ສະແດງຄວາມຍິນດີກັບ ໂຢ່ໂຢ້ ວານີພອນ ພູມີໄຊ ຮອງອັນດັບສອງ Miss Universe Laos 2021

814

ສຸດທ້າຍແລ້ວພວກເຮົາກໍ່ຮູ້ວ່າ ມີສາວງາມຄົນໃດທີ່ສົມຕຳແໜ່ງໃນເວທີຈັກກະວານ ຂໍສະແດງຄວາມຍິນດີດ້ວຍ ກັບຜູ້ໄດ້ຮັບຕໍາແຫນ່ງຮອງອັນດັບສອງ  ຈາກເວທີອັນຊົງກຽດ ແລະ ເປັນຄວາມໃຝ່ຝັນຂອງຜູ້ຍິງທຸກຄົນ Miss Universe Laos 2021.

ສຳລັບສາວງາມຄົນນີ້ລົງເວທີໃດແຟນໆຈະເຊຍຫນັກແຮງ ເພາະມີຄວາມພຽບພ້ອມໃນຫລາຍດ້ານ ເຖິງເວທີນີ້ຈະບໍ່ເຖິງເປົ້າຫມາຍສູງສຸດ ແຕ່ກໍ່ໄດ້ໃຈແຟນໆໄປເຕັມໆ ສໍາລັບສາວ ວານີພອນ ພູມີໄຊ ຫລື ໂຢ່ໂຢ້ ໝາຍເລກ 09 ປັດຈຸບັນອາຍຸ 26ປີ , ສ່ວນສູງ 170cm, ນ້ຳຫນັກ 55kg, ສັດສ່ວນ 34-26-36, ຈາກນະຄອນຫຼວງວຽງຈັນ, ຈົບປະລິນຍາຕີ ຢູ່ທີ່ຄະນະວິສະວະກຳສາດ ສາຂາໂທລະຄົມມະນາຄົມ ເເລະ ການສື່ສານ.

ສໍາລັບ ໂຢ່ໂຢ້ເຄີຍຜ່ານເວທີປະກວດ Miss Vientiane ຫລື ນາງສາວ ນະຄອນຫຼວງວຽງຈັນ 2017 ເເລະ ເວທີ Miss Tourism Queen Laos 2018 ທີ່ສໍາຄັນທັງສອງເວທີນັ້ນ ໂຢ່ໂຢ້ ກໍສາມາດຄວ້າຕໍາແຫນ່ງຊະນະເລີດຈາກສອງເວທີມາໄດ້ ແລະ ຕໍາແຫນ່ງໃຫມ່ໆລ່າສຸດເລີຍກໍຄື ຮອງອັນດັບສອງ Miss Universe Laos 2021ນັ້ນເອງ.

ຄະຕິປະຈຳໃຈຂອງໂຢ່ເເມ່ນ ‘’ຢ່າຢືດຕິດກັບອາດີດ ເເຕ່ຈົ່ງກ້າວໄປຂ້າງໜ້າກັບຄວາມຫວັງ’’ , ແລະ ເຫດຜົນທີ່ເຮັດໃຫ້ເລືອກມາເວທີນີ້ ຍ້ອນນີ້ເປັນທີ່ສຸດເເລ້ວ ເປັນເວທີລະດັບຈັກກະວານ ເເລະ ເປັນຄວາມໃຝ່ຝັນມາເເຕ່ນ້ອຍເລີຍ ຄິດວ່າຈັກມື້ໜຶ່ງຢາກຈະໄປຢືນຢູ່ຈຸດນັ້ນ ເພາະທຸກຄົນທີ່ໄປຢືນຢູ່ຈຸດນັ້ນລ້ວນມີສັກກະຍະພາບ, ມີຄວາມສາມາດ ແລະ ຄວາມສະຫງ່າງາມທີ່ໂດດເດັ່ນ.

ສຳລັບຈຸດເດັ່ນຂອງໂຢ່ໂຢ້ແມ່ນຄົນທີມີເປັນຄວາມຕັ້ງໃຈ, ພະຍາຍາມ ເເລະ ການທີ່ບໍ່ຍອມເເພ້ກັບຫຍັງງ່າຍໆ ກ່ອນການປະກວດໂຢ່ກໍ່ໄດ້ມີການກຽມຕົວ ເລື່ອງຂອງຫຸ່ນ ເເລະ ຮັກສາສຸຂະພາບໂຕເອງໃຫ້ເເຂງເເຮງໄວ້ ເພື່ອເຂົ້າປະກວດ ເເລະ ທີ່ສຳຄັນທີ່ສຸດກໍຄືກຽມຄວາມພ້ອມ, ຄວາມໝັ້ນໃຈ

ວິໄສທັດແມ່ນ ຢ່າຍຶດຕິດກັບອາດີດທີ່ຜ່ານມາ ເເຕ່ຈົ່ງກ້າວໄປຂ້າງໜ້າດ້ວຍຄວາມຫວັງ, ເປົ້າຫມາຍສູງສຸດແມ່ນ ຢາກເປັນອີກໜຶ່ງກະບອກສຽງຂອງສັງຄົມ ທີ່ມອບໂອກາດໃຫ້ກັບເດັກນ້ອຍ ແລະ ຜູ້ສູງອາຍຸ ທີ່ຢູ່ຫ່າງໄກ ທີ່ຍັງຂາດເຂີນ ໃຫ້ໄດ້ຮັບໂອກາດ ເເລະ ການຊ່ວຍເຫຼືອ.

ຜົນງານທີ່ຜ່ານມາຂອງໂຢ່ມີຖ່າຍເເບບ , ເດີນເເບບ ບໍ່ວ່າຈະຢູ່ພາຍໃນ ຫຼື ວ່າຕ່າງປະເທດ , ສະເເດງເອັມວີເພງ ເເລະ ມີອື່ນໆອີກຫຼາຍໆຢ່າງ ແລະ ເຖິງຈະບໍ່ໄດ້ຕໍາແຫນ່ງສູງສຸດແຕ່ກໍ່ໄດ້ຄອບຄອງໃຈແຟນໆມະຫາຊົນນາງງາມໄປຄອງເປັນທີ່ຮຽບຮ້ອ ແລະ ທີມຂ່າວບັນເທີງຂອງພວກເຮົາຕ້ອງຂໍສະແດງຄວາມຍິນດີກັບນ້ອງອີກຄັ້ງຫນຶ່ງດ້ວຍ ສາມາດຕິດຕາມຜົນງານ ແລະ ສະຫນັບສະຫນູນທຸຫຜົນງານຂອງນ້ອງໄດ້ຜ່ານທາງເຟສບຸກສ່ວນຕົວ YoYo Phoumixay.

ຮູບ: YoYo Phoumixay.