ດີໃຈນຳ! ແຮງງານລາວຢູ່ປະເທດໄທ 3.849 ຄົນ ໄດ້ຮັບການສັກວັກຊີນແລ້ວ

723

ໃນຊ່ວງໄລຍະ 2-3 ເດືອນທີ່ຜ່ານມາ ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ປະເທດເພື່ອນບ້ານ ແມ່ນໜັກຫຼາຍ ມາເຖິງປັດຈຸບັນກໍ່ຍັງລະບາດຢູ່ ແຕ່ເນື່ອງຈາກປະຊາຊົນຂອງປະເທດແມ່ນໄດ້ຮັບສັກວັກຊິນໄປຫຼາຍແລ້ວ ເຊິ່ງລວມເຖິງແຮງງານລາວທີ່ຍັງອາໄສຢູ່ໄທ ຫຼ້າສຸດແມ່ນສາມາດຮັບວັກຊິນປ້ອງກັນໂຄວິດເປັນທີ່ຮຽບຮ້ອຍແລ້ວ.

ປະຊານຊົນລາວຫຼາຍພັນຄົນທີ່ອາໄສໃນປະເທດໄທ, ໄດ້ພາກັນມາສັກວັກຊີນ ທີ່ສູນບໍລິການຕຶກ SCG ບາງຊື, ເຊິ່ງການສັກຢາວັກຊິນ ຄັ້ງນີ້ເປັນການຮ່ວມມື ລະຫວ່າງ ສະຖານທູດລາວ ປະຈໍາຣາຊະອານາຈັກໄທ, ສໍານັກງານ ກຸງເທບມະຫານະຄອນ ແລະ ໂຄງການຈິດອາສາປິ່ນປົວໂຄວິດ-19 ເພື່ອມິດຕະພາບ ລາວ-ໄທ 70 ປີ.

ເພື່ອເປີດໂອກາດໃຫ້ປະຊາຊົນລາວທີ່ອາໄສໃນ ກຸງເທບມະຫານະຄອນ ໄດ້ເຂົ້າເຖິງວັກຊີນປ້ອງກັນໂຄວິດ-19 ໂດຍໄດ້ສັກວັກຊີນ ຊິໂນແວັກ ເປັນເຂັມທໍາອິດ ແລະ ແອັດສະຕາເຊເນກາ ເປັນເຂັມທີສອງ ເລີ່ມແຕ່ວັນທີ 26-28 ຕຸລາ 2021.ໂຄງການສັກວັກຊີນດັ່ງກ່າວແມ່ນອານຸຍາດໃຫ້ພົນລະເມືອງລາວທີ່ຖຶພັດສະປອດລາວ ແລະ ໜັງສືຢັ້ງຢືນຕົວຕົນຂອງຄົນລາວມາລົງທະບຽນຜ່ານທາງອອນລາຍ ເພື່ອສັກຢາໃນເບຶື້ອງຕົ້ນມີຜູ້ມາລົງທະບຽນປະມານ 3.500 ຄົນ, ແຕ່ໃນຕົວຈິງມີຄົນລາວມາສັກຫຼາຍກວ່າຕົວເລກທີ່ລົງທະບຽນ ໂດຍການສັກຢາຄັ້ງນີ້ມີຈໍານວນທັງໝົດ 3.849 ຄົນ

ສໍາລັບການສັກວັກຊີນເຂັມທີສອງແມ່ນຈະມີຂື້ນໃນອີກ 3 ອາທິດຕໍ່ໜ້າ (16-18 ພະຈິກ 2021). ໃນການເປີດສັກວັກຊີນໃນວັນທີ່ 26 ຕຸລາ 2021 ມືິທໍາອິດ, ທ່ານ ແສງ ສຸຂະທິວົງ ເອກອັກຄະລັດຖະທູດລາວ ປະຈຳຣາຊະອານາຈັກໄທ, ທ່ານ ກຽດຕິຄຸນ ຊາດປະເສີດ, ອາດີດທູດໄທປະຈໍາລາວ ແລະ ທັງເປັນທານສະມາຄົມ ໄທ-ລາວ ເພື່ອມິດຕະພາບ ແລະ ເຈົ້າໜ້າທີ່ກ່ຽວຂ້ອງຂອງສຳນັກງານ ກທມ ກໍໄດ້ເຂົ້າຮ່ວມ

ທ່ານ ແສງ ສຸຂະທິວົງ ໄດ້ກ່າວຕໍ່ປະຊາຊົນທີ່ມາສັກວັກຊີນວ່າ ຕົນມີຄວາມດີໃຈຫຼາຍທີ່ພີ່ນ້ອງລາວເຮົາມາສັກວັກຊີນເປັນຈໍານວນຫຼວງຫຼາຍ ພ້ອມທັງໄດ້ຖາມຂ່າວອ້າຍເອື້ອຍນ້ອງຄົນລາວເຮົາທີ່ມາສັກວັກຊີນ ແລະ ໄດ້ຢ້ຽມຢາມບັນດາສະຖານທີ່ໃນການບໍລິການສັກຊີນໃຫ້ແກ່ຄົນລາວ ແລະ ພົນລະເມືອງປະເທດເພື່ອນບ້ານ.

ທ່ານ ທູດຍັງກ່າວອີກວ່າ ຂໍໃຫ້ພີ່ນ້ອງລາວເຮົາກັບມາສັກເຂັມທີ່ສອງອີກໃນກາງເດືອນໜ້າຢ່າງພ້ອມພຽງ. ຫຼັງຈາກການຢ້ຽມຢາມຖາມຂ່າວພິນ້ອງລາວເຮົາແລ້ວ, ທ່ານ ທູດຍັງໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໄທຈໍາໜຶ່ງ ທີ່ມາຕິດຕາມເອົາຂ່າວ ຊຶ່ງທ່ານ ທູດ ໄດ້ກ່າວຂອບໃຈບັນດາແພດໝໍ, ພະຍາບານ, ເຈົ້າໜ້າທີ່ ກທມ ແລະ ພາກສ່ວນທີ່ກ່ຽວຂ້ອງຕ່າງໆ ທີ່ຊ່ວຍເຫຼືອຄົນລາວທີ່ອາໄສໃນ ກທມ ໄດ້ຮັບໂອກາດເຂົ້າເຖິງວັກຊີນ.