ລາຍລະອຽດຜູ້ເສຍຊີວິດໃໝ່ 3 ກໍລະນີ ມື້ນີ້ ເສຍໃຈນໍາຄອບຄົວເດີ້

474

ມາຮອດວັນທີ 02 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 42.891 ຄົນ, ເສຍຊີວິດສະສົມ 73 ຄົນ (ໃໝ່ 03), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 348 ຄົນ, ກໍາລັງປິ່ນປົວ 7.864 ຄົນ.
ສໍາລັບລາຍລະອຽດຜູ້ເສຍຊີວິດໃໝ່ 03 ຄົນ ມີດັ່ງນີ້

1 ຜູ້ທີ 1 ເພດຊາຍ, ອາຍຸ 75 ປີ, ອາຊີບ ປະຊາຊົນ, ບ້ານຢູ່ປະຈຸບັນ ບ້ານນາແພງ, ເມືອງທຸລະຄົມ, ແຂວງວຽງຈັນ
ພະຍາດປະຈໍາຕົວ ຄົນເຈັບເປັນອໍາມະພາດ, ບໍ່ໄດ້ສະຕິ, ຍ່າງບໍ່ໄດ້ 1 ປີ ແລ້ວ, ຮ່າງກາຍຈ່ອຍຜ່ອມ
ຜ່ານມາບໍ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19, ວັນທີ 31 ຕຸລາ 2021 ພັນລະຍາຂອງຜູ້ກ່ຽວ ອາຍຸ 65 ປີ ກວດພົບເຊື້ອ

ວັນທີ 01 ພະຈິກ 2021 ລູກສາວ, ລູກເຂີຍ ແລະ ຫຼານຊາຍ ກວດພົບເຊື້ອໂຄວິດ-19 ເຊັ່ນກັນ
ວັນທີ 02 ພະຈິກ 2021 ເວລາ 11:25 ໂມງ ທີມງານແພດ ໄດ້ເກັບຕົວຢ່າງຜູ້ກ່ຽວ ແລະ ຜົນກວດແມ່ນພົບເຊື້ອ. ຜູ້ກ່ຽວ ບໍ່ຕອບສະໜອງ, ແທກຄວາມດັນເລືອດບໍ່ໄດ້ ແລະ ມາຮອດເວລາ 11:30 ໂມງ ຜູ້ກ່ຽວກໍເສຍຊີວິດ ຢູ່ເຮືອນຜູ້ກ່ຽວເອງ
2 ຜູ້ທີ 2 ເປັນເພດຊາຍ, ອາຍຸ 69 ປີ, ອາຊິບ ຊາວນາ, ບ້ານດົງເຫັນ, ເມືອງອາດສະພັງທອງ, ແຂວງສະຫວັນນະເຂດ.

ພະຍາດປະຈໍາຕົວ ເຄີຍເປັນພະຍາດ Ischemic Stroke ມາໄດ້ 4-5 ປີ +ຄວາມດັນເລືອດ + ພະຍາດເບົາຫວານ, ໄດ້ຮັບການສັກຢາວັກຊີນຄົບ
ວັນທີ 31 ຕຸລາ 2021 ມາກວດຢູ່ໂຮງໝໍແຂວງ ດ້ວຍອາການອິດເມື່ອຍ, ເຈັບຫົວ, ປວດຕາມຕົນໂຕ, ມືນຊາຕາມຕີນມື ເປັນມາໄດ້ 2-3 ວັນ
ວັນທີ 01 ຕຸລາ 2021 ເກັບຕົວຢ່າງກວດ ແລະ ຜົນກວດແມ່ນພົບເຊື້ອ ຈຶ່ງຖືກນຳສົ່ງເຂົ້າມານອນປີ່ນປົວຢູ່ໂຮງໝໍພາກສະໜາມ ໄລຍະເວລານອນປີ່ນປົວຄົນເຈັບ ແຕ່ວັນທີ 31 ຕຸລາ-02 ພະຈິກ 2021 ລວມເປັນ 03 ມື້

ມາຮອດເວລາ 2:40 ໂມງເຊົ້າຂອງວັນທີ 02 ພະຈິກ 2021 ຄົນເຈັບຢຸດຫາຍໃຈ, ຫົວໃຈຢຸດເຕັ້ນ, ບໍ່ຕອບສະຫນອງແລະ ຄົນເຈັບໄດ້ເສຍຊີວິດ
3 ຜູ້ທີ 3 ເພດຊາຍ, ອາຍຸ 43 ປີ, ອາຊີບ ປະຊາຊົນ, ສັນຊາດ ຫວຽດນາມ, ບ້ານຢູ່ປະຈຸບັນ: ໜອງທາ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ
ພະຍາດປະຈໍາຕົວ ເປັນພະຍາດເບົາຫວານ ແລະ ຄວາມດັນເລືອດສູງ ວັນທີ 01 ພະຈິກ 2021: ເຂົ້າມາກວດຢູ່ໂຮງໝໍ 103 ດ້ວຍອາການໄຂ້, ໄອ, ອິດເມືອຍ ແລະ ຖ່າຍເປັນນໍ້າ ພ້ອມທັງເກັບຕົວຢ່າງມາກວດພະຍາດໂຄວິດ-19 ແລະ ໃຫ້ຜົນບວກ

ໄລຍະເວລານອນປີ່ນປົວຄົນເຈັບ ແຕ່ວັນທີ 01-02 ພະຈິກ 2021 ລວມເປັນ 02 ມື້, ມາຮອດເວລາ 5:30 ໂມງຂອງວັນທີ 02 ພະຈິກ 2021 ຄົນເຈັບໄດ້ເສຍຊີວິດ