ບານເຕະຊີງແຊັມອາຊີ 2022 ຢູ 23 ໄດ້ຄົບ 16 ທີມ ( ຈາກອາຊຽນ 3 ທີມ )

648

ການແຂ່ງຂັນບານເຕະຊີງແຊັມອາຊີ 2022 ຮຸ່ນອາຍຸບໍ່ເກີນ 23 ປີ ຮອບຄັດເລືອກ ສໍາເລັດຢ່າງເປັນທາງການ ຫຼັງຈາກທີ່ການແຂ່ງຂັນ 2 ກຸ່ມສຸດທ້າຍຄືກຸ່ມ D ແລະ ກຸ່ມ I ຈົບລົງເມື່ອວັນທີ 2 ພະຈິກ 2021 ເຮັດໃຫ້ໄດ້ຄົບ 16 ທີມ ( ຈາກອາຊຽນ 3 ທີມຄື ມາເລເຊຍ, ໄທ ແລະ ຫວຽດນາມ ) ທີ່ໄດ້ສິດໄປແຂ່ງຂັນໃນຮອບສຸດທ້າຍໃນປີ 2022 ເປັນທີ່ຮຽບຮ້ອຍດັ່ງນີ້:
1.ອຸດສະເບກິດສະຖານ ( ເຈົ້າພາບ )
2.ກາຕ້າ ແຊັມກຸ່ມ A
3.ອີຣານ ແຊັມກຸ່ມ B
4.ອີຣັກ ແຊັມກຸ່ມ C

5.ຄູເວດ ແຊັມກຸ່ມ D
6.ສະຫະລັດອາຣັບເອເມເຣດ ແຊັມກຸ່ມ E
7.ຈໍແດນ ແຊັມກຸ່ມ F
8.ອົດສະຕຣາລີ ແຊັມກຸ່ມ G
9.ສ ເກົາຫຼີ ແຊັມກຸ່ມ H

10.ຫວຽດນາມ ແຊັມກຸ່ມ I
11.ມາເລເຊຍ ແຊັມກຸ່ມ J
12.ຍີ່ປຸ່ນ ແຊັມກຸ່ມ K
13.ໄທ ອັນດັບ 2 ທີ່ດີທີ່ສຸດ ລໍາດັບທີ 1 ຈາກຜົນງານ 4 ຄະແນນ ແລະ +3 ປະຕູ
14.ຊາອຸດິດອາຣະເບຍ ອັນດັບ 2 ທີ່ດີທີ່ສຸດ ລໍາດັບທີ 2 ຈາກຜົນງານ 3 ຄະແນນ ແລະ +2 ປະຕູ

15.ເຕິກເມນິດສະຖານ ອັນດັບທີ 2 ທີ່ດີທີ່ສຸດ ລໍາດັບທີ 3 ຈາກຜົນງານ 3 ຄະແນນ ແລະ +1 ປະຕູ
16.ທາຈິກິດສະຖານ ອັນດັບທີ 2 ທີ່ດີີທີ່ສຸດ ລໍາດັບທີ 4 ຈາກຜົນງານ 3 ຄະແນນ ແລະ 0 ປະຕູ
ສໍາລັບ ທີມເຂົ້າຮອບ 16 ທີມສຸດທ້າຍ ຈະມີການຈັບສະຫຼາກແບ່ງສາຍອີກຄັ້ງໜຶ່ງ ( ຈະລາຍງານໃຫ້ຊາບພາຍຫຼັງ ).