ຮູ້ຄວາມໝາຍຂອງເສື້ອຄຸມປະຊຸມສານ ຂອງ ສປປ ລາວ

1042

ບໍອີຫຼີກໍບໍມີໃຜຮູ້ສຳລັບຄວາມໝາຍຂອງຊຸດເສື້ອຄຸມປະຊຸມສານ ຂອງ ສປປ ລາວ ເນື່ອງຈາກວ່າ ເປັນເສື້ອຄຸມທີ່ສວມໃສ່ສະເພາະໃນເວລາປະຕິບັດໜ້າທີ່ໃນທີ່ປະຊຸມສານເທົ່ານັ້ນ ດັ່ງນັ້ນ, ຈຶ່ງບໍ່ຄ່ອຍໄດ້ເຫັນທົ່ວໄປ ຫຼື ມີພະນັກງານໃສ່ໄປໃສມາໃສ ແຕ່ເມື່ອເຫັນແລ້ວປະກົດວ່າມັນສະງ່າງາມເກັງຂາມ.

ເສື້ອຄຸມປະຊຸມສານ ຂອງ ສປປ ລາວ ແຕ່ລະສ່ວນແມ່ນລ້ວນແລ້ວແຕ່ມີຄວາມໝາຍ ໃນຕົວຂອງມັນໂດຍແຍກອອກເປັນ 5 ສ່ວນດັ່ງນີ້:
1 ເຄື່ອງໝາຍຂອງສານຢູ່ແພສີເຫຼືອງທີ່ຢູ່ເຄິ່ງຫົວໃຈ: ການກໍານົດເຄື່ອງໝາຍສານຢູ່ເຄິ່ງຫົວໃຈ ກໍ່ເນື່ອງຈາກວ່າ ການພິຈາລະນາຕັດສິນຕ້ອງຄົ້ນຄິດ ພິຈາລະນາ ຮິ່ນຕອງຢ່າງລະອຽດ ຖີ່ຖ້ວນ ເຊິ່ງຄຳນຶງເຖິງດ້ານດີ ແລະ ຜົນສະທ້ອນທີ່ຈະຕາມມາ ບົນພື້ນຖານຂໍ້ມູນຫຼັກຖານຢ່າງຄົບຖ້ວນ ຮອບດ້ານ ແລະ ພາວະວິໄສ ແລະ ອ້າງອີງໃສ່ກົດໝາຍ.

2 ເສື້ອຈະມີກີບສະຫຼັບຊັບຊ້ອນ: ການທີ່ເຮັດໃຫ້ກີບມີສະຫຼັບຊັບຊ້ອນ ນັ້ນໝາຍເຖິງ ຄະດີຈະມີຄວາມສະຫຼັບຊັບຊ້ອນ ຫຍຸ້ງຍາກສັບສົນ ແຕ່ການດໍາເນີນຄະດີແມ່ນເປັນໄປຕາມຂັ້ນຕອນ ລະບຽບການທີ່ກົດໝາຍໄດ້ກຳນົດໄວ້.
3ເສື້ອສີດໍາ: ການນໍາໃຊ້ເສື້ອສີດໍາ ກໍ່ເນື່ອງຈາກວ່າສີດໍາເປັນສີທີ່ບໍ່ປ່ຽນເປັນສີອື່ນໄດ້ ນີ້ສະແດງເຖິງຄວາມເປັນເອກະພາບຂອງຜູ້ພິພາກສາ ໂດຍບໍ່ມີການແຊກແຊງຈາກພາຍນອກ ໃນເວລາທີ່ຂຶ້ນບັນລັງຕັດສິນຄະດີທີ່ອ້າງອີງຕາມຂໍ້ມູນຫຼັກຖານ ແລະ ກົດໝາຍຢ່າງເຂັ້ມງວດ.

4 ແພສີເຫຼືອງພາດໃສ່ບ່າເບື້ອງຊ້າຍ: ການພາດໃສ່ບ່ານັ້ນໝາຍເຖິງ ຜູ້ພິພາກສາເປັນຜູ້ມີໜ້າທີ່ແບກຫາບຄວາມຍຸດຕິທໍາໃນສັງຄົມ ຍາມໃດກໍ່ກຽມພ້ອມແບກຫາບພາລະກິດປະຕິວັດ ອັນໜັກໜ່ວງ ແລະ ມີກຽດສະຫງ່າທີ່ພັກ-ລັດ ແລະ ປະຊາຊົນມອບໜ້າທີ່ໃຫ້.

5 ເສື້ອຈະມີແພສີເຫຼືອງພາດໃສ່ບ່າເບື້ອງຊ້າຍ: ການໃຊ້ຜ້າແພສີເຫຼືອງນັ້ນ ສະແດງເຖິງຄວາມເຫຼື້ອໃສສັດທາ ແລະ ຄວາມເຊື່ອຖືຕໍ່ການຕັດສິນຂອງສານ ເນື່ອງຈາກສີເຫຼືອງຄືສີຄໍາ ທີ່ເປັນວັດຖຸທີ່ມີຄ່າ ແລະ ເປັນທີ່ເຄົາລົບເຊື່ອຖືຂອງປະຊາຊົນ.