ສິງກະໂປຕັ້ງເປົ້າ ສົ່ງເສີມປະເທດໃຫ້ກາຍເປັນສູນກາງຕະຫຼາດເງິນຄຣິບໂຕຂອງໂລກ

410

ສຳ​ນັກ​ຂ່າວ​ບ​ລູມ​ເບີກລາຍ​ງານ​ໃນ​ວັນ​ທີ 1 ພະ​ຈິກ 2021 ວ່າ ທ່ານ ຣາ​ວີ ເມນອນ ຜູ້​ວ່າ​ການ​ທະ​ນາ​ຄານ​ກາງ​ສິງ​ກະ​ໂປ (MAS) ເປີດ​ເຜີຍ​ເຖິງ​ຄວາມ​ຕັ້ງ​ໃຈ​ຂອງ​ສິງ​ກະ​ໂປ​ໃນ​ການ​ເຂົ້າ​ໄປ​ເປັນ​ສ່ວນ​ສຳ​ຄັນ​ຂອງ​ທຸ​ລະ​ກິດ​ກ່ຽວ​ກັບ​ເງິນ​ຄ​ຣິບ​ໂຕ, ຂະ​ນະ​ທີ່​ສູນ​ກາງ​ທາງ​ການ​ເງິນ​ທົ່ວ​ໂລກ​ພະ​ຍາ​ຍາມຄົ້ນ​ຫາ​ແນວ​ທາງ​ຈັດ​ການກັບ​ທຸ​ລະ​ກິດ​ດັ່ງ​ກ່າວ​ນີ້ ເຊິ່ງ​ເປັນ​ທຸ​ລະ​ກິດ​ເຕີບ​ໂຕ​ຢ່າງ​ໄວ​ວາ.

ຜູ້​ວ່າ​ການ MAS ລະ​ບຸ​ວ່າ: ທະ​ນາ​ຄານ​ກາງ​ສິງ​ກະ​ໂປ​ແລ​ເຫັນ​ວ່າ ແນວ​ທາງ​ທີ່​ດີ​ທີ່​ສຸດ​ໃນ​ການ​ຈັດ​ການ​ທຸ​ລະ​ກິດ​ກ່ຽວ​ກັບ​ສະ​ກຸນ​ເງິນ​ຄ​ຣິບ​ໂຕ​ບໍ່​ແມ່ນ​ການ​ຈຳ​ກັດ ຫຼື ສັ່ງ​ຫ້າມ ແຕ່​ເປັນ​ການ​ຄຸ້ມ​ຄອງ​ຢ່າງ​ເຂັ້ມ​ງວດ ເພື່ອ​ໃຫ້​ບໍ​ລິ​ສັດ​ທີ່​ປະ​ຕິ​ບັດ​ຕາມ​ລະ​ບຽບ​ການ ແລະ ຈຳ​ກັດ​ຄວາມ​ສ່ຽງ​ເຫຼົ່າ​​ນັ້ນ ສາ​ມາດ​ປະ​ກອບ​ການ​ກິດ​ຈະ​ການ​ຕໍ່​ໄປ​ໄດ້.