ກຸ່ມບຸລິມະສິດສູງສຸດທີ່ຕ້ອງໄດ້ສັກວັກຊີນກ່ອນໝູ່ ແມ່ນຜູ້ສູງອາຍຸ ແລະ ຜູ້ມີພະຍາດປະຈໍາໂຕ

320

ທ່ານ ດຣ ບົວຜັນ ຄໍາພາພົງຜ່ານ ຮອງຫົວໜ້າສູນລະບາດ ວິທະຍາ, ກະຊວງສາທາລະນະສຸກ ລາຍການສະຖານະການໂຄວິດ 19 ວ່າ ມື້ນີ້ແມ່ນມື້ທໍາອິດ ທີ່ ສປປ ລາວເຮົາ ມີລາຍງານຕົວເລກການຕິດເຊື້ອໃໝ່ໃນທົ່ວປະເທດ ສູງທີ່ສຸດ ສູງເຖິງ 1ພັນກວ່າຄົນພາຍໃນມື້ດຽວ.
ເຖິງແມ່ນວ່າ ຄະນະສະເພາະກິດທຸກຂັ້ນ ຈະວາງມີມາດຕະການອອກມາ ດີສ່ຳໃດກໍ່ຕາມ ແຕ່ຖ້າພວກເຮົາທຸກຄົນບໍ່ພ້ອມໃຈກັນປະຕິບັດເປັນເຈົ້າການ ປະຕິບັດມາດຕະການທີ່ຄະນະສະເພາະກິິດວາງງອອກຢ່າງຈິງຈັງ ແລະ ເຂັ້ມງວດແລ້ວນັ້ນ ບັນດາມາດຕະການທີ່ໄດ້ວາງອອກ ແມ່ນຈະບໍ່ໄດ້ຮັບຜົນສຳເລັດ, ຍິ່ງໄປກວ່ານັ້ນ ການຕິດເຊື້ອພາຍໃນຊຸມຊົນ ອາດຈະລະບາດເປັນວົງກວ້າງ ແລະ ແກ່ຍາວ.

ສະເພາະມື້ນີ້ ນະຄອນຫຼວງວຽງຈັນ ຍັງມີລາຍງານການຕິດເຊື້ອຫຼາຍກວ່າໝູ່, ສ່ວນ ແຂວງອື່ນ ລາຍງານການຕິດເຊື້ອແບບກ້າວກະໂດດ ພົບວ່າອັດຕາການກວດພົບເຊື້ອແມ່ນສູງຫຼາຍ ໂດຍສະເພາະ ໃນແຂວງ ວຽງຈັນ, ແຂວງຫຼວງນໍ້າທາ, ແຂວງຫຼວງພະບາງ ແລະ ແຂວງເຊກອງ. ກຸ່ມຄົນທີ່ຕິດເຊື້ອ ທີ່ພົບເປັນກຸ່ມໃໝ່ທີ່ໜ້າກັງວົນ ຄືກຸ່ມນັກຮຽນ ກຸ່ມພະນັກງານ ແລະ ກຸ່ມອາຊີບຄົນຂັບລົດທາງໄກ.
ການເສຍຊີວິດໃນ ເດືອນຕຸລາຜ່ານມາ ແມ່ນພົ້ນເດັ່ນທີ່ສຸດ ມີທັງໝົດເຖິງ 38 ທ່ານ ໃນນີ້ ມີຜູ້ສູງອາຍຸ 60ປີ ຂື້ນໄປ ເຖິງ 27 ທ່ານ ກວມ 71 %.

ຖືວ່າຜູ້ສູງອາຍຸ ກວມຊັດສວ່ນຈໍານວນຫຼາຍກວ່າໝູ່ ໃນຈໍານວນຜູ້ເສຍຊີວິດທັງໝົດ. ໃນກຸ່ມຜູ້ສູງອາຍຸທັງໝົດ 27 ທ່ານນີ້ ຍັງພົບວ່າ ພວກເພີ່ນມີພະຍາດປະຈໍາຕົວ ແລະ ບໍ່ໄດ້ສັກວັກຊິນ ກວມເຖິງ 66,7 %. ນີ້ຄືຂໍ້ມູນສໍາຄັນທີ່ເນັ້ນຢໍ້າວ່າ ກຸ່ມຜູ້ສູງອາຍຸ ທີ່ມີພະຍາດປະຈໍາຕົວ ເປັນກຸ່ມທີ່ສ່ຽງສູງທີ່ສຸດ ເມື່ອຕິດເຊື້ອໂຄວິດ 19 ກໍ່່ມັກຈະເຮັດໃຫ້ພວກເພີ່ນ ມີອາການຂັ້ນວິກິດ ຈົນເຖິງຂັ້ນເສຍຊີວິດ.

ສະນັ້ນ ພັກ ແລະ ລັດຖະບານ ຈື່ງຈັດກຸ່ມຜູ້ສູງອາຍຸ ແລະ ກຸ່ມທີ່ມີພະຍາດປະຈໍາຕົວ ເປັນກຸ່ມບຸລິມະສິດສູງສຸດທີ່ຕ້ອງໄດ້ສັກວັກແຊງຕ້ານໂຄວິດກ່ອນໃຜໝົດ. ແຕ່ການສັກວັກຊິນຜ່ານມາ ພົບວ່າ ກຸ່ມດັ່ງກ່າວ ໄດ້ສັກວັກຊິນຍັງບໍ່ທັນໄດ້ເປົ້າໝາຍ. ສະນັ້ນ ອີກເທື່ອໜື່ງ ຮຽກຮ້ອງໃຫ້ຄອບຄົວ ຈົ່ງໄດ້ໃຫ້ຄວາມສໍາຄັນແກ່ກຸ່ມສູງອາຍຸ ແລະ ກຸ່ມທີ່ມີພະຍາດປະຈໍາຕົວ ໂດຍພາພວກເພີ່ນໄປສັກວັກຊິນໃຫ້ໄວທີ່ສຸດ.