ສະຫາຍ ປອ ຄໍາແພງ ໄຊສົມແພງ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກກະຊວງ ອຸດສາຫະກຳ ແລະ ການຄ້າ

1653

ກອງປະຊຸມ ໃຫຍ່ອົງຄະນະພັກກະຊວງອຸດສາຫະກຳ ແລະ ການຄ້າ ຄັ້ງທີ V ສໍາເລັດລົງຢ່າງຈົບງາມໃນຕອນເຊົ້າວັນທີ 3 ພະຈິກ 2021 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍໄດ້ບ່ອນບັດເອົາຄະນະບໍລິຫານງານພັກກະຊວງອຸດສາຫະກໍາ ແລະ ການຄ້າຊຸດໃໝ່ ປະກອບມີ 17 ສະຫາຍ ໃນນີ້ໄດ້ເປັນເອກກະສັນ ເລືອກເອົາ ສະຫາຍ ປອ ຄຳແພງ ໄຊສົມແພງ ເປັນເລຂາຄະນະບໍລິຫານງານພັກ, ສະຫາຍ ນາງ ຈັນສຸກ ແສງພະຈັນ ເປັນຮອງເລຂາຄະນະບໍລິຫານງານພັກ.


ກອງປະຊຸມໃຫຍ່ຄັ້ງນີ້ ໄດ້ມີຜູ້ແທນສົມບູນເຂົ້າຮ່ວມ ຈໍານວນທັງໝົດ 198 ສະຫາຍ, ຍິງ 47 ສະຫາຍ ຊຶ່ງເປັນຕົວແທນໃຫ້ສະມາຊິກພັກຈໍານວນທັງໝົດ 742 ສະຫາຍ ໃນ 24 ຮາກຖານພັກອ້ອມຂ້າງອົງຄະນະພັກກະຊວງອຸດສາຫະກໍາ ແລະ ການຄ້າ.ພາຍໃຕ້ການເປັນປະທານ ຂອງ ສະຫາຍ ປອ ຄໍາແພງ ໄຊສົມແພງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ. ໂດຍໄດ້ຮັບກຽດເຂົ້າຮ່ວມຂອງ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ.

ກອງປະຊຸມດໍາເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ປະສົບຜົນສໍາເລັດຢ່າງສະຫງ່າງາມ ຕາມຈຸດປະສົງ ຄາດໝາຍຂອງກອງປະຊຸມທີ່ໄດ້ກໍານົດໄວ້. ກອງປະຊຸມໄດ້ພ້ອມກັນຜ່ານຮ່າງລາຍງານການເມືອງຂອງຄະນະບໍລິຫານງານພັກກະຊວງອຸດສາຫະກໍາ ແລະ ການຄ້າ ສະໄໝທີ IV ຊຶ່ງສະເໜີໂດຍສະຫາຍ ປອ ຄໍາແພງ ໄຊສົມແພງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ; ຜ່ານຮ່າງແຜນພັດທະນາອຸດສາຫະກໍາປຸງແຕ່ງ ແລະ ການຄ້າ ໄລຍະ 5 ປີ (2021-2025) ຂອງຂະແໜງອຸດສາຫະກໍາ ແລະ ການຄ້າ ສະເໜີໂດຍ ສະຫາຍ ສົມຈິດ ອິນທະມິດ ຄະນະປະຈໍາພັກ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ຜ່ານຮ່າງບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານພັກກະຊວງ ສະເໜີໂດຍ ສະຫາຍ ນາງ ຈັນສຸກ ແສງພະຈັນ ຄະນະບໍລິຫານງານພັກ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ. ຫຼັງຈາກນັ້ນ ກອງປະຊຸມໄດ້ເຫັນດີເປັນເອກະພາບຢ່າງສົມບູນ ຕໍ່ກັບບັນດາຮ່າງເອກະສານດັ່ງກ່າວ ແລະ ໄດ້ລົງມະຕິຮັບຮອງເອົາຢ່າງເປັນເອກະສັນ ດັ່ງມີເນື້ອໃນຕົ້ນຕໍ່ດັ່ງນີ້:

ໃນຮ່າງລາຍງານການເມືອງ ແມ່ນໄດ້ສະຫຼຸບຕີລາຄາຄືນ ຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກກະຊວງ ອຸດສາຫະກຳ ແລະ ການຄ້າ ໄລຍະ 5 ປີ (2016-2020) ໂດຍເຫັນໄດ້ຜົນສຳເລັດໃນແຕ່ລະດ້ານທີ່ພົ້ນເດັ່ນ
ໃນຮ່າງລາຍງານການເມືອງ ຍັງໄດ້ເບິ່ງຄືນ ແລະ ເຫັນໄດ້ບາງຈຸດອ່ອນ, ຂໍ້ຄົງຄ້າງ ແລະ ບາງບົດຮຽນ ທີ່ຖອດຖອນໄດ້.


1. ລາຍງານການເມືອງໄດ້ຍົກໃຫ້ເຫັນຜົນງານ ແລະ ໄດ້ສັງເກດຕີລາຄາສະພາບການນໍາພາຂອງຄະນະບໍລິຫານງານພັກກະຊວງອຸດສາຫະກໍາ ແລະ ການຄ້າ ສະໄໝທີ IV ແຕ່ປີ 2016-2020 ດ້ວຍຈິດໃຈບຸກທະລຸ ໃນການປະຕິບັດໜ້າທີ່ການເມືອງຂອງຕົນແຕ່ລະດ້ານ, ພ້ອມທັງໄດ້ກໍານົດທິດທາງໜ້າທີ່ວຽກງານໃນຕໍ່ໜ້າ ໂດຍເພີ່ມທະວີການນໍາພາຂອງພັກ, ສ້າງພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ; ບໍາລຸງສ້າງຖັນແຖວພະນັກງານໃຫ້ຮັບປະກັນທາງດ້ານຄຸນນະພາບ; ສືບຕໍ່ພາລະກິດປ່ຽນແປງໃໝ່ ໂດຍຖືເອົາເສດຖະກິດເປັນໃຈກາງ ດ້ວຍການຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ເຂົ້າໃນຂະແໜງອຸດສາຫະກໍາ ແລະ ການຄ້າ ຢ່າງມີປະສິດທິຜົນສູງ, ສ້າງບາດກ້າວບຸກທະລຸໃຫ້ແຂງແຮງ ໃນການພັດທະນາວຽກງານອຸດສາຫະກຳ ແລະ ການຄ້າ ຢ່າງເປັນລະບົບ ແລະ ມີບາດກ້າວໃໝ່ ຕາມ 3 ແຜນນະໂຍບາຍ ການເຊື່ອມໂຍງເສດຖະກິດຂອງພາກພື້ນ ແລະ ສາກົນຢ່າງເປັນເຈົ້າການ, ສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ພາກທຸລະກິດ ແລະ ສ້າງຄວາມພ້ອມແກ່ພາກທຸລະກິດເພື່ອຮອງຮັບການແຂ່ງຂັນທີ່ເພີ່ມຂຶ້ນຢ່າງຍືນຍົງ.


2. ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາອຸດສາຫະກໍາປຸງແຕ່ງ ແລະ ການຄ້າ ໄລຍະ 5 ປີ (2016-2020) ສະແດງໃຫ້ເຫັນຜົນງານ ຜົນສໍາເລັດໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ແລະ 3 ນະໂຍບາຍ ໃນການເຊື່ອມໂຍງກັບເສດຖະກິດຂອງພາກພື້ນ ແລະ ສາກົນຢ່າງເປັນເຈົ້າການ, ສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ພາກທຸລະກິດ ແລະ ສ້າງຄວາມພ້ອມແກ່ພາກທຸລະກິດ ເພື່ອຮອງຮັບກັບການແຂ່ງຂັນທີ່ເພີ່ມຂຶ້ນຢ່າງຍືນຍົງ ທີ່ມະຕິກອງປະຊຸມໃຫຍ່ສະໄໝທີ IV ກໍານົດໄວ້ຢ່າງສໍາເລັດຜົນ. ພ້ອມນີ້ກໍໄດ້ວາງທິດທາງແຜນພັດທະນາ 5 ປີ ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ແຕ່ນີ້ຮອດປີ 2025 ເພື່ອສູ້ຊົນສໍາເລັດໃຫ້ໄດ້ 5 ແຜນງານ 20 ຄາດໝາຍ ແລະ ຕົວຊີ້ວັດ ໂດຍໄດ້ກໍານົດນະໂຍບາຍ, ມາດຕະການ, ກົນໄກການຈັດຕັ້ງປະຕິບັດ ແລະ ການຕິດຕາມ ກວດກາ ແລະ ປະເມີນຜົນເປັນແຕ່ລະໄລຍະ ຮັບປະກັນໃຫ້ໄດ້ຜົນສໍາເລັດຢ່າງມີປະສິດທິຜົນສູງ.


3. ກອງປະຊຸມໃຫຍ່ໄດ້ເປັນເອກະພາບສູງ ຕໍ່ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກກະຊວງອຸດສາຫະກໍາ ແລະ ການຄ້າສະໄໝ IV ຊຶ່ງໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງຕໍ່ຄວາມພະຍາຍາມຢ່າງຕັ້ງໜ້າ ແລະ ເປັນເຈົ້າການໃນການເສີມຂະຫຍາຍມູນເຊື້ອຂອງພັກ,ການຕໍານິຕິຊົມຕົນເອງ ແລະ ຕິຊົມຊຶ່ງກັນແລະກັນ ເພື່ອຄວາມກ້າວໜ້າ ແລະ ຍືນຍົງ. ກອງປະຊຸມໃຫຍ່ໄດ້ຊົມເຊີຍຄວາມສາມັກຄີເປັນເອກະພາບຢ່າງໜັກແໜ້ນ, ຄວາມບຸກບືນພະຍາຍາມອັນໜຽວແໜ້ນຂອງຄະນະບໍລິຫານງານພັກກະຊວງ ໃນການນໍາພາຊີ້ນໍາການຈັດຕັ້ງປະຕິບັດບັນດາແນວທາງນະໂຍບາຍປ່ຽນແປງໃໝ່ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນຂົງເຂດວຽກງານອຸດສາຫະກໍາ ແລະ ການຄ້າ ດ້ວຍທ່ວງທ່າບຸກທະລຸ, ນໍາໜ້າ ແລະ ໝັ້ນຄົງ.


ກອງປະຊຸມໃຫຍ່ໄດ້ດໍາເນີນການປ່ອນບັດເລືອກຕັ້ງຄະນະບໍລິຫານງານພັກກະຊວງອຸດສາຫະກໍາ ແລະ ການຄ້າ ສະໄໝທີ V ຕາມມາດຖານເງື່ອນໄຂທີ່ກໍານົດໄວ້. ຜູ້ສະໝັກຮັບເລືອກຕັ້ງມີຈໍານວນທັງໝົດ 21 ສະຫາຍ ແລະ ເລືອກໄດ້ 17 ສະຫາຍ ຊຶ່ງແຕ່ລະສະຫາຍລ້ວນແລ້ວແມ່ນຜູ້ທີ່ມີຄວາມຮູ້ຄວາມສາມາດ, ມີບົດຮຽນ ໃນການນໍາພາຊີ້ນໍາວຽກງານອຸດສາຫະກໍາ ແລະ ການຄ້າ ໃນໄລຍະຜ່ານມາ.
ກອງປະຊຸມໃຫຍ່ຄັ້ງປະຖົມມະລຶກຂອງຄະນະບໍລິຫານງານພັກກະຊວງອຸດສາຫະກໍາ ແລະ ການຄ້າ ສະໄໝທີ V ໄດ້ເປັນເອກະສັນເລືອກເອົາຄະນະປະຈໍາພັກ, ສະຫາຍເລຂາ, ຮອງເລຂາ ແລະ ປະທານ, ຮອງປະທານຄະນະກວດກາພັກ ຄື:ເປັນເອກະສັນເລືອກຕັ້ງຄະນະປະຈໍາພັກກະຊວງ 5 ສະຫາຍ, ຄະນະກວດກາພັກ 3 ສະຫາຍ, ເປັນເອກະສັນເລືອກເອົາ ສະຫາຍ ປອ. ຄໍາແພງ ໄຊສົມແພງ ເປັນເລຂາຄະນະບໍລິຫານງານພັກ, ສະຫາຍ ນາງ ຈັນສຸກ ແສງພະຈັນ ເປັນຮອງເລຂາຄະນະບໍລິຫານງານພັກ.

ກອງປະຊຸມໃຫຍ່ ຍັງໄດ້ຮັບຟັງຄໍາໂອ້ລົມ ຈາກ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານກໍຄືຜົນສຳເລັດການນໍາພາ ຊີ້ນຳ ຂອງຄະນະບໍລິຫານພັກກະຊວງອຸດສາຫະກໍາ ແລະ ການຄ້າສະໄໝທີ IV ຜ່ານມາ. ພ້ອມກັນນັ້ນ ສະຫາຍຍັງໄດ້ສະແດງຄວາມເປັນຫ່ວງເປັນໄຍຕໍ່ດ້ານອ່ອນ, ຂໍ້ຄົງຄ້າງ ຊຶ່ງຮຽກຮ້ອງໃຫ້ຄະນະບໍລິຫານງານພັກຊຸດໃໝ່ ຕ້ອງໄດ້ສືບຕໍ່ປັບປຸງ, ແກ້ໄຂ.