເກັບຄ່າບໍລິການການຂົນສິນຄ້າ ແລະ ອື່ນໆທີ່ຝ່າຍຍີ່ປຸ່ນສົນໃຈໃນດ້ານການບໍລິການຢູ່ທ່າບົກທ່ານາແລ້ງຂອງບໍລິສັດ ວຽງຈັນ ໂລຊິດສະຕິກ ພາກ ຈຳກັດ ເຊິ່ງແຕ່ລະຄຳຖາມນັ້ນ ທ່ານ ສາຄອນ ພິລາງາມ ກໍໄດ້ອະທິບາຍໃຫ້ຂໍ້ມູນຢ່າງລະອຽດຈະແຈ້ງ ກ່ຽວກັບດ້ານການບໍລິການຕ່າງໆທີ່ທ່າບົກທ່ານາແລ້ງເປັນຈຸດເຊື່ອມຕໍ່ ແລະ ການບໍລິການຂົນສົ່ງ ເປັນຈຸດຮອງຮັບສິນຄ້າທີ່ຈະຂົນສົ່ງສິນຄ້າໄປຍັງປະເທດຕ່າງໆດ້ວຍທາງລົດໄຟ ໂດຍທ່າບົກທ່ານາແລ້ງຈະເປັນຜູ້ບໍລິການສິ່ງອຳນວຍຄວາມສະດວກດ້ານຕ່າງໆໃຫ້ແກ່ການຂົນສົ່ງສິນຄ້າທາງບົກຂອງບໍລິສັດຕ່າງໆ ໂດຍລວມແລ້ວງານສຳມະນາຄັ້ງນີ້ໄດ້ເຮັດໃຫ້ຜູ້ເຂົ້າຮ່ວມຝ່າຍຍີ່ປຸ່ນມີຄວາມເຂົ້າໃຈຫຼາຍຂຶ້ນຕື່ມ ຈະເປັນຂໍ້ມູນທີ່ເປັນປະໂຫຍດໃຫ້ແກ່ຝ່າຍຍີ່ປຸ່ນນຳໄປກະຈາຍໃຫ້ບັນດານັກທຸລະກິດຍີ່ປຸ່ນ ໂດຍສະເພາະນັກທຸລະກິດຍີ່ປຸ່ນທີ່ມາລົງທຶນສ້າງຕັ້ງບໍລິສັດ ແລະ ໂຮງຈັກໂຮງງານຜະລິດສິນຄ້າຢູ່ ສປປ ລາວ ເພື່ອສົ່ງອອກຕ່າງປະເທດເປັນຕົ້ນແມ່ນປະເທດຍີ່ປຸ່ນ.